ກຳປູເຈຍ-ໄທ ຈະຈັດກອງປະຊຸມ ຄະນະກຳມະການຊາຍແດນຮ່ວມ ໃນວັນທີ 4 ສິງຫານີ້

01/08/2025 13:46
Email Print 155
KPL ທ່ານ ທີ ເຊຮາ (Tea Seiha) ລັດຖະມົນຕີ ກະຊວງປ້ອງກັນປະເທດ ກຳປູເຈຍ ພ້ອມກັບ ຄູ່ຮ່ວມຕຳແໜ່ງໄທ ຈະ ເປັນປະທານຮ່ວມ ກອງປະຊຸມ ຄະນະກຳມະການ ຊາຍແດນຮ່ວມ ລະຫວ່າງ ສອງປະເທດ ທີ່ຄາດວ່າ ຈະດຳເນີນຢູ່ ກຳປູເຈຍ ໃນວັນທີ 4 ສິງຫາ.

ຂປລ.ສຳນັກຂ່າວສານ ກຳປູເຈຍ (AKP) ໄດ້ຄັດສະເໜີ ຄຳເວົ້າຂອງ ທ່ານ ນາງ ມາລີ ໂຊເຊອາຕາ(Maly Socheata), ໂຄສົກກະຊວງ ປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ ທ່ານ ທີ ເຊຮາ (Tea Seiha) ລັດຖະມົນຕີ ກະຊວງປ້ອງກັນປະເທດ ກຳປູເຈຍ ພ້ອມກັບ ຄູ່ຮ່ວມຕຳແໜ່ງໄທ ຈະເປັນປະທານຮ່ວມ ກອງປະຊຸມ ຄະນະກຳມະການ ຊາຍແດນຮ່ວມ ລະຫວ່າງ ສອງປະເທດ ທີ່ຄາດວ່າ ຈະດຳເນີນຢູ່ ກຳປູເຈຍ ໃນວັນທີ 4 ສິງຫາ. ທ່ານ ນາງ Socheata ໄດ້ຢັ້ງຢືນຄືນໃໝ່ວ່າ ລັດຖະບານ ແລະ ກອງທັບ ກຳປູເຈຍ ຍັງໃຫ້ຄຳໝັ້ນສັນຍາ ປະຕິບັດ ບັນດາມາດຕາ ຂອງຂໍ້ຕົກລົງ ຢຸດຍິງ ຢ່າງຄົບຖ້ວນ, ລວມມີ ການຢຸດຕິ ທຸກການເຄື່ອນໄຫວ ປໍລະປັກ ຢ່າງສິ້ນເຊິງ, ບໍ່ລະດົມ ຫລື ຈັດສົ່ງ ກຳລັງທະຫານ ຕື່ມອີກ, ກອງທັບ ສອງປະເທດ ຕ້ອງຮັກສາ ທີ່ຕັ້ງນັບ ແຕ່ຕອນກາງຄືນ ຂອງວັນທີ 28 ກໍລະກົດ ຜ່ານມາ, ສ້າງຕັ້ງກຸ່ມປະຕິບັດງານ ເພື່ອເປັນຊ່ອງທາງ ຕິດຕໍ່ພົວພັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top