KPL
ຂປລ. ໃນໂອກາດເຂົ້າຮ່ວມ ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນວັນທີ 23 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ເນັ້ນໃຫ້ເອື້ອຍ-ນ້ອງແມ່ຍິງລາວ ຕ້ອງຮຽນຮູ້ຢ່າງເປັນປະຈຳ, ຮຽນຮູ້ຢ່າງບໍ່ຢຸດຢັ້ງມູນເຊື້ອຂອງແມ່ຍິງລາວ
ຂປລ. ໃນໂອກາດເຂົ້າຮ່ວມ ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນວັນທີ 23 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ເນັ້ນໃຫ້ເອື້ອຍ-ນ້ອງແມ່ຍິງລາວ ຕ້ອງຮຽນຮູ້ຢ່າງເປັນປະຈຳ, ຮຽນຮູ້ຢ່າງບໍ່ຢຸດຢັ້ງມູນເຊື້ອຂອງແມ່ຍິງລາວ ໂດຍຖືເອົາ 5 ມູນເຊື້ອ ທີ່ເປັນຄຸນລັກສະນະອັນດີງາມ ຂອງແມ່ຍິງລາວ ເຊິ່ງປະກອບມີ: ແມ່ຍິງມີຄວາມດູໝັ່ນ ຂະຫຍັ່ນພຽນໃນການອອກແຮງງານ, ມີນ້ຳໃຈປະຢັດສັດທ່ຽງ, ການໃຊ້ຈ່າຍກໍມີການຄິດໄລ່ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກເຕົ້າ; ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ຄົນຍາກ, ຍອມເສຍສະລະເພື່ອຄວາມສຸກຂອງຄອບຄົວ, ລູກ, ຜົວ; ມີນ້ຳໃຈເອື້ອເຟື້ອເພື່ອແຜ່, ຮັກແພງຊ່ວຍເຫລືອຕຸ້ມຫໍ່ກັນ; ມີນ້ຳໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ; ມີກິລິຍາມາລະຍາດສຸພາບອ່ອນຫວານ, ຮັກສາມູນມໍລະດົກ ວັດທະນະທຳອັນດີງາມຂອງຊາດ.
ປັດຈຸບັນ, ສັງຄົມລາວຖືກກະທົບຈາກພາຍນອກຢູ່ທຸກເວລາ, ອັນໃດເປັນການກະທົບທາງບວກ ເຮົາກໍຮຽນຮູ້ນຳໃຊ້ ແຕ່ອັນທີ່ເຫັນວ່າເປັນການກະທົບທາງລົບ, ແມ່ຍິງລາວກໍຕ້ອງຕໍ່ສູ້, ຕ້ອງແກ້ໄຂ, ຕ້ອງສະກັດກັ້ນໄວ້ແຕ່ຫົວທີ, ບໍ່ໃຫ້ມາກໍ່ກວນ ແລະ ແທງເຂົ້າໃນຈິດໃຈ ຂອງຄວາມເປັນຜູ້ຍິງລາວທີ່ບໍລິສຸດໄດ້, ປ້ອງກັນຕົນເອງ, ປ້ອງກັນລູກຫລານ, ປ້ອງກັນເພດຍິງ ແລະ ປ້ອງກັນສັງຄົມ, ໃຫ້ສ້າງຄວາມບໍລິສຸດທາງດ້ານຈິດໃຈ, ການດຳລົງຊີວິດ, ການປະຕິບັດໜ້າທີ່ວຽກງານ ຂອງແຕ່ລະຄົນ ໂດຍສະເພາະ ຂອງແມ່ຍິງລາວຍຸກໃໝ່; ຈຳແນກໃຫ້ໄດ້ຄ່ານິຍົມທີ່ຜິດ ແລະ ຄ່ານິຍົມທີ່ຖືກຕ້ອງ ບໍ່ຕົກເຂົ້າໃນ ກະແສແນວຄິດຂາດຈັນຍາບັນ-ຈັນຍາທຳ ແລະ ຕົກເຂົ້າໃນຕາໜ່າງ ແລະ ເຫວເລິກຂອງຄວາມງົມງວາຍ, ເມົາມົວນຳຄ່ານິຍົມ ທີ່ຈະພາຕົນໄປສູ່ຄວາມລະເມີເພີ້ຝັນ ແບບລົມໆແລ້ງໆ;
ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ເນັ້ນໃຫ້ແມ່ຍິງລາວ ສືບຕໍ່ຮັບເອົາສິດ, ໜ້າທີ່, ຮັບເອົາພາລະກິດອັນໃຫຍ່ຫລວງທີ່ແມ່ຍິງລາວ ໄດ້ເຄີຍປາຖະໜາມາ ໃນທຸກຍຸກທຸກສະໄໝ. ປັດຈຸບັນນີ້, ບັນດາຄວາມມຸ່ງຫວັງນັ້ນ ໄດ້ເກີດຂຶ້ນແລ້ວ, ໄດ້ມາຕົກຢູ່ໃນກຳມື ຂອງເອື້ອຍນ້ອງແມ່ຍິງແລ້ວ, ຕ້ອງໄດ້ກຳເອົາ ແລະ ໄປນໍາໃຊ້ມັນໃຫ້ຖືກຕ້ອງ, ເປັນປະໂຫຍດໃຫ້ແມ່ຍິງທົ່ວປະເທດ ແລະ ເປັນປະໂຫຍດໃຫ້ຕົນເອງ ດ້ວຍການຮັກສາໄວ້ເຊິ່ງຄວາມເປັນແມ່, ໃຫ້ເປັນແມ່ທີ່ໄດ້ຮັບຄວາມເຄົາລົບຮັກ ຂອງທຸກໆຄົນໃນສັງຄົມ, ຮັບເອົາສິດສະເໝີພາບ ທີ່ໄດ້ຖືກມອບໝາຍໃຫ້ແລ້ວນັ້ນ ກໍຕ້ອງໄດ້ມີພັນທະປະຕິບັດ ໃຫ້ເປັນປະໂຫຍດຕໍ່ສ່ວນລວມຢ່າງແທ້ຈິງ; ຫວັງວ່າແມ່ຍິງລາວເຮົາ ຄວນຮັກສາໄວ້ ເຊິ່ງວັດທະນະທຳ ເຄົານົບທຳນຽມແຫ່ງຄວາມງົດງາມ ອ່ອນໂຍນ, ສຸຂຸມຮອບຄອບ, ອ່ອນຫວານ ແຕ່ບໍ່ອ່ອນແອ.
ຂ່າວ: ກິດຕາ
ພາບ: ເກດສະໜາ
KPL