ຂປລ
ບ່ໍວ່າຈະເຮັດອາຊີບຫຍັງ ຖ້າບໍ່ມັກບໍ່ຮັກອາຊີບທີ່ພວມເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳແຮງຂອງຕົນແລ້ວຄວາມສຳເລັດກ່ໍມາຫາເມື່ອນັ້ນ.
*ບ່ໍວ່າຈະເຮັດອາຊີບຫຍັງ ຖ້າບໍ່ມັກບໍ່ຮັກອາຊີບທີ່ພວມເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳແຮງຂອງຕົນແລ້ວຄວາມສຳເລັດກ່ໍມາຫາເມື່ອນັ້ນ. ເໝືອນດັ່ງການສ້າງເສດຖະກິດຄອບຄົວ ໂດຍການປູກໝາກຖົ່ວລຽນຂອງຄອບ ຄົວ ນາງ ສຸພັນຕາ ລາດຊະວົງ ສາມາດສ້າງລາຍຮັບໄດ້ຫລັກຕ້ືກີບຕໍ່ປີ.

ນັບວ່າເປັນໂອກາດດີທີ່ທີມງານ ນັກຂ່າວສຳນັກຂ່າວສານປະເທດລາວ ພວກເຮົາໄດ້ເດີນທາງໄປຫາຄອບຄົວ ນາງ ສຸພັນຕາ ລາດຊະວົງ ທີ່ປະສົບຜົນສຳເລັດໃນການປູກຖົ່ວລຽນ ຢູ່ໃນບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ. ພາຍຫລັງເວົ້າຈາພາທີກັນແລ້ວ, ນາງ ສຸພັນຕາ ພ້ອມດ້ວຍພໍ່ຂອງນາງ ກ່ໍໄດ້ນຳພາທິມງານພວກເຮົາໄປເລາະເບິ່ງສວນຖົ່ວລຽນທັງຊີ້ຕົ້ນ ນີ້ໃສ່ຕົ້ນນັ້ນໃຫ້ທີມງາມພວກເຮົາ ເບ່ິງເຊິ່ງກໍ່ເຕັມໄປດ້ວຍໝາກຖົ່ວລຽນທີ່ກຳລັງເປັນໝາກມີທັງໝາກໃຫຍ່ ນ້ອຍເຕັມຕ້ົນຖົ່ວລຽນ ແລະ ສ່ິງທ່ີໜ້າສົນໃຈກ່ໍຄືການໄດ້ຮູ້ເຖິງຈິດໃຈທີ່ມຸ່ງຫວັງອັນແຮງກ້າຂອງຄອບຄົວນີ້ ທີ່ໄດ້ເອົາໃຈໃສ່ ແລະ ສຶກສາກ່ຽວກັບການປູກຕົ້ນໄມ້ໃຫ້ໝາກປະເພດນີ້. ຄວາມຈິງແລ້ວໝາກຖົ່ວລຽນຈະມີລາຄາ ຫລື ບໍ່ມີລາຄາກໍ່ບໍ່ແມ່ນບັນຫາທີ່ໜັກໃຈຂອງຄອບຄົວນີ້, ແຕ່ເມື່ອມີໂອກາດດີບວກໃສ່ການປູກໝາກຖົ່ວລຽນຢູ່ປະເທດລາວເຮົາຍັງບໍ່ທັນມີການຂະຫຍາຍພໍເທົ່າໃດ ຫລື ປູກຫລາຍຈຶ່ງໄດ້ລົງທຶນຊື້ດິນ ເພື່ອປູກໄມ້ໃຫ້ໝາກດັ່ງກ່າວ 50 ເຮັກຕາ. ໃນນັ້ນ, ປູກ 2.000 ຕົ້ນ (ພັນໝອນທອງ) ແລະ ປູກໃນປີ 2017 ເປັນຕົ້ນມາ ເຊິ່ງມາໃນປີ 2024 ຜ່ານມາກໍ່ໄດ້ເກັບໝາກຂາຍເປັນປີທຳອິດໄດ້ຜົນຜະລິດປະມານ 5 ໂຕນ. ຂະນະທີ່ປີນີ້, ຄາດວ່າຈະໄດ້ຜົນຜະລິດປະມານ 6 ໂຕນ. ສຳລັບລາຄາໃນປີນີ້ແມ່ນຂາຍກິໂລ 150.000- 170.000 ກີບ.

ນາງ ສຸພັນຕາ ລາດຊະວົງ ກ່າວວ່າ: ການທີ່ຂ້ອຍຫັນມາເອົາດີໃນການປູກໝາກຖົ່ວລຽນເປັນສິນຄ້າ ເພື່ອເປັນການສະໜອງຕອບຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄື ຄວາມເອົາໃຈໃສ່ໃກ້ຊິດຕິດແທດຂອງຜູ້ເປັນພໍ່ ທີ່ໃຫ້ຄວາມຮູ້ດ້ານເຕັກນິກວິຊາການ ໃນການບົວລະບັດຮັກສາຕ່າງໆ ທັງເປັນການຕອບສະໜອງໝາກຖົ່ວລຽນໃຫ້ແກ່ຕະຫລາດພາຍໃນ ແລະ ສົ່ງອອກໄປຕ່າງປະເທດ. ພາຍຫລັງທີ່ໄດ້ຫັນມາປູກຖົ່ວລຽນເປັນສິນຄ້າ ກໍ່ເຮັດໃຫ້ຄອບຄົວມີການພັດທະນາດີຂຶ້ນກ້າວໄປສູ່ການຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ນອກຈາກການປູກຖົ່ວລຽນແລ້ວ, ຍັງໄດ້ປູກຢາງພາລາໃນເນື້ອທີ່ 4 ເຮັກຕາ, ປູກໄດ້ 2.500 ຕົ້ນ ເຊິ່ງໃນແຕ່ລະເດືອນສາມາດຂີດຢາງຂາຍສ້າງລາຍຮັບເຂົ້າຄອບຄົວຫລາຍລ້ານກີບອີກຕື່ມ.

ໂດຍ:ຢ່າຕົ່ງ
KPL