ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ

31/07/2025 15:04
Email Print 254
KPL ຂປລ. ພິທີປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນາທຳ-ສັງຄົມ

ຂປລ. ພິທີປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນາທຳ-ສັງຄົມ, ມີ ສະຫາຍ ບົວຄົງ ນາມມະວົງ ກຳມະ ການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ), ສະ ຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະພັກ ຫສນຍ, ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຫ້ອງ ວ່າການສູນກາງພັັັກ, ຄະນະຈັດຕັ້ງສູນກາງພັກ, ກະຊວງ-ອົງການ, ພະນັກ ງານຫລັກແຫລ່ງ ຈາກສຳນັກງານນາຍົກລັດຖະມົນຕີ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ.


ການປະກາດສ້າງຕັ້ງອົງຄະນະພັກດັ່ງກ່າວ, ແມ່ນປະຕິບັດຕາມທັດສະນະຂອງ ພັກປະຊາຊົນປະຕິວັດລາວ ໃນການກໍ່ສ້າງກຳລັງແຮງ ແລະ ຄວາມສາມາດຍູ້ແຮງການປະຕິບັດ ແນວທາງປ່ຽນແປງ  ໃໝ່ຮອບດ້ານ ມີຫລັກການຂອງພັກ ເຂົ້າສູ່ລວງເລິກ, ກົງຈັກການຈັດຕັ້ງຂອງລະບອບການເມືອງປະ ຊາທິປະໄຕປະຊາຊົນ ຕ້ອງໄດ້ຮັບການປັບປຸງ, ບູລະນະຢ່າງຕໍ່ເນື່ອງ ຕາມທິດ ກົງຈັກມີຄວາມກະທັດຮັດ, ມີຄວາມເຂັ້ມແຂງ, ບຸກຄະລາກອນມີຄຸນນະພາບເຮັດໃຫ້ການນໍາພາ-ຊີ້ນໍາ, ການບໍລິຫານຄຸ້ມຄອງ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເສີມຂະຫຍາຍ ແລະ ດໍາລົງບົດບາດໃນການຫັນແນວທາງ ປ່ຽນແປງໃໝ່ຂອງພັກ ມາເປັນນະໂຍບາຍ, ເປັນແຜນພັດທະນາ, ເປັນກົດໝາຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຄວບຄຸມການບໍລິຫານ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ດັ່ງນັ້ນ, ເພືຶ່ອຕອບສະໜອງ ທັດສະນະດັ່ງກ່າວຂອງພັກ ແລະ ສອດຄ່ອງກັບໜ້າທີ່ ການເມືອງໃນໄລຍະໃໝ່ ຂອງອົງການກາແດງແຫ່ງຊາດລາວ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຈຶ່ງໄດ້ຕົກລົງ ຍົກຖານະຄະນະພັກ ຮາກຖານ ອົງການກາແດງແຫ່ງຊາດລາວ ທີ່ຂຶ້ນກັບອົງຄະນະພັກຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສ້າງຕັ້ງເປັນເປັນອົງຄະນະພັກອົງການກາແດງແຫ່ງຊາດລາວ, ມີຖານະເທົ່າກັບຄະນະພັກ ກະຊວງ-ອົງການ ຂຶ້ນກັບຄະນະເລຂາທິການສູນກາງພັກ ຕາມມະຕິຕົກລົງຂອງຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ສະບັບເລກທີ 629/ຄລສພ, ລົງວັນທີ 11 ກໍລະກົດ 2025 ແລະ ບົ່ງຕົວແຕ່ງຕັ້ງຄະນະ ບໍລິຫານງານພັກ ອົງການກາແດງແຫ່ງຊາດລາວ ຕາມມະຕິຕົກລົງ ຂອງຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ສະບັບເລກທີ 651/ຄລສພ, ລົງວັນທີ 21 ກໍລະກົດ 2025 ຊຶ່ງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ ອົງການກາແດງແຫ່ງຊາດລາວ ປະກອບມີ: ສະຫາຍ ຄຳລາວັນ ຈັນທະລາວັນ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ຈັນທະລາ ສຸກສາຄອນ ເປັນຮອງເລຂາຄະນະບໍລິຫານງານພັກ; ສະຫາຍ ຮອງຈັນ ຈັນທະວົງ ເປັນຄະນະບໍລິຫານ ງານພັກ; ສະຫາຍ ເຂັມເພັດ ສີວໍຣະວົງສ໌ ເປັນຄະນະບໍລິຫານງານພັກ ແລະ ສະຫາຍ ນາງ ໄອ່ຄຳ ສໍອິນໄຊ          ເປັນຄະນະບໍລິຫານງານພັກ;

ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ, ສະມາຊິກພັກ-ພະນັກງານລັດຖະກອນ ອົງການກາແດງແຫ່ງຊາດລາວ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ຕໍ່ວຽກງານ ການເມືອງ-ນໍາພາແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງຕໍ່ການປັບປຸງກົງຈັກ ການຈັດຕັ້ງພັກ ໃນຄັ້ງນີ້; ເອົາໃຈໃສ່ປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜີດຊອບ ໃຫ້ບັນດາສະຫາຍ ໃນຄະນະບໍລິຫານງານພັກ ໃຫ້ລະອຽດຈະແຈ້ງ; ສືບຕໍ່ຊີ້ນໍາການປັບປຸງກົງຈັກການຈັດຕັ້ງ ຕາມທິດທີ່ກຳນົດໄວ້; ບັນດາໜ້າວຽກ, ກຸ່ມວຽກຕ້ອງໄດ້ຮັບການສັບຊ້ອນ ເຂົ້າກັນໃຫ້ເປັນລະບົບ ແລະ ສາມາດເຄື່ອນໄຫວວຽກງານມີຄວາມຕໍ່ເນື່ອງ; ຕ້ອງສ້າງໃຫ້ກົງຈັກ ທີ່ມີຄວາມບໍລິສຸດຜຸດຜ່ອງ, ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ແລະ ບໍລິການຮັບໃຊ້ປະຊາຊົນ ຢ່າງແທ້ຈິງ; ໃຫ້ພ້ອມກັນຮີບຮ້ອນກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ໃຫ້ທັນ ແລະ ສຳເລັດຕາມກຳນົດເວລາ ໂດຍສະເພາະການກະ ກຽມເນື້ອໃນ, ການສ້າງຂະບວນການດ້ານຕ່າງໆ, ການເນີນຊີວິດການເມືອງ, ການກະກຽມບຸກຄະລາກອນ ຮັບສະໝັກເຂົ້າໃນຄະນະບໍລິຫານງານພັກ, ການກະກຽມຜູ້ແທນເຂົ້າຮ່ວມກອງປະຊຸມ, ລວມທັງການກະກຽມ ຜູ້ແທນອົງຄະນະພັກ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງດ້ານບຸກຄະລາກອນ ຕ້ອງຮັບປະກັນຕາມມາດຕະຖານ ແລະ ເງື່ອນໄຂທີ່ກໍານົດໄວ້.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ

      7/31/2025 2:54:00 PM

      ຂປລ. ວັນທີ 29 ກໍລະກົດ 2025 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ

    • ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກການເມືອງ

      ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກ

      7/31/2025 2:48:57 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ

    • ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີ

      7/31/2025 2:25:22 PM

      ຂປລ. ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

    • ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມການເມືອງ

      ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

      7/30/2025 9:41:43 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      7/30/2025 9:37:24 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.


Top