ອີຢູ ຈະກູ້ຢຶມເງິນ 127 ຕື້ເອີໂຣ ນຳໃນການໃຊ້ຈ່າຍດ້ານປ້ອງກັນຊາດ

01/08/2025 13:59
Email Print 170
KPL ຄະນະກຳມະກາ ເອີຣົບ (EC)ເປີດເຜີຍວ່າ 18 ປະເທດ ສະມາຊິກ ໃນສະຫະພາບ ເອີຣົບ (EU) ໄດ້ສົ່ງໃບກູ້ຢຶມເງິນ ຢ່າງໜ້ອຍສຸດ 127 ຕື້ເອີໂຣ (ປະມານ 145,74 ຕື້ໂດລາສະຫະລັດ) ຈາກກອງທຶນ ການກະທຳ ເພື່ອຄວາມໝັ້ນຄົງ ໃຫ້ແກ່ ເອີຣົບ (SAFE) ເພື່ອອາດສາມາດ ເພີ່ມທະວີ ການໃຊ້ຈ່າຍ ດ້ານປ້ອງກັນຊາດ ໃນສະພາບ ການຄວາມໝັ້ນຄົງ ມີການຂາດ ສະຖຽນລະພາບ ຫລາຍຢ່າງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ຄະນະກຳມະກາ ເອີຣົບ (EC)ເປີດເຜີຍວ່າ 18 ປະເທດ ສະມາຊິກ ໃນສະຫະພາບ ເອີຣົບ (EU) ໄດ້ສົ່ງໃບກູ້ຢຶມເງິນ ຢ່າງໜ້ອຍສຸດ 127 ຕື້ເອີໂຣ (ປະມານ 145,74 ຕື້ໂດລາສະຫະລັດ) ຈາກກອງທຶນ ການກະທຳ ເພື່ອຄວາມໝັ້ນຄົງ ໃຫ້ແກ່ ເອີຣົບ (SAFE) ເພື່ອອາດສາມາດ ເພີ່ມທະວີ ການໃຊ້ຈ່າຍ ດ້ານປ້ອງກັນຊາດ ໃນສະພາບ ການຄວາມໝັ້ນຄົງ ມີການຂາດ ສະຖຽນລະພາບ ຫລາຍຢ່າງ.ກອງທຶນ SAFE ມີຍອດມູນຄ່າ 150 ຕື້ ເອີໂຣ ໄດ້ເລີ່ມຕົ້ນ ແຕ່ເດືອນ ພຶດສະພາ ຜ່ານມາ ເພື່ອແນໃສ່ອະນຸຍາດ ໃຫ້ບັນດາ ປະເທດ ສະມາ ຊິກ ເຂົ້າເຖິງບັນດາບ້ວງເງິນກູ້ຢຶມທີ່ມີອັດຕາດອກເບ້ຍຕ່ຳກ່ວາ, ຍ້ອນການໜູນຊ່ວຍ ຈາກງົບປະມານ ສູນກາງຂອງ EU. ໂຄງການ ທີ່ມີຄວາມຮຽກຮ້ອງ ຢ່າງເຂັ້ມງວດເພື່ອແນໃສ່ ຮັບປະກັນ ຈຳນວນເງິນ ສ່ວນຫລາຍ ຈະໄດ້ຮັບການໃຊ້ຈ່າຍ ໃຫ້ແກ່ ການຜະລິດ ອາວຸດຢູ່ EU ເພື່ອປັບປຸງ ຂະແໜງ ອຸດສາຫະກຳ ປ້ອງກັນຊາດ ຂອງທະວີບນີ້.ໃນຈຳນວນ ບັນດາປະເທດ ທີ່ຢື່ນໃບກູ້ຢຶມເງິນ ມີບັນດາ ປະເທດ ຫລັກແຫລ່ງຄື: ຝຣັ່ງ, ແອັດສະປາຍ, ອີຕາລີ ແລະ ໂປໂລຍ. ປັດຈຸບັນ ກອງທຶນ ຍັງສືບຕໍ່ ຮັບໃບກູ້ຢຶມເງິນ ຈົນຮອດທ້າຍເດືອນ ພະຈິກ ແລະ ຄາດວ່າ ບັນຊີລາຍຊື່ ກູ້ຢຶນເງິນ ອາດສາມາດ ເພີ່ມຂຶ້ນ ເຖິງ 20 ປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top