ສະພາແຫ່ງຊາດ ກໍານົດທິດທາງ ແຕ່ນີ້ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10

26/06/2025 13:41
Email Print 141
KPL ຂປລ. ສະພາ​ແຫ່ງ​ຊາດ ທິດທາງແຜນການເຄື່ອນໄຫວວຽກງານ ແຕ່ນີ້ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຫລາຍດ້ານ​ທີ່​ສໍາຄັນ ​ເປັນ​ຕົ້ນ ດ້ານນິຕິບັນຍັດ, ດ້ານການຕົກລົງ ບັນຫາສໍາຄັນພື້ນຖານ ຂອງປະເທດຊາດ, ແຜນການກະກຽມໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III

ຂປລ. ສະພາ​ແຫ່ງ​ຊາດ ທິດທາງແຜນການເຄື່ອນໄຫວວຽກງານ ແຕ່ນີ້ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຫລາຍດ້ານ​ທີ່​ສໍາຄັນ ​ເປັນ​ຕົ້ນ ດ້ານນິຕິບັນຍັດ, ດ້ານການຕົກລົງ ບັນຫາສໍາຄັນພື້ນຖານ ຂອງປະເທດຊາດ, ແຜນການກະກຽມໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III, ດ້ານການຕິດຕາມກວດກາ ​ແລະ ການເຄື່ອນໄຫວວຽກງານປິ່ນອ້ອມຕ່າງໆ.

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວ ຕໍ່​ສື່​ມວນ​ຊົນໃນຕອນບ່າຍວັນທີ 25 ມິຖຸນາ 2025 ນີ້​ວ່າ: ທິດທາງແຜນການເຄື່ອນໄຫວວຽກງານ ແຕ່ນີ້ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ດ້ານນິຕິບັນຍັດ ຮຽບຮຽງບັນດາກົດໝາຍ 10 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ຕິດຕາມ ແລະ ຊຸກຍູ້ໃຫ້ລັດຖະບານ ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຜ່ານມາ (2021-2025) ແລະ ກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະ 5 ປີຕໍ່ໜ້າ(2026-2030); ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງການປະເມີນ, ທາບທາມ, ໂຄສະນາເຜີຍແຜ່ກົດໝາຍ ຂົງເຂດວຽກງານຕ່າງໆທີ່ມີຄວາມຈໍາເປັນ; ຊຸກຍູ້ພາກ ສ່ວນກ່ຽວຂ້ອງໃນ ການນໍາເອົາບັນດາຮ່າງກົດໝາຍ ແລະ ກົດໝາຍທີ່ປະກາດໃຊ້ແລ້ວ ໄປທາບທາມ, ໂຄສະນາເຜີຍແຜ່ໃຫ້ເປົ້າໝາຍຕ່າງໆຢ່າງກວ້າງຂວາງ, ທົ່ວເຖິງ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການໃຫ້ສັດຕະຍາບັນແກ່ ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ. ສ່ວນດ້ານການຕົກລົງ ບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ສະພາແຫ່ງຊາດ ໄດ້ຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະຈໍາປີ 2025 ຂອງລັດຖະບານ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ; ລາຍງານແຜນການກະກຽມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ບົດລາຍງານຜົນການກວດສອບ ກ່ຽວກັບບົດສະ ຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະແຕ່ປີ 2024-2025; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2025 ຂອງອົງການໄອຍະການ ແລະ ສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ(2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຮ່າງທິດທາງແຜນການ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; ບົດລາຍງານຜົນການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ແລະ ຮ່າງທິດທາງແຜນການ 5 ປີ (2026-2030); ບົດປະກອບຄຳເຫັນຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX; ການມອບໃບຢັ້ງຢືນການສໍາເລັດໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ສະມາຊິກສະພາແຫ່ງຊາດ ຊຸດທີ IX; ພິຈາລະນາບັນຫາສຳຄັນພື້ນຖານ ຂອງປະເທດຊາດ ແລະ ວຽກງານອື່ນໆ.

ດ້ານການຕິດຕາມກວດກາ ຄົ້ນຄວ້າກໍານົດຫົວຂໍ້ຕິດຕາມກວດກາໃຫ້ມີຈຸດສຸມ; ຊຸກຍູ້ ແລະ ມອບໝາຍໃຫ້ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເພື່ອດໍາເນີນການລົງຕິດຕາມກວດກາ ຕາມພາລະບົດບາດຂອງຕົນ ແລ້ວສະໜອງຂໍ້ມູນໃຫ້ຄະນະ ປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການຂອງສະພາແຫ່ງຊາດ; ຕິດຕາມກວດກາ ຜ່ານກົນໄກການດໍາເນີນກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ ແລະ ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບພາກສ່ວນຕ່າງໆ; ພິຈາລະນາຄໍາຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ໃຫ້ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີຄວາມຍຸຕິທຳ; ຕິດຕາມການແກ້ໄຂຄໍາສະເໜີຂອງປະຊາ ຊົນຜ່ານໂທລະສັບສາຍດ່ວນ ສົ່ງເຖິງກອງປະຊຸມສະພາແຫ່ງຊາດ; ຕິດຕາມກວດກາຜົນການແກ້ໄຂ ຕາມຄໍາສະເໜີຂອງຂອງສັງຄົມ ໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອລາຍງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມືກັບຕ່າງປະເທດ ແລະ ສົນທິ ສັນຍາທີ່ ສປປ ລາວ ເປັນພາຄີ.

ການເຄື່ອນໄຫວວຽກງານປິ່ນອ້ອມ ໄດ້ຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຫົວຂໍ້ຕ່າງໆ; ຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕາມທິດກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ; ຄົ້ນຄວ້າສ້າງ, ປັບປຸງນິຕິກໍາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ, ບັນດາກົງຈັກເສນາທິການ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ; ຈັດພິມປຶ້ມປະຫວັດສາດ ແຫ່ງການພົວພັນສະພາແຫ່ງຊາດລາວ-ຫວຽດນາມ ຄົບຮອບ 50 ປີ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ; ຄົ້ນຄວ້າ ແລະ ສັງລວມບັນດາປື້ມນິພົນຕ່າງໆຂອງປະທານ ໄກສອນ ພົມວິຫານ ເພື່ອສືບຕໍ່ສ້າງເປັນປື້ມແນວຄິດ ໄກ ສອນ ພົມວິຫານ ຕໍ່ກັບຂົງເຂດວຽກງານສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ; ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ໄອປາ ຄັ້ງທີ 46 ທີ່ປະເທດມາເລເຊຍ; ເຂົ້າຮ່ວມກອງປະຊຸມຂອງປະທານລັດຖະສະພາໂລກ ແລະ ປະທານລັດຖະສະພາແມ່ຍິງໂລກ ທີ່ປະເທດຊະວິດ; ຕ້ອນຮັບຄະນະຜູ້ແທນ ຂອງລັດຖະສະພາປະເທດຕ່າງໆ ແລະ ເຂົ້າຮ່ວມສະເຫລີມສະຫລອງ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ.

ສໍາລັບ ການກະກຽມໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໄດ້ລາຍງານແຜນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ຕໍ່ກົມການເມືອງສູນກາງພັກ; ອອກມະຕິວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກ ຕໍ່ວຽກງານການເລືອກຕັ້ງ; ອອກຄໍາແນະນໍາ ກ່ຽວກັບການກະກຽມບຸກຄະລາກອນ ສະໝັກຮັບເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃຫ້ຕິດພັນກັບການປັບປຸງກົງຈັກຂອງສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຮັບໃຊ້ໃຫ້ ການເລືອກຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ເປັນຕົ້ນ ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ, ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ການແຕ່ງຕັ້ງກອງເລຂາຊ່ວຍວຽກເລືອກຕັ້ງ; ກະກຽມຮອບດ້ານວຽກງານການເລືອກຕັ້ງ ໂດຍສະເພາະດ້ານນິຕິກໍາ, ບຸກຄະລາກອນຊ່ວຍວຽກ, ງົບປະມານ ແລະ ອຸປະກອນຮັບໃຊ້ຕ່າງໆ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃຫ້ຮັບປະກັນຜົນສໍາເລັດ ແລະ ທັນກໍານົດເວລາ; ຈັດຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III, ບັນດາອະນຸກໍາມະການ ແລະ ກົງຈັກເສນາທິການຊ່ວຍວຽກ.

KPL

ຂ່າວອື່ນໆ


Top