ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກ

31/07/2025 14:48
Email Print 219
KPL ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ


ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ ເພື່ອຂັບເຄື່ອນ ວຽກງານປົກປ້ອງເດັກ ແນໃສ່ປ້ອງກັນ ການໃຊ້ແຮງງາານເດັກທີ່​ຢູ່​ໃນ​ຊຸມ​ຊົນ ແລະ ​ຊົນ​ເຜົ່າ​​ທີ່​ດ້ອຍ​ໂອກາດ, ພ້ອມ​ທັງ​ສົ່ງ​ເສີມ​ສິດທິ​ຂອງ​ເດັກ​ ໃນ​ການໄດ້ຮັບການປົກປ້ອງ, ໄດ້ຮັບການ​ສຶກ​ສາ ແລະ ການ​ເຂົ້າເຖິງການຝຶກວິຊາຊີບ, ການປະກອບອາຊີບ ແລະ ການຈ້າງ​ງານ​ທີ່ເໝາະສົມກັບ​ໄວ​ໜຸ່ມ.

ໂຄງການດັ່ງກ່າວ, ຈະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG) 10 ໂດຍການຫລຸດຜ່ອນຄວາມບໍ່ສະເໝີພາບທາງດ້ານສັງຄົມ ແລະ ເສດຖະກິດ ເຊິ່ງຈະ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຜ່ານ 3 ທິດ​ທາງ​ສຳຄັນ​ຄື: ການ​ປົກ​ປ້ອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເດັກ ​ແລະ ​ໄວ​ໜຸ່ມ​ໃນ​ຊຸມ​ຊົນ​ທີ່​ດ້ອຍ​ໂອກາດ; ປູກຈິດສຳນຶກພາຍໃນຄອບຄົວ ແລະ ຊຸມຊົນ; ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ, ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເພື່ອປ້ອງກັນ ການໃຊ້ແຮງງານເດັກ ໂດຍຜ່ານການປະສານງານ ທີ່ເຂັ້ມແຂງ ແລະ ຍືນຍົງ.

ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ກ່າວວ່າ: ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ເປັນໂຄງການໜຶ່ງທີ່ໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບເອີຣົບ; ສ້າງຂຶ້ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊິ່ງຍາມໃດລັດຖະບານລາວ ໄດ້ຖືເອົາວຽກງານປົກປ້ອງ ແລະ ຊ່ວຍເຫລືອເດັກເປັນສໍາຄັນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງເຂົາເຈົ້າ ໂດຍສະແດງອອກໃນການເຂົ້າ​ເປັນ​ພາຄີ​ ​ສົນທິສັນຍາ​ສາກົນ ຂອງອົງການສະຫະປະຊາຊາດ, ບັນດາຖະແຫລງການຕ່າງໆຂອງອາຊຽນ ທີ່ກ່ຽວຂ້ອງກັບການປົກປ້ອງ ແລະ ຊ່ວຍເຫລືອເດັກ, ພ້ອມທັງໄດ້ປະກາດ ໃຊ້ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ) ແລະ ນິຕິກຳພາຍໃຕ້ກົດໝາຍຫລາຍສະບັບ ແລະ ແຜນດຳເນີນງານແຫ່ງຊາດ ທີ່ສ້າງຄວາມ ເຂັ້ມແຂງໃຫ້ແກ່ ລະບົບປົກປ້ອງເດັກ. ຄຽງຄູ່ກັນນັ້ນ, ກໍໄດ້ປັບປຸງກົນໄກການປະສານງານ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມຄ່ອງຕົວຂຶ້ນກວ່າເກົ່າ. ພ້ອມ​ນີ້, ຍັງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້, ກວດກາຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດເປັນປະຈໍາ. ຢ່າງໃດກໍຕາມ, ການນໍາໃຊ້ແຮງງານເດັກ ແລະ ເດັກທີ່ມີຄວາມສ່ຽງສູງ ໃນເຂດຊົນນະບົດ ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ສາເຫດຕົ້ນຕໍ ແມ່ນເກີດມາຈາກ ຄວາມເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ຄວາມຮັບຮູ້ຍັງບໍ່ສູງ, ພື້ນຖານໂຄງລ່າງທີ່ຈຳກັດ, ຜົນກະທົບຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ, ໂອກາດໃນການເຂົ້າເຖິງການສຶກສາ ແລະ ວຽກເຮັດງານທໍາ ຍັງມີຂໍ້ຈຳກັດ.

ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ສະຫະພາບເອີຣົບ ຮັກສານະໂຍບາຍ ບໍ່ຍອມຮັບການໃຊ້ແຮງງານ ເດັກໂດຍເດັດຂາດ ເຊິ່ງອັດຕາການໃຊ້ແຮງງານເດັກທີ່ສູງໃນ ສປປ ລາວ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ເຊິ່ງໂຄງການດັ່ງກ່າວ, ຈະແກ້ໄຂຢ່າງຈິງຈັງ ໂດຍນັ້ນໃສ່ການປົກປ້ອງເດັກ ບໍ່ໃຫ້ຖືກທາລຸນທາງຮ່າງກາຍ, ຈິດໃຈ ແລະ ຖືກຂູດຮີດແຮງງານ. ສະຫະພາບເອີຣົບ ມີຄວາມພູມໃຈທີ່ຈະຢືນຄຽງຂ້າງ ກັບລັດຖະບານລາວ ແລະ ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ດ້ວຍການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນ ແລະ ຂະຫຍາຍການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ.

ທ່ານ ລຸກ ເອບສ ຫົວໜ້າ ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ໄດ້ເນັ້ນວ່າ: ເດັກນ້ອຍ ທີ່ບໍ່ໄດ້ຮັບສິດທິຂອງເຂົາເຈົ້າຢ່າງເຕັມທີ່ ໂດຍສະເພາະ ການໃຊ້ແຮງງານ ເດັກທີ່ບໍ່ຖືກຕ້ອງ ບໍ່ພຽງແຕ່ເປັນບັນຫາ ດ້ານການພັດທະນາເທົ່ານັ້ນ ແຕ່ມັນຍັງເປັນການລະເມີດສິດທິເດັກໂດຍພື້ນຖານ. ພວກເຮົາພາກພູມໃຈຫລາຍ ທີ່ຈະໄດ້ຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ການໃຊ້ແຮງງານເດັກ ເຊິ່ງເປັນວຽກບຸລິມະສິດແຫ່ງຊາດ.


ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວການເມືອງ

      ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ

      7/31/2025 3:04:39 PM

      ຂປລ. ພິທີປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນາທຳ-ສັງຄົມ

    • ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ

      7/31/2025 2:54:00 PM

      ຂປລ. ວັນທີ 29 ກໍລະກົດ 2025 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ

    • ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີ

      7/31/2025 2:25:22 PM

      ຂປລ. ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

    • ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມການເມືອງ

      ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

      7/30/2025 9:41:43 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      7/30/2025 9:37:24 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.


Top