KPL
ທ່ານ ໂດນັສ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ໂພສຂໍ້ຄວາມ ທາງສື່ສັງຄົມ ອອນລາຍ ເພື່ອປະກາດ ການບັນລຸ ຂໍ້ຕົກລົງ ການຄ້າ ທີ່ເຕັມຮູບແບບ ແລະ ສົມບູນ ກັບ ສ.ເກົາຫລີ ໂດຍສິນຄ້າ ທີ່ ສົ່ງອອກຈາກ ປະເທດນີ້ ດ້ວຍອັດຕາພາສີ 15%, ເທົ່າກັບ ຍີ່ປຸ່ນ ແລະ ສະຫະພາບ ເອີຣົບ (ອີຢູ)
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ເຊອຸນ ປະເທດ ສ.ເກົາຫລີ, ວັນທີ 31ກໍລະກົດ, ທ່ານ ໂດນັສ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ໂພສຂໍ້ຄວາມ ທາງສື່ສັງຄົມ ອອນລາຍ ເພື່ອປະກາດ ການບັນລຸ ຂໍ້ຕົກລົງ ການຄ້າ ທີ່ເຕັມຮູບແບບ ແລະ ສົມບູນ ກັບ ສ.ເກົາຫລີ ໂດຍສິນຄ້າ ທີ່ ສົ່ງອອກຈາກ ປະເທດນີ້ ດ້ວຍອັດຕາພາສີ 15%, ເທົ່າກັບ ຍີ່ປຸ່ນ ແລະ ສະຫະພາບ ເອີຣົບ (ອີຢູ).
ໃນຂະນະດຽວກັນ, ທ່ານ ໂດນັສ ທຣຳ ໄດ້ປະກາດວ່າ ສ.ເກົາຫລີ ຈະລົງທຶນ 350.000 ຕື້ໂດລາສະຫະລັດ ຢູ່ ສ.ອາເມລິກາ ແລະ ການນຳເຂົ້າ ອາຍແກັສ ທຳມະຊາດ ປະເພດແຫລວ (LNG) ແລະ ຜະລິດຕະພັນ ພະລັງງານຂອງ ສ.ອາເມລິກາ ດ້ວຍມູນຄ່າ 150.000 ຕື້ໂດລາສະຫະລັດໃນໄລຍະ 3ປີກວ່າ.
ນອກຈາກນັ້ນ, ສ.ເກົາຫລີ ຈະມີການ ລົງທຶນ ໃນສ.ອາເມລິກາ ເພີ່ມຂຶ້ນອີກ, ໂດຍ ທ່ານໂດນັສ ທຣຳ ກ່າວວ່າ ຈະປະກາດ ໃນໄລຍະ ສອງອາທິດ ຕໍ່ໜ້າ.ໃນຂະນະທີ່ ປະທານາທິບໍດີ ສ.ເກົາຫລີ ທ່ານ ອີ ແຈ-ມະຍອງ ຈະເດີນທາງໄປຢ້ຽມຢາມ ນະຄອນຫລວງ ວໍຊິງຕັນ ເພື່ອປຶກສາ ຫາລືກັນ ໃນລະດັບ ທະວີພາຄີ, ພ້ອມທັງ ເນັ້ນໜັກວ່າ ຂໍສະແດງຄວາມຍິນດີກັບຜູ້ນຳ ສ.ເກົາຫລີ ໃນການປະສົບ ຄວາມສຳເລັດ ໃນການເລືອກຕັ້ງ ເມື່ອເດືອນ ມິຖຸນາທີ່ຜ່ານມາ./
KPL