ຮວຜທ ປະກາດແຕ່ງຕັ້ງ ພະນັກງານຊ່ວຍວຽກບັນດາພະແນກການ

23/07/2025 15:43
Email Print 110
KPL ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດພິທີປະກາດການແຕ່ງຕັ້ງ ພະນັກງານ ຊ່ວຍວຽກບັນດາພະແນກການ, ຊ່ວຍວຽກບັນດາກອງພັນນັກຮຽນ ແລະ ພະນັກງານບັນຊາຂັ້ນກອງຮ້ອຍ ທີ່ຂື້ນກັບໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນວັນທີ 22 ກໍລະກົດ 2025



ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດພິທີປະກາດການແຕ່ງຕັ້ງ ພະນັກງານ ຊ່ວຍວຽກບັນດາພະແນກການ
, ຊ່ວຍວຽກບັນດາກອງພັນນັກຮຽນ ແລະ ພະນັກງານບັນຊາຂັ້ນກອງຮ້ອຍ ທີ່ຂື້ນກັບໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນວັນທີ 22 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານຫລັກແຫລ່ງ, ບັນດາສະຫາຍທີ່ໄດ້ຮັບກາານແຕ່ງຕັ້ງ ແລະ ສັບຊ້ອນໜ້າທີ່ໃໝ່ ເຂົ້າຮ່ວມ.



ສະຫາຍ ພັນໂທ ແກ້ວມະນີ ພິມມະສອນ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຊ່ວຍວຽກຂັ້ນພະແນກ
, ຊ່ວຍວຽກກອງພັນນັກຮຽນ ແລະ ພະນັກງານທີ່ເຮັດໜ້າທີ່ວິຊາສະເພາະຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າກອງຮ້ອຍ ແລະ ຮອງຫົວໜ້າກອງຮ້ອຍທີ່ຂື້ນກັບກອງພັນນັກຮຽນ ຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ. ຈາກນັ້ນ, ສະຫາຍ ພັນໂທ ສຸກິນດາ ເຮືອງວິສິດ ຫົວໜ້າພະແນກກຳລັງພົນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຍົກຍ້າຍ ນາຍສິບ ຊ່ວຍວຽກຢູ່ບັນດາກົມກອງ ທີ່ຂຶ້ນກັບໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.



ໂອກາດນີ້ ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໃຫ້ພະນັກງານ-ນັກຮົບ ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການ ເມືອງຂອງຕົນໃຫ້ໜັກແໜ້ນ
, ມີຄວາມຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ກົມກອງ, ປັບປຸງແບບແຜນວິທີເຮັດວຽກເປັນໝູ່ຄະນະ, ແບບລວມສູນປະຊາທິປະໄຕ, ມີຫົວຄິດປະດິດສ້າງ, ຝຶກຝົນຫລໍ່ຫລອມ, ຊອກຮູ້ຮໍ່າຮຽນເອົາບົດຮຽນທີ່ມີວິທະຍາສາດ, ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຕ່າງໆໃຫ້ເຂັ້ມງວດ, ມີຄວາມສາມັກຄີກວ້າງຂວາງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະຕິບັດ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ ໃຫ້ປະກົດຜົນເປັນຈິງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ


Top