KPL
ຂປລ. ໃນໂອກາດເຄື່ອນໄຫວວຽກງານຢູ່ ແຂວງ ຫລວງພະບາງ ໃນວັນທີ 18 ກໍລະກົດ 2025 ຜ່ານມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງ ແຂວງຫລວງພະບາງ

ຂປລ. ໃນໂອກາດເຄື່ອນໄຫວວຽກງານຢູ່ ແຂວງ ຫລວງພະບາງ ໃນວັນທີ 18 ກໍລະກົດ 2025 ຜ່ານມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງ ແຂວງຫລວງພະບາງ ໂດຍໄດ້ທິດຊີ້ນໍາໃຫ້ຄະນະບໍລິຫານງານພັກແຂວງ ເອົາໃຈໃສ່ປັບປຸງວຽກງານຫລາຍດ້ານ ເປັນຕົ້ນ ໃຫ້ສືບຕໍ່ເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ທະຫານ-ຕໍາຫລວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໃຫ້ແຂງແຮງກວ່າເກົ່າ, ສ້າງສະຕິຕື່ນຕົວເປັນເຈົ້າການປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນຕົນ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ນ້ຳໃຈເສຍສະລະເພື່ອຊາດ ເພື່ອປະຊາຊົນ, ຄວາມບໍລິສຸດສັດຊື່, ຄວາມຮັບຜິດຊອບເຮັດແທ້ທໍາຈິງ, ແກ້ໄຂແນວຄິດເອື່ອຍອີງ-ຂາດຄວາມເປັນເຈົ້າ ແລະ ອື່ນໆ ໃຫ້ມີການຫັນປ່ຽນດີຂຶ້ນ.
ພິເສດ ໃນໂອກາດກະກຽມສະເຫລີມສະຫລອງ 2 ວັນ ປະຫວັດສາດນີ້, ຕ້ອງລົງເລິກສຶກສາອົບຮົມ ໃຫ້ຮັບຮູ້-ເຂົ້າໃຈມູນເຊື້ອຂອງພັກ, ຂອງຊາດ ກໍຄື ຂອງທ້ອງຖິ່ນ, ກໍາແໜ້ນ ແລະ ຮໍ່າຮຽນເອົາ ຄຸນສົມບັດ, ທັດສະນະແບບແຜນ ຂອງປະທານ ໄກສອນ ພົມວິຫານ ບັນພະບູລຸດຂອງຊາດ, ພ້ອມກັນນັ້ນ ຕ້ອງເຜີຍແຜ່-ແນະນໍາ ຊີ້ໃຫ້ເຫັນທຸກເລ່ຫລ່ຽມກົນອຸບາຍຂອງສັດຕູ ພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພ ພັກ ແລະ ລະບອບການເມືອງ ເປັນຕົ້ນ ກົນອຸບາຍຫັນປ່ຽນໂດຍສັນຕິ ໃນທຸກຮູບແບບເຊັ່ນ: ການລະເມີດລະບຽບກົດໝາຍ, ບໍ່ນັບຖືການຈັດຕັ້ງ, ປະລະ ຫລື ຫລຸດຖອຍໃນການປະຕິບັດໜ້າທີ່, ບໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ, ການສວຍໃຊ້ໜ້າທີ່ ສໍ້ລາດບັງຫລວງ, ສ້າງກຸ່ມກ້ອນພັກພວກ ແລະ ອື່ນໆ ຕ້ອງສຸມໃສ່ແກ້ໄຂໃຫ້ມີການຫັນປ່ຽນຢ່າງແທ້ຈິງ; ອັນສໍາຄັນແມ່ນຕ້ອງສ້າງ ແລະ ຍົກສູງຄວາມເຊື່ອໝັ້ນ ຕໍ່ການນໍາພາ ແລະ ແນວທາງນະໂຍບາຍຂອງພັກ, ມີສະຕິ ແລະ ເປັນເຈົ້າຕອບຕ້ານທຸກຖ້ອຍທໍານອງ ໂຄສະນາບິດເບືອນ ຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ໃຫ້ທັນການ.

ໃນໂອກາດນີ້, ສະຫາຍ ຄຳຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຫລວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາ ເສດຖະກິດ-ສັງຄົມ, ຕິດພັນກັບການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ແຂວງຫລວງພະບາງ ຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ. ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ແມ່ນການຂະຫຍາຍຕົວ ທາງດ້ານເສດຖະກິດ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 3,94% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍໄດ້ 23 ລ້ານລ້ານກວ່າກີບ ຫລື ເທົ່າກັບ 1.067 ໂດລາສະຫະລັດ ຕໍ່ຄົນຕໍ່ປີ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ IX ມາຮອດປັດຈຸບັນ ການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກອ້ອມຂ້າງແຂວງສໍາເລັດ 140 ຮາກຖານ, ກວມເອົາ 99,29%, ຍັງບໍ່ທັນສໍາເລັດ ມີ 1 ຮາກຖານພັກຄື: ໜ່ວຍພັກສະພາປະຊາຊົນແຂວງ ຈະດໍາເນີນກອງປະຊຸມໃຫຍ່ຫລັງ ກອງປະຊຸມໃຫຍ່ອົງຄະນະພັກແຂວງ, ສໍາເລັດກອງປະຊຸມໃຫຍ່ ຂອງສະຫະພັນນັກ ຮົບເກົ່າແຂວງ, ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ. ພ້ອມນັ້ນ, ໄດ້ນໍາເອົາຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ເຂົ້າຜ່ານໃນກອງປະຊຸມຄົບຄະນະ ບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13 ເປັນຄັ້ງທີ 3 ແລະ ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິ ຫານງານພັກແຂວງ ສະໄໝທີ VIII ຜ່ານໃນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 13 ເປັນຄັ້ງທີ 1, ໄດ້ສໍາເລັດການທາບທາມບຸກຄະລາກອນ ຮອບ 1 ຢູ່ຂັ້ນນະຄອນ-ເມືອງ, ສ່ວນການກະກຽມ ສ້າງຕັ້ງຕາແສງ ຄາດຄະເນການສ້າງຕັ້ງຕາແສງ ເບື້ອງຕົ້ນເມືອງລະ 4-5 ຕາແສງ ລວມໃນທົ່ວແຂວງມີ 56 ຕາແສງ, 757 ບ້ານ, ມີພົນລະເມືອງ 542,921 ຄົນ.
KPL