ສ.ອາເມລິກາ ປະກາດປັບການເກັບພາສີໃໝ່ໃນເດືອນສິງຫານີ້

01/08/2025 14:36
Email Print 187
KPL ທ່ານ ໂດນັນ ທຣຳ ໄດ້ລົງນາມ ໃນຄຳສັ່ງພິເສດ ສຳລັບ ການເກັບ ອັດຕາພາສີ ສິນຄ້າ ລະດັບ19% ກັບປະເທດ ຄູ່ຄ້າອື່ນໆ ໃນພາກພື້ນ ອາຊີ ຕາເວັນອອກ ສຽງໃຕ້(ອາຊຽນ) ລວມມີ ໄທ, ອິນໂດເນເຊຍ,ຟີລິບປິນ ແລະ ກຳປູເຈຍ.

ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ1ສິງຫານີ້, ທ່ານ ໂດນັນ ທຣຳ ໄດ້ລົງນາມ ໃນຄຳສັ່ງພິເສດ ສຳລັບ ການເກັບ ອັດຕາພາສີ ສິນຄ້າ ລະດັບ19% ກັບປະເທດ ຄູ່ຄ້າອື່ນໆ ໃນພາກພື້ນ ອາຊີ ຕາເວັນອອກ ສຽງໃຕ້(ອາຊຽນ) ລວມມີ ໄທ, ອິນໂດເນເຊຍ,ຟີລິບປິນ ແລະ ກຳປູເຈຍ. ຂະນະທີ່ ສສ ຫວຽດນາມ ເກັບພາສີ ໃນອັດຕາ 20% ສ່ວນ ສປປ ລາວ ແລະ ມຽນມາ ຖືກເກັບພາສີ ລະດັບ 40% ຈະມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ7ສິງຫານີ້. ຂະນະທີ່ ອັດຕາພາສີນຳເຂົ້າ ທີ່ເພີ່ມຂຶ້ນ ສຳລັບ ປະເທດຕ່າງໆ ໂດຍຈະຢູ່ລະດັບ 10%-41% ສຳລັບ 69 ປະເທດຄູ່ຄ້າ ບາງປະເທດ ສາມາດ ບັນລຸ ຂໍ້ຕົກລົງ ທີ່ຊ່ວຍຫລຸດ ພາສີໄດ້. ສຳລັບ ການາດາ ໄດ້ຂຶ້ນພາສີ ສິນຄ້າ ທີ່ກ່ຽວຂ້ອງກັບ ຢາເຟນທານິລ ຈາກ25% ປັບຂຶ້ນເປັນ 35%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top