KPL
ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ຄະນະຜູ້ແທນ ຄະນະບໍລິຫານສະພາການຄ້າ ອາເມລິກາ-ຈີນ (US-China Business Council) ຢູ່ນະຄອນຫລວງປັກກິ່ງ.

ຂປລ.ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 30 ກໍລະກົດ 2025, ທ່ານ ຫວາງຢີ້, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ໄດ້ພົບປະກັບ ຄະນະຜູ້ແທນ ຄະນະບໍລິຫານສະພາການຄ້າ ອາເມລິກາ-ຈີນ (US-China Business Council) ຢູ່ນະຄອນຫລວງ ປັກກິ່ງ. ທ່ານ ຫວາງຢີ້ ກ່າວວ່າ, ສປ ຈີນ ຍິນດີຮ່ວມກັບ ສ.ອາເມລິກາ ເພີ່ມທະວີ ການຕິດຕໍ່ ພົວພັນກັນ, ຫລີກລ່ຽງ ການຕັດສິນໃຈ ທີ່ຜິດພາດ, ຄຸ້ມຄອງ ແລະ ຄວບຄຸມຄວາມເຫັນ ທີ່ຂັດແຍ້ງກັນ, ແລະ ຊອກຫາການຮ່ວມມື, ຈັດຕັ້ງປະຕິບັດ ຄວາມເຫັນ ທີ່ເປັນເອກະພາບກັນ ຂອງປະມຸກລັດ ສອງປະເທດ, ຊຸກຍູ້ໃຫ້ສາຍພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ໄດ້ຮັບການພັດທະນາ ຢ່າງໝັ້ນທ່ຽງ ປອດໃສ ແລະ ຍືນຍົງ. ສປ ຈີນ ແລະ ສ.ອາເມລິກາ ຄວນສ້າງຊ່ອງທາງ ແລກປ່ຽນ ແລະ ປຶກສາຫາລື ໃຫ້ຫລາຍກວ່າເກົ່າ, ປະຕິບັດ ຕໍ່ຝ່າຍກົງກັນຂ້າມ ດ້ວຍທ່າທີ ທີ່ພາວະວິໄສ ມີສະຕິ ແລະ ຕິດແທດຕົວຈິງ, ສ້າງຄວາມຮັບຮູ້ ດ້ານຍຸດທະສາດ ທີ່ຖືກຕ້ອງ. ຕ້ອງເຄົາລົບ ຜົນປະໂຫຍດ ທີ່ເປັນແກນກາງ ແລະ ສຳຄັນ ເຊິ່ງກັນ ແລະກັນ, ຫລີກລ່ຽງ ບໍ່ໃຫ້ເກີດການເປັນ ປໍລະປັກກັນ. ຕ້ອງປະຕິບັດຕາມຫລັກການ ເຄົາລົບ ເຊິ່ງກັນ ແລະ ກັນ ສະເໝີພາບກັນ ແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ບໍ່ຍຶດຖືລັດທິ ຝ່າຍດຽວ ແລະ ບໍ່ນຳໃຊ້ ຄວາມເປັນເຈົ້າອຳນາດ, ປະຕິບັດ ວຽກໃຫຍ່ ວຽກຕົວຈິງ ແລະ ວຽກທີ່ມີຜົນດີ ຕໍ່ສອງປະເທດ ແລະ ຕໍ່ໂລກ ໃຫ້ຫລາຍຂຶ້ນ. ໃນ 6 ເດືອນຕົ້ນປີນີ້, ເສດຖະກິດຈີນ ໄດ້ຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ກ້າວໄປໃນທິດທາງ ທີ່ດີຢ່າງໝັ້ນທ່ຽງ. ສປ ຈີນ ຈະເປີດກວ້າງ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ, ສ້າງສະພາບ ແວດລ້ອມ ດ້ານການດຳເນີນ ທຸລະກິດ ລະດັບ ສຸດຍອດ ທີ່ພັດທະນາຕາມຫລັກການຕະຫລາດ ຄຸ້ມຄອງ ຕາມກົດໝາຍ ແລະ ເຊື່ອມໂຍງກັບສາກົນ, ຄອງຄອຍ ວິສາຫະກິດ ອາເມລິກາ ສືບຕໍ່ເບິ່ງປະເທດຈີນ ໄປໃນທາງດີ ແລະ ລົງທຶນຢູ່ ສປ ຈີນ ຕໍ່ໄປ, ບັນລຸເປົ້າໝາຍ ທີ່ຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ ແລະ ພັດທະນາ ໄປພ້ອມກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL