KPL
ຂປລ. ງານມະຫາກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ 2025 (Mekong Tourism Forum 2025) ທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2025 ຢູ່ແຂວງຫລວງພະບາງ

ຂປລ. ງານມະຫາກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ 2025 (Mekong Tourism Forum 2025) ທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2025 ຢູ່ແຂວງຫລວງພະບາງ ພາຍໃຕ້ຫົວຂໍ້ "ເດີນທາງຮ່ວມກັນ ເຂັ້ມແຂງຂຶ້ນພ້ອມກັນ” ໂດຍມີ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ມີຫົວໜ້າຫ້ອງການພາກພື້ນ ທະນາຄານພັດທະນາອາຊີ, ຫົວໜ້າຫ້ອງການປະສານງານ ດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ແລະ ຜູ້ຕາາງໜ້າຈາກ 6 ປະເທດ ສະມາຊິກອະນຸພາກພື້ນລຸ່ມແມ່ນໍ້າຂອງ, ອົງການຈັດຕັ້ງສາກົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ໄດ້ມີຄໍາເຫັນໃນພິທີວ່າ: ງານມະຫາກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ 2025 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນຄັ້ງນີ້, ໄດ້ກໍານົດລາຍການ ແລະ ກິດຈະກຳທີ່ສໍາຄັນຕ່າງໆ ເພື່ອໃຫ້ຄະນະຜູ້ແທນໄດ້ຮູ້ຈັກ, ແລກປ່ຽນຄວາມຄິດເຫັນ ແລະ ແບ່ງປັນປະສົບການຕົວຈິງ ໃນການພັດທະນາ ແລະ ສົ່ງເສີມອຸດສາຫະກໍາການທ່ອງທ່ຽວ ລວມທັງກອງປະຊຸມປຶກສາຫາລື ຂອບການຮ່ວມມື ປະເທດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 55, ແນະນໍາແຜນຍຸດທະສາດ ການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ຮອດປີ 2030, ກອງປະຊຸມປຶກສາຫາຫລືສະມາຄົມທຸ ລະກິດການທ່ອງທ່ຽວ ຂອງອະນຸພາກພື້ນແມ່ນໍ້າຂອງ ແລະ ກອງປະຊຸມຍ່ອຍອື່ນໆ ໂດຍໄດ້ລົງເລິກໃນແຕ່ລະຫົວຂໍ້ ເຊັ່ນ: ອາຫານເພື່ອການທ່ອງທ່ຽວ, ການທ່ອງທ່ຽວກະສິກໍາ, ການທ່ອງທ່ຽວແບບອະນຸລັກ, ການທ່ອງທ່ຽວທາງມໍລະດົກ ແລະ ວັດທະນະທໍາ. ນອກຈາກນີ້, ຄະນະຜູ້ແທນກອງປະຊຸມ, ນັກຂ່າວ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຍັງໄດ້ໄປທັດສະນະສຶກສາ ຢູ່ສະຖານທີ່ທ່ອງທ່ຽວ ທີ່ໂດດເດັ່ນຂອງແຂວງ ຫລວງພະບາງ ຕື່ມອີກ.
ງານມະຫາກໍາດັ່ງກ່າວ, ພາຍໃຕ້ຫົວຂໍ້ "ເດີນທາງຮ່ວມກັນ ເຂັ້ມແຂງຂຶ້ນພ້ອມກັນ” ສະທ້ອນໃຫ້ເຫັນເຖິງ ການເຕີບໃຫຍ່ຂະຫຍາຍຕົວ ຂອງການຮ່ວມມື ລະຫວ່າງພາກລັດ, ພາກທຸລະກິດ ແລະ ຜູ້ມີສ່ວນຮ່ວມໃນອຸດສາຫະກໍາການທ່ອງທ່ຽວ ເພື່ອພັດທະນາຈຸດໝາຍປາຍທາງ ການທ່ອງທ່ຽວໃຫ້ມີຄວາມຍືນຍົງ, ປັບປຸງການທ່ອງທ່ຽວ, ການບໍລິການໃຫ້ມີຄວາມຫລາກຫລາຍ ແລະ ເພື່ອຮັບປະກັນຄວາມຜາສຸກຂອງຊຸມຊົນໃນອະນຸພາກພື້ນແມ່ນໍ້າຂອງ ເຊິ່ງເປັນໂອກາດທີ່ເໝາະສົມ ສໍາລັບຂົງເຂດອະ ນຸພາກພື້ນແມ່ນໍ້າ ທີ່ຈະຮ່ວມມືກັນຢ່າງໃກ້ຊິດ ເພື່ອໃຫ້ບັນລຸວິໄສທັດໃໝ່ຮອດປີ 2030 ຂອງແຜນຍຸດທະສາດ ດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ, ເສີມຂະຫຍາຍການຮ່ວມມືດ້ານ ການທ່ອງ ທ່ຽວອະນຸພາກພື້ນແມ່ນໍ້າຂອງໃຫ້ແໜ້ນແຟ້ນ, ມີຄວາມໝັ້ນຄົງ ແລະ ຍືນຍົງ.

ທ່ານ ນາງ ດາລານີ ພົມມະວົງສາ ຍັງໃຫ້ຮູ້ອີກວ່າ: ບັນດາປະເທດອະນຸພາກພື້ນ ແມ່ນໍ້າຂອງ ເປັນຂົງເຂດ ໜຶ່ງທີ່ມີທ່າແຮງອັນໃຫຍ່ຫລວງ ແລະ ມີຄວາມອຸດົມສົມບູນທາງດ້ານ ຊັບພະຍາກອນການທ່ອງທ່ຽວ, ມີສິ່ງມະຫັດສະຈັນ, ມໍລະດົກໂລກ ແລະ ສິ່ງດຶງດູດທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດທີ່ຫລາກຫລາຍ ເຊິ່ງສາມາດພັດທະນາ ໃຫ້ເປັນຜະລິດຕະພັນການທ່ອງທ່ຽວ ທີ່ຫລາກຫລາຍ. ລັດຖະບານລາວ ໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນເສດຖະກິດປາຍແຫລມ ດຶງດູດການລົງທຶນພັດທະນາພື້ນຖານ ໂຄງລ່າງຮັບໃຊ້ການທ່ອງທ່ຽວ, ປັບປຸງການບໍລິການ, ການໂຄສະນາສົ່ງເສີມ ການທ່ອງທ່ຽວທຸກຮູບແບບ ເພື່ອດຶງດູດນັກທ່ອງທ່ຽວເຂົ້າປະເທດ, ສ້າງລາຍຮັບໃຫ້ປະເທດ ແລະ ເອົາໃຈໃສ່ການລະດົມທຶນ ຈາກພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ສະຖາບັນການເງິນສາກົນ ເພື່ອພັດທະນາວຽກງານການທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວຕາມທິດສີຂຽວຍືນຍົງ.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ຕາງໜ້າອົງການປົກຄອງແຂວງ ແລະ ປະຊາຊົນຊາວ ຫລວງພະບາງບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ກໍຄື ຄະນະຈັດງານ ທີ່ເລືອກເອົາແຂວງຫລວງພະບາງ ເປັນເຈົ້າພາບສະຖານທີ່ຈັດງານ ມະຫາກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ປີ 2025 ແລະ ກອງປະຊຸມປິ່ນອ້ອມອື່ນໆ. ພ້ອມທັງລາຍງານ ສະພາບຈຸດພິເສດຂອງ ແຂວງຫລວງພະບາງ, ລວມທັງຍົກໃຫ້ເຫັນການຈັດຕັ້ງປະຕິບັດ ແຜນພັດທະນາ ການທ່ອງທ່ຽວຂອງແຂວງ ເຊິ່ງແຂວງຫລວງພະບາງ ໄດ້ຖືເອົາການຜະລິດກະສິກຳ, ອຸດສາຫະກຳ ແລະ ການບໍລິການ-ການທ່ອງທ່ຽວ ເປັນບຸລິມະສິດ ໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ. ໃນປີ 2024 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແຂວງຫລວງພະບາງ 2.326.758 ເທື່ອຄົນ ແລະ ໃນ 5 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແຂວງຫລວງພະບາງ 1.740.073 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 129,44% ເຮັດໃຫ້ເສດຖະກິດຂອງແຂວງ ມີການຂະຫຍາຍຕົວໃນລະດັບ 5,2% ຕໍ່ປີ.
ໃນໂອກາດດຽວກັນ, ຍັງໄດ້ເປີດແຜນຍຸດທະສາດການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ຮອດປີ 2030 ເພື່ອໃຫ້ບັນດາປະເທດສະມາຊິກ ອະນຸພາກພື້ນລຸ່ມແມ່ນໍ້າຂອງນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນຍຸດທະສາດດັ່ງກ່າວ.
ໂອກາດນີ້, ຄະນະຜູ້ແທນຈາກ 6 ປະເທດສະມາຊິກອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຍັງໄດ້ໄປທັດສະນະສຶກສາ ຢູ່ສະຖານທີ່ທ່ອງທ່ຽວ, ຮ້ານອາຫານ ແລະ ອື່ນໆ ທີ່ສຳຄັນ ຢູ່ແຂວງຫລວງພະບາງ ຕື່ມອີກ.
ຂ່າວ-ພາບ: ທະນູທອງ
KPL