ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

26/06/2025 14:01
Email Print 189
KPL ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດພິທີເປີດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດ ປະຈັນບານເຂົ້າໃນ ການປະດິດສ້າງຫັນເປັນດີຈິຕອນ ໃນວັນທີ 25-29 ມິຖຸນາ 2025 ຢູ່ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ)



ຂປລ.
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດພິທີເປີດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດ ປະຈັນບານເຂົ້າໃນ ການປະດິດສ້າງຫັນເປັນດີຈິຕອນ ໃນວັນທີ 25-29 ມິຖຸນາ 2025 ຢູ່ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ມີບັນດາຮອງປະທານ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນອ້ອມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປລ, ທັງເປັນປະທານຈັດງານດັ່ງກ່າວ ໄດ້ກ່ວໃນພິທີວ່າ: ການຈັດງານໃນຄັ້ງນີ້, ມີຈຸດປະສົງ ເພື່ອການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີສໍາລັບຊາວໜຸ່ມ-ເຍົາວະຊົນ; ເພື່ອເປີດໂອກາດ ໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ແລະ ເປັນການປູກຈິດສຳນຶກ ຂອງບັນດາຊາວໜຸ່ມ-ເຍົາ ວະຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ສຳຄັນ ແລະ ເປັນປະໂຫຍດ; ເພື່ອທົບທວນຄືນເຖິງຜົນງານ ແລະ ການປະກອບສ່ວນຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນ, ຜູ້ປະກອບການໜຸ່ມ ທີ່ຈະໄດ້ ນໍາເອົາຜົນງານຂອງຕົນເຂົ້າມາແລກປ່ຽນ, ຮຽນຮູ້ເຊິ່ງກັນ ແລະ ກັນ ໂດຍຜ່ານເວທີສົນທະນາແລກປ່ຽນ ແລະ ແຂ່ງຂັນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດຊາດຂອງຊາດ, ຂອງພັກ, ສະ ເຫລີມສະຫລອງ ແລະ ຊົມເຊີຍວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະເປີດຂຶ້ນໃນມໍ່ໆນີ້. ພ້ອມນັ້ນ, ຍັງເປັນການເປີດໂອກາດໃຫ້ເຍົາວະຊົນ-ອະນຸຊົນ ໄດ້ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ທາງດ້ານການເວົ້າທີ່ມີເນື້ອໃນ, ມີຫລັກການບ່ອນອີງ ແລະ ກິດຈະກໍາຕ່າງໆ ເພື່ອພັດທະນາຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ ກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງພັກຂອງຊາດ.

ທ່ານ ມອນໄຊ ລາວມົວຊົງ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າ: ງານຄັ້ງນີ້, ຈະເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງຊາວໜຸ່ມ ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານທີ່ເຂົ້າຮ່ວມງານ ຈະສືບຕໍ່ ເພີ່ມທະວີຄວາມເອົາໃຈໃສ່ ໃນການສ້າງເງື່ອນໄຂ ເອື້ອອໍານວຍຄວາມສະດວກ ແລະ ພັດທະນາຊາວໜຸ່ມວັນນີ້ ໃຫ້ກາຍເປັນຜູ້ສືບທອດ ທີ່ດີມີຄຸນນະພາບໃນອະນາຄົດ, ພ້ອມທັງໝັ້ນໃຈວ່າຊາວໜຸ່ມພວກເຮົາ ຈະພ້ອມກັນຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນພົນລະເມືອງດີ ແລະ ກາຍເປັນຜູ້ສືບທອດທີ່ດີໃນຕໍ່ໜ້າ.

ໃນງານຄັ້ງນີ້, ມີການວາງສະແດງສິນຄ້າ, ຜະລິດຕະພັນຊາວໜຸ່ມ, ຕົວແບບຊາວໜຸ່ມ, ວາງສະ ແດງຮູບພາບມູນເຊື້ອ 70 ປີ ຂອງຄະນະຊາວໜຸ່ມນະຄອນຫລວງ, ນັກທຸລະກິດໜຸ່ມແຫ່ງຊາດ, ກະ ຊວງ, ອົງການທຽບເທົ່າ, ແຂວງ ແລະ ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເວທີການສະແດງ, ເວທີສົນທະນາແລກປ່ຽນຄວາມຮູ້, ການແຂ່ງຂັນຂຽນບົດຄວາມຊາວໜຸ່ມ-ເຍົາວະຊົນ, ການບໍລິຈາກເລືອດ ແລະ ງານວາງສະແດງສິນຄ້າອື່ນໆ. ນອກນີ້, ຍັງມີການແຂ່ງຂັນເກມກິລາ, ສິລະປະ ແລະ ການວາດພາບຂອງຫລານນ້ອຍ ແລະ ອື່ນໆ.

KPL

ຂ່າວອື່ນໆ


Top