KPL
ນັບແຕ່ນີ້ ຮອດທ້າຍປີ 2025, ສສ ຫວຽດນາມ ຕ້ອງກໍ່ສ້າງເສັ້ນທາງດ່ວນ ສຳເລັດ ຢ່າງໜ້ອຍສຸດ 3.000 ກິໂລແມັດ ນີ້ແມ່ນເປົ້າໝາຍ ຂອງກອງ ປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ນັບແຕ່ນີ້ ຮອດທ້າຍປີ 2025, ສສ ຫວຽດນາມ ຕ້ອງກໍ່ສ້າງເສັ້ນທາງດ່ວນ ສຳເລັດ ຢ່າງໜ້ອຍສຸດ 3.000 ກິໂລແມັດ ນີ້ແມ່ນເປົ້າໝາຍ ຂອງກອງ ປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ. ຍ້ອນຄຸນລັກສະນະ ແລະ ຄວາມໝາຍຂອງໜ້າທີ່, ພວກເຮົາຖືນີ້ແມ່ນ ຄຳສັ່ງຈາກຫົວໃຈ ແລະ ຈິດໃຈຄວາມຮັບຜິດຊອບ ອັນສູງສຸດ ທີ່ມີຕໍ່ນ້ຳໃຈ ຂອງການປະຕິວັດ ເດືອນສິງຫາ”. ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໃນກອງປະຊຸມ ສະຫລຸບ ການຈັດຕັ້ງປະຕິບັດ ວຽກງານ 6 ເດືອນ ຕົ້ນປີ 2025 ຂອງຄະນະຊີ້ນຳ ແຫ່ງລັດ ກ່ຽວກັບ ກິດຈະກຳ, ໂຄງການ ສຳຄັນ ລະດັບຊາດ, ກິດຈະກຳຈຸດສຸມ ຂະແໜງ ຄົມມະນາຄົມຂົນສົ່ງ ແລະ ສະຫລຸບ ການແຂ່ງຂັນຍອດສູງ ພາຍໃຕ້ຫົວຂໍ້ “500 ວັນ ແລະ ຄືນ ແຂ່ງຂັນກໍ່ສ້າງເສັ້ນທາງດ່ວນສຳເລັດ 3000 ກິໂລແມັດ” ໄດ້ຈັດຂຶ້ນ ໃນວັນທີ 31 ກໍລະກົດ ຢູ່ນະຄອນຫລວງ ຮ່າໂນ້ຍ./.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL