ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂ່ຳນັບ

23/07/2025 15:22
Email Print 171
KPL ຂປລ. ໃນວັນທີ 22 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.



ຂປລ. ໃນວັນທີ
22 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວ ວຽກງານການທູດຂອງຕົນຢ່າງຫ້າວຫັນ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື  ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫລາຍຂຶ້ນ, ພ້ອມທັງ ຕີລາຄາສູງຕໍ່ຜົນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນໄລຍະຜ່ານມາ ເຊິ່ງໄດ້ມີຜົນສຳເລັດໃນຫລາຍດ້ານ ໂດຍສະເພາະ ຂົງເຂດການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ຂົງເຂດອື່ນໆ. ພ້ອມທັງ ໄດ້ແຈ້ງໃຫ້ຊາບກ່ຽວກັບທ່າແຮງ ກໍຄື ນະໂຍບາຍສົ່ງເສີມການລົງທຶນ ຂອງ ສປປ ລາວ, ລວມທັງສະພາບການຄຸ້ມຄອງ ໂຄງການລົງທຶນດ້ານບໍ່ແຮ່ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຢູ່ ສປປ ລາວ ແລະ ໄດ້ສະເໜີ ທ່ານເອກອັກຄະລັດຖະທູດອົດສະຕຣາລີ ສືບຕໍ່ຊຸກຍູ້ນັກລົງທຶນ ຂອງອົດສະຕຣາລີ ມາລົງທຶນ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ໃນຂະແໜງການ ທີ່ ສປປ ລາວ ສົ່ງເສີມ ແລະ ມີທ່າແຮງ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດອົດສະຕຣາລີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບຢ່າງອົບອຸ່ນຂອງທ່ານຮອງນາຍົກລັດຖະມົນຕີ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ສະໜັບສະໜູນ ການເຄື່ອນໄຫວວຽກງານການທູດ, ລວມທັງການປະຕິບັດໂຄງການຕ່າງໆ ທີ່ລັດຖະບານອົດສະຕຣາລີ ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ-ສັງຄົມ, ກະສິກຳ, ສິ່ງແວດລ້ອມ ແລະ ອື່ນໆ ເຮັດໃຫ້ມີຜົນສຳເລັດເປັນຢ່າງດີ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ເພື່ອເພີ່ມທະວີການຮ່ວມມື ທາງດ້ານການຄ້າ-ການລົງທຶນ ໃນຕໍ່ໜ້າ ຕື່ມອີກ.

ຂ່າວ: ກົມປະຊາສໍາພັນ ຫສນຍ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ


Top