ສປ ຈີນ-ສປປ ລາວ ຈະຈັດກິດຈະກຳ ແລກປ່ຽນມິດຕະພາບ ດ້ານການປ້ອງກັນປະເທດ ຢູ່ເຂດຊາຍແດນ ຄັ້ງທີ 5

12/10/2026 12:16
Email Print 467
ຂປລ ທ່ານ ​ພັນ​ເອກ​ພິ​ເສດ ເສີນ​ຊີ່ ໂຄ​ສົກ​ກະ​ຊວງ​ ປ້ອງ​ກັນ​ປະ​ເທດ​ຈີນ​ ໄດ້ກ່າວ​ວ່າ, ວັນ​ທີ 13 ຕຸ​ລາ​ນີ້, ກິດ​ຈະ​ກຳ​ ແລກ​ປ່ຽນ​ ມິດ​ຕະ​ພາບ ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ຢູ່​ເຂດ​ຊາຍ​ແດນ ​ຄັ້ງ​ທີ 5 ລະ​ຫວ່າງ​ ສປ ຈີນ ແລະ ສປປ ລາວ​ ຈະ​ຈັດ​ຂຶ້ນ​ຢູ່ ​ດ່​ານ​ບໍ່​ຫານ​ເມືອງຫລ້າ​ກິ່ງ ​ແຂວງ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນ​ນານ​ ຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 10 ຕຸ​ລາ​ນີ້, ທ່ານ ​ພັນ​ເອກ​ພິ​ເສດ ເສີນ​ຊີ່ ໂຄ​ສົກ​ກະ​ຊວງ​ ປ້ອງ​ກັນ​ປະ​ເທດ​ຈີນ​ ໄດ້ກ່າວ​ວ່າ, ວັນ​ທີ 13 ຕຸ​ລາ​ນີ້, ກິດ​ຈະ​ກຳ​ ແລກ​ປ່ຽນ​ ມິດ​ຕະ​ພາບ ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ຢູ່​ເຂດ​ຊາຍ​ແດນ ​ຄັ້ງ​ທີ 5 ລະ​ຫວ່າງ​ ສປ ຈີນ ແລະ ສປປ ລາວ​ ຈະ​ຈັດ​ຂຶ້ນ​ຢູ່ ​ດ່​ານ​ບໍ່​ຫານ​ເມືອງຫລ້າ​ກິ່ງ ​ແຂວງ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນ​ນານ​ ຂອງ ສປ ຈີນ. ກິດ​ຈະ​ກຳ​ຄັ້ງ​ນີ້ ​ມີ​ຈຸດ​ປະ​ສົງ​ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ຂອງ​ຜູ້​ນຳ​ສູງ​ສຸດ ​ສອງ​ພັກ​ສອງ​ລັດ, ເພີ່ມ​ທະ​ວີ​ ມິດ​ຕະ​ພາບ​ ທີ່​ເປັນ​ມູນ​ເຊື້ອ​ ຂອງ​ສອງ​ຝ່າຍ, ລົງ​ເລິກ​ການ​ຮ່ວມ​ມື​ ດ້ານ​ການ​ປ້ອງ​ກັນ​ຊາຍ​ແດນ​ ລະ​ຫວ່າງ ກອງ​ທັບ​​ຂອງສອງ​ປະ​ເທດ, ຮ່ວມ​ກັນ ​ປົກ​ປັກ​ຮັກ​ສາ ​ສັນ​ຕິ​ພາບ ແລະ ​ຄວາມ​ສະ​ຫງົບ​ສຸກ ຂອງ​ເຂດ​ຊາຍ​ແດນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top