ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

14/10/2026 09:49
Email Print 2498
ຂປລ ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.

ເຂົ້າຮ່ວມໃນພິທີຄັ້ງນີ້, ມີ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ຟຸ່ງ ກວາງ ຮຽບ ປະທານສະພາບໍລິຫານບໍລິສັດ Vinachem, ມີຜູ້ຕາງໜ້າຈາກກົມພັດທະນາວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງປະເທດ ເຂົ້າຮ່ວມ.

ອີງຕາມບົດສຶກສາຄວາມເປັນໄປໄດ້ (FS) ສະບັບປັບປຸງ, ໂຄງການດັ່ງກ່າວ ມີມູນຄ່າການລົງທຶນລວມປະມານ 500 ລ້ານໂດລາສະຫະລັດ ແລະ ມີກຳລັງຄວາມສາມາດການຜະລິດທີ່ອອກແບບ 500.000 ໂຕນຕໍ່ປີ ສຳລັບ ໂພແທັດຊຽມ ຄລໍໄຣດ໌ (KCl), ພ້ອມທັງມີແຜນທີ່ຈະສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍກວ່າ 600 ຄົນ.

ທ່ານ ຟຸ່ງ ກວາງ ຮຽບ ປະທານສະພາບໍລິຫານ ບໍລິສັດ Vinachem ໄດ້ກ່າວວ່າ: ພິທີການດຳເນີນງານຄືນໃໝ່ນີ້ ຖືເປັນຂີດໝາຍສຳຄັນ, ແຕ່ກໍເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ. ສິ່ງທີ່ສຳຄັນກວ່ານັ້ນ ແມ່ນຕ້ອງຫັນເອົາຄວາມເອົາໃຈໃສ່, ການຊີ້ນຳ ແລະ ການສະໜັບສະໜູນຈາກການນຳຂອງທັງສອງປະເທດ, ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ແລະ ແຂວງຄຳມ່ວນ ໃຫ້ກາຍເປັນຄວາມຄືບໜ້າ ແລະ ຜົນສຳເລັດທີ່ເປັນຮູບປະທຳສຳລັບໂຄງການນີ້. ບໍລິສັດ Vinachem ຈະສຸມກຳລັງແຮງ ແລະ ປະສານງານຢ່າງໃກ້ຊິດກັບບັນດາກະຊວງ, ອົງການ ແລະ ອຳນາດການປົກຄອງທ້ອງຖິ່ນຂອງທັງສອງປະເທດ ເພື່ອຈັດຕັ້ງປະຕິບັດໂຄງການ. ສຳລັບກຸ່ມບໍລິສັດ, ເງື່ອນໄຂສຳຄັນແມ່ນການຮັບປະກັນໃຫ້ການດຳເນີນໂຄງການມີຄວາມຄືບໜ້າໄປຄຽງຄູ່ກັບປະສິດທິພາບການລົງທຶນ, ຄວາມປອດໄພ ແລະ ການປົກປ້ອງສິ່ງແວດລ້ອມ.

ທ່ານ ຫງວຽນ ມິງ ເຕີມ ໄດ້ກ່າວວ່າ: ການລິເລີ່ມໂຄງການຄືນໃໝ່ນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະຫັນເອົາທ່າແຮງ ແລະ ໂອກາດໃນການຮ່ວມມືໃຫ້ກາຍເປັນໝາກຜົນແຫ່ງການພັດທະນາທີ່ເປັນຮູບປະທຳ. ປະສິດທິຜົນຂອງໂຄງການບໍ່ຄວນຖືກປະເມີນພຽງແຕ່ດ້ານຂະໜາດຂອງທຶນ ຫຼື ຜົນຜະລິດເທົ່ານັ້ນ, ແຕ່ຍັງຕ້ອງພິຈາລະນາເຖິງການສ້າງວຽກເຮັດງານທຳທີ່ໝັ້ນຄົງ, ການຝຶກອົບຮົມບຸກຄະລາກອນດ້ານເຕັກນິກ, ການປົກປ້ອງສິ່ງແວດລ້ອມ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນອີກດ້ວຍ. ສະຖານທູດຫວຽດນາມ ປະຈຳລາວ ຈະສືບຕໍ່ເຮັດໜ້າທີ່ເປັນຂົວຕໍ່ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບລະບຽບກົດໝາຍ.

ພ້ອມກັນນີ້, ທ່ານ ພຸດທະວັນ ນັນທະວົງ ກໍໄດ້ຕີລາຄາວ່າ: ໂຄງການດັ່ງກ່າວ ມີຄວາມສຳຄັນຢ່າງຍິ່ງຕໍ່ເສດຖະກິດ-ສັງຄົມ ແລະ ສະທ້ອນໃຫ້ເຫັນເຖິງການຮ່ວມມືອັນໃກ້ຊິດລະຫວ່າງສອງປະເທດ. ຝ່າຍລາວໄດ້ດຳເນີນມາດຕະການສະໜັບສະໜູນຕ່າງໆ ເຊັ່ນ: ການຕໍ່ອາຍຸໃບອະນຸຍາດກໍ່ສ້າງບໍ່ແຮ່, ການອະນຸມັດແຜນການນຳເຂົ້າເຄື່ອງຈັກ ແລະ ອຸປະກອນ, ລວມທັງການອຳນວຍຄວາມສະດວກໃນການປັບປຸງບົດສຶກສາຄວາມເປັນໄປໄດ້ຂອງໂຄງການ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ລົງທຶນເອົາໃຈໃສ່ຕໍ່ວຽກງານການປຸງແຕ່ງ ເພື່ອສ້າງຜະລິດຕະພັນທີ່ມີມູນຄ່າເພີ່ມ ແລະ ສ້າງການເຊື່ອມໂຍງກັບຂະແໜງອຸດສາຫະກຳ ແລະ ກະສິກຳພາຍໃນປະເທດ, ພ້ອມທັງໃຫ້ຄວາມສຳຄັນຕໍ່ການຝຶກອົບຮົມແຮງງານລາວ ແລະ ການຖ່າຍທອດເຕັກໂນໂລຊີ; ການສະຫຼຸບເອກະສານໂຄງການຕ້ອງສອດຄ່ອງກັບຂໍ້ກຳນົດຕ່າງໆ ກ່ຽວກັບການດຳເນີນງານຂຸດຄົ້ນບໍ່ແຮ່ທີ່ປອດໄພ, ການຕິດຕາມກວດກາສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນນ້ຳ, ກາກແຮ່ ລວມທັງການຟື້ນຟູສະພາບດິນ.

ບໍລິສັດ Vinachem ຖືວ່າ: ການນຳໂຄງການສຳຄັນນີ້ ເຂົ້າສູ່ຂັ້ນຕອນການຜະລິດໃຫ້ທັນຕາມກຳນົດເວລາ, ພ້ອມທັງຮັບປະກັນປະສິດທິພາບ, ຄວາມປອດໄພ ແລະ ການປົກປ້ອງສິ່ງແວດລ້ອມ ເປັນໜ້າທີ່ທາງການເມືອງທີ່ມີຄວາມສຳຄັນຍິ່ງໃນໄລຍະຕໍ່ໜ້າ. ຜ່ານໂຄງການນີ້, ກຸ່ມບໍລິສັດມີເປົ້າໝາຍຈະສ້າງຄວາມໝັ້ນຄົງໃນການສະໜອງວັດຖຸດິບຢ່າງຕັ້ງໜ້າ (Proactive Supply) ໃຫ້ແກ່ອຸດສາຫະກຳຝຸ່ນເຄມີພາຍໃນປະເທດເທື່ອລະກ້າວ, ພ້ອມທັງປະກອບສ່ວນເສີມສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍຜ່ານບັນດາໝາກຜົນແຫ່ງການຮ່ວມມືທີ່ເປັນຮູບປະທຳ.

ຂໍ້ມູນ-ພາບ: ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ

KPL

ຂ່າວອື່ນໆ

    • ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດເສດຖະກິດ

      ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດ

      10/21/2026 9:52:45 AM

      ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກເສດຖະກິດ

      ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

      10/19/2026 10:17:39 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

ads
ads

Top