ສ.ອາເມລິກາ ປະກາດສະພາວະສຸກເສີນ ຈາກຝົນຕົກໜັກ-ນ້ຳຖ້ວມ ກະທັນຫັນ

01/08/2025 14:53
Email Print 213
KPL ທ່ານ ແຄທິ ໂຮຊູລ, ຜູ້ວ່າການ ລັດນີວຢອກ ແລະ ຮັກສາການ ຜູ້ວ່າການລັດ ນີວເຈີຊີ ຂອງ ສ.ອາເມລິກາ ປະກາດ ສະພາວະ ສຸກເສີນ ສຳລັບ ພື້ນທີ່ ຜະເຊີນກັບ ໄພຂົ່ມຂູ່ ຈາກນ້ຳຖ້ວມ ກະທັນຫັນ ເນື່ອງຈາກ ຝົນຕົກໜັກ

ຂປລ.ຕາມຂ່າວຈາກ ນີວຢອກ, ທ່ານ ແຄທິ ໂຮຊູລ, ຜູ້ວ່າການ ລັດນີວຢອກ ແລະ ຮັກສາການ ຜູ້ວ່າການລັດ ນີວເຈີຊີ ຂອງ ສ.ອາເມລິກາ ປະກາດ ສະພາວະ ສຸກເສີນ ສຳລັບ ພື້ນທີ່ ຜະເຊີນກັບ ໄພຂົ່ມຂູ່ ຈາກນ້ຳຖ້ວມ ກະທັນຫັນ ເນື່ອງຈາກ ຝົນຕົກໜັກ ສົ່ງຜົນກະທົບກັບ ການເດີນທາງລົດໄຟ ແລະ ທາງອາກາດ ລຽບຕາມ ແຄມຝັ່ງຕາເວັນອອກ ຂອງ ສ.ອາເມລິກາ. ສະໜາມບິນ ຫລັກ 8 ແຫ່ງ ທີ່ມີຖ້ຽວບິນ ຢ່າງໜ້ອຍ 1.170ຖ້ຽວ ຖືກຍົກເລີກ ບໍ່ວ່າ ຈະເປັນຖ້ຽວບິນຂາເຂົ້າ ແລະ ຂາອອກ ຫລື ພາຍໃນປະເທດ. ນອກນີ້ ຍັງມີອີກຫລາຍ ຖ້ຽວບິນ ຕ້ອງຊັກຊ້າ ອອກໄປອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top