ຄະນະບໍລິຫານງານພັກ ແຂວງສາລະວັນ ດໍາເນີນຊີວິດການເມືອງ ທ້າຍສະໄໝ ທີ IX

23/07/2025 15:31
Email Print 212
KPL ຂປລ. ກອງປະຊຸມດໍາເນີນຊີວິດການເມືອງ ທ້າຍສະໄໝທີ IX ຂອງຄະນະບໍລິຫານງານພັກ ແຂວງສາລະ ວັນ ຈັດຂຶ້ນໃນວັນທີ 22 ກໍລະກົດ 2025 ຢູ່ຫ້ອງວ່າການແຂວງສາລະວັນ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກ ງານຮອບດ້ານແຂວງສາລະວັນ

ຂປລ. ກອງປະຊຸມດໍາເນີນຊີວິດການເມືອງ ທ້າຍສະໄໝທີ IX ຂອງຄະນະບໍລິຫານງານພັກ ແຂວງສາລະ ວັນ ຈັດຂຶ້ນໃນວັນທີ 22 ກໍລະກົດ 2025 ຢູ່ຫ້ອງວ່າການແຂວງສາລະວັນ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກ ງານຮອບດ້ານແຂວງສາລະວັນ, ມີ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງສາລະວັນ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາສະຫາຍຮອງເລຂາ, ຄະນະ ປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ດາວວົງ ພອນແກ້ວ ໄດ້ໃຫ້ຮູ້ວ່າ: ກອງປະຊຸມດຳເນີນຊີວິດການເມືອງທ້າຍ ສະໄໝທີ IX ຂອງຄະນະບໍລິຫານງານພັກແຂວງຄັ້ງນີ້, ບັນດາສະຫາຍຄະນະບໍລິຫານງານພັກແຂວງ ໄດ້ຜ່ານບົດ ສຳຫລວດຕົນເອງ, ພ້ອມກັນປະກອບຄຳຄິດຄຳເຫັນ, ຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານຮອບດ້ານຂອງຕົນ ໃນໄລຍະຜ່ານມາ ໂດຍສະເພາະ ດ້ານວຽກແນວຄິດການເມືອງ, ແບບແຜນ ການນຳພາ-ຊີ້ນຳ ແລະ ວິທີການຈັດຕັ້ງປະຕິບັດ, ຊອກໃຫ້ເຫັນບັນຫາ, ຈຸດອ່ອນຂອງຕົນທີ່ຈະຕ້ອງ ໄດ້ປັບປຸງແກ້ໄຂ ພ້ອມທັງເສີມຂະຫຍາຍຈຸດດີ ທີ່ຈະຕ້ອງເພີ່ມທະວີເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ ວຽກງານເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີປະສິດທິພາບ, ປະສິດທິຜົນ ປະກອບສ່ວນເຂົ້າໃນ ການສ້າງສາພັດທະນາ ແຂວງສາ ລະວັນ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກນັ້ນ ໃຫ້ແຕ່ລະສະຫາຍ ປະກອບຄຳຄິດຄຳເຫັນ ເພື່ອຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນ. ຜ່ານການສໍາຫລວດກວດກາຕີລາຄາ ຂອງບັນດາສະຫາຍກຳມະການພັກແຂວງ,​ ຄະ ນະປະຈໍາພັກແຂວງ ສາມາດເຫັນໄດ້ຜົນຂອງການນໍາພາ-ຊີ້ນໍາ, ການແກ້ໄຂບັນດາກໍລະນີຕ່າງໆ, ລວມທັງ ການນຳພາ ລວມ, ການນໍາພາ-ຊີ້ນໍາໃນແຕ່ລະຂົງເຂດວຽກງານ, ກໍລະນີສະເພາະຂອງບຸກຄົນຄະນະພັກ ແລະ ການຕີລາຄາ ຈັດປະເພດ ຂອງກຳມະການພັກແຂວງ ແລະ ຄະນະປະຈໍາພັກແຂວງ.

ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ:  ຜ່ານການດຳເນີນຊີວິດການ ເມືອງໃນຄັ້ງນີ້, ສ່ອງແສງໃຫ້ເຫັນເຖິງຄວາມ ເປັນຫ່ວງເປັນໃຍຂອງສັງຄົມ ກໍຄື ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງສາລະວັນ ທີ່ມີຕໍ່ພະນັກງານການນໍາຂອງແຂວງຈໍານວນໜຶ່ງ ເປັນຕົ້ນແມ່ນ ຄວາມ ສາມັກຄີພາຍໃນຄະນະປະຈຳພັກ, ກຳມະການພັກ, ພະນັກງານຫລັກແຫລ່ງທົ່ວແຂວງ ໂດຍ​ສະ​ເພາະ ​ດ້ານແບບ ແຜນວິທີເຮັດວຽກ, ຄວາມຊື່ສັດໂປ່ງໃສ, ຄວາມທ່ຽງທໍາ, ການຕ້ານການຟູມເຟືອຍ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ອື່ນໆ, ທັງໝົດເຫລົ່າານັ້ນ ຖ້າບໍ່ພ້ອມກັນຕັດສິນໃຈ, ຄົ້ນຄວ້າຊອກຫລາຍວິທີການແກ້ໄຂ ຢ່າງເຂັ້ມງວດ, ເດັດຂາດ ມັນຈະສົ່ງຜົນກະທົບໂດຍກົງເຖິງ ຄວາມເຊື່ອໝັ້ນຂອງສັງຄົມ ກໍຄື ຂອງປະຊາຊົນພາຍໃນແຂວງສາລະວັນ ຕໍ່ການນໍາພາຂອງອົງຄະນະພັກແຂວງສາລະວັນ. ​ເພື່ອເຮັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດ ກໍຄື ການຍົກສູງຄວາມສາ ມາດໃນການນໍາພາ-ຊີ້​ນໍາ, ເຊີດຊູຄວາມເປັນແບບຢ່າງນໍາ​ໜ້າໃນທຸກດ້ານນັ້ນ, ສະຫາຍປະທານກອງປະຊຸມ ໄດ້ມີບາງຄໍາເຫັນ ໂອ້ລົມໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈະຕ້ອງໄດ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຕ້ອງສືບຕໍ່ຍົກສູງບົດບາດການນໍາພາຂອງ ພັກໃຫ້ສູງຂຶ້ນກ່ວາເກົ່າ, ຄະນະ​ພັກ, ສະມາຊິກພັກຕ້ອງມີຄວາມເປັນ ແບບຢ່າງນຳໜ້າພາທາງ, ມີຄວາມສາມາດ ນຳພາຢ່າງໜັກແໜ້ນ, ຕ້ອງຖືເອົາວຽກງານການ​ເມືອງ-ແນວຄິດເປັນກົກ, ຍົກສູງນໍ້າໃຈຮັກຊາດ, ມີສະຕິເປັນເຈົ້າຕົນ ເອງ ແລະ ຄວາມເປັນເຈົ້າການຕໍ່ວຽກງານ, ຄົ້ນຄວ້າຊອກຫາທຸກວິທີທາງ ເພື່ອຍົກລະດັບຄວາມຮູ້ໃຫ້ສະມາຊິກ ພັກ ເຊັ່ນ: ດ້ານທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ, ດ້ານວິຊາສະເພາະ ແລະ ເຕັກນິກວິຊາການ ຕ່າງໆ; ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ, ສະຫາຍໃດຮັບຜິດ ຊອບວຽກງານໃດ ຕ້ອງເຮັດສຳເລັດວຽກງານນັ້ນ ຢ່າງມີປະສິດທິຜົນ; ຕ້ອງໄດ້ເອົາໃຈໃສ່ສະກັດກັ້ນ ​ແລະ ແກ້ໄຂບັນ ດາປັດໃຈໜໍ່ແໜງ ທີ່ຈະກໍ່ໃຫ້ຄວາມບໍ່ສະຫງົບທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງ ຄົມ; ພາຍຫລັງດໍາເນີນຊີວິດການເມືອງ ທ້າຍ​ສະ​ໄໝ​ທີ IX ຄັ້ງ​ນີ້​ແລ້ວ ໃຫ້ສືບຕໍ່ຮັກສາຄວາມສາມັກຄີ ເປັນເອກະພາບ ພາຍໃນພັກ, ບໍ່ໃຫ້ມີແນວຄິດອັກຄະຕິຕໍ່ກັນ, ການຕັດສິນບັນຫາ ແລະ ການແກ້ໄຂບັນຫາຕ່າງໆ ກໍໃຫ້ມີການ ລວມສູນເປັນເອກະພາບພາຍໃນ ເປັນຈິດໜຶ່ງໃຈດຽວກັນ ໃນການແກ້ໄຂ; ຜົນການດໍາເນີນຊີວິດການເມືອງໃນຄັ້ງນີ້ ສະເໜີໃຫ້ຄະນະປະຈໍາພັກແຂວງ ແລະ ບັນດາສະຫາຍກໍາມະການພັກແຂວງ ສືບຕໍ່ນໍາເອົາຄໍາສະເໜີສົ່ງຂ່າວຂອງ ພະນັກງານ-ສະມາຊິກພັກ ໄປພິຈາລະນາພື່ອປັບປຸງຕົນເອງ ໃຫ້ດີຂຶ້ນເປັນກ້າວໆ; ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3ສ້າງ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ຢ່າງເປັນຂະບວນແຂງແຮງ ເພາະເນື້ອແທ້ ກໍແມ່ນການຈັດຕັ້ງປະຕິບັດ ແນວທາງຍຸດທະສາດຂອງພັກເຮົາ; ສືບຕໍ່ສ້າງຂະບວນການຕ່າງໆ ໃຫ້ມີ ເນື້ອໃນເລິກເຊິ່ງ ​ເພື່ອກະກຽມຂໍ່ານັບຮັບຕ້ອນ ການສະເຫລີມສະຫລອງສອງ ວັນປະຫວັດສາດຂອງຊາດ ໃຫ້ເປັນ ຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ.


ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ


Top