KPL
ການພົບປະ ບໍ່ເປັນທາງການ ລະຫວ່າງ ຈີນ-ກຳປູເຈຍ ແລະ ໄທ ໄດ້ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ຂອງ ສປຈີນ. ໂດຍມີ ທ່ານ ຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຈີນ ພ້ອມດ້ວຍ ຜູ້ຕາງໜ້າ ຈາກ ກຳປູເຈຍ ແລະ ໄທ ເຂົ້າຮ່ວມ.
ຂປລ.ອ້າງຕາມຂ່າວ ຊີເອັມຈີ: ວັນທີ 30 ກໍລະກົດ, ການພົບປະ ບໍ່ເປັນທາງການ ລະຫວ່າງ ຈີນ-ກຳປູເຈຍ ແລະ ໄທ ໄດ້ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ຂອງ ສປຈີນ. ໂດຍມີ ທ່ານ ຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຈີນ ພ້ອມດ້ວຍ ຜູ້ຕາງໜ້າ ຈາກ ກຳປູເຈຍ ແລະ ໄທ ເຂົ້າຮ່ວມ.
ຜູ້ຕາງໜ້າ ຈາກ ກຳປູເຈຍ ແລະ ໄທ ໄດ້ຢືນຢັນ ອີກເທື່ອໜຶ່ງ ວ່າ ຈະປະຕິບັດຕາມ ຄວາມຮັບຮູ້ ທີ່ເປັນເອກະພາບກັນ ກ່ຽວກັບ ການຢຸດຍິງ, ພ້ອມກັນນັ້ນ ຍັງສະແດງ ຄວາມຊົມເຊີຍ ຕໍ່ຈີນ ທີ່ໄດ້ເສີມຂະຫຍາຍ ບົດບາດ ຢ່າງຕັ້ງໜ້າ ເພື່ອຜ່ອນຄາຍ ສະຖານະການ ທີ່ ເຄັ່ງຕຶງ. ການພົບປະ ດັ່ງກ່າວ ໄດ້ຈັດຂຶ້ນ ດ້ວຍບັນຍາກາດ ໄມຕີຈິດ ມິດຕະພາບ ແລະ ກົມກຽວກັນ.
ຈີນ ຈະສືບຕໍ່ ເສີມຂະຫຍາຍ ບົດບາດ ທີ່ມີ ລັກສະນະສ້າງສັນ ເພື່ອສະໜັບ ສະໜູນ ກຳປູເຈຍ ແລະ ໄທ, ການແກ້ໄຂ ຂໍ້ຂັດແຍ້ງ ດ້ານຊາຍແດນ ດ້ວຍສັນຕິວິທີ. ການພົບປະສາມຝ່າຍ ໃນຄັ້ງນີ້ ເປັນຄວາມພະຍາຍາມ ຄັ້ງໃໝ່ ຂອງ ຈີນ ທາງດ້ານວຽກງານ ການຕ່າງປະເທດ./
KPL