ສສຍລ ຈະຈັດຫລາຍກິດຈະກໍາສະຫລອງ 70 ປີ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ

26/06/2025 13:06
Email Print 103
KPL ຂປລ. ສູນກາງສະຫະພັນແມ່ຍິງລາວ (ສສຍລ) ກຽມຈັດຫລາຍກິດຈະກໍາ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ພາຍໃຕ້ຄໍາຂັວນ 70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກທັນສະໄໝ.


ຂປລ. ສູນກາງສະຫະພັນແມ່ຍິງລາວ (ສສຍລ) ກຽມຈັດຫລາຍກິດຈະກໍາ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ພາຍໃຕ້ຄໍາຂັວນ 70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກທັນສະໄໝ.

ໃນວັນທີ 24 ມິຖຸນາ 2025 ນີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຖະແຫລ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມສະເຫລີມສະ ຫລອງວັນສໍາຄັນດັ່ງກ່າວວ່າ: ການສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນປີ 2025 ນີ້ ຈະຈັດຂຶ້ນພາຍໃຕ້ຄໍາຂັວນ 70 ປີ ມີໄຊ ເຕີບໃຫຍ່ ເຂັ້ມແຂງ ພັດທະ ນາແມ່ຍິງກ້າວໄກທັນສະໄໝ. ໃນວັນທີ 20 ກໍລະກົດ ຂອງທຸກໆປີ ສສຍລ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມໃຈກັນເຂົ້າຮ່ວມສະເຫລີມສະຫລອງວັນດັ່ງກ່າວ ແນໃສ່ສຶກສາອົບຮົມ ແລະ ເຜີຍແຜ່ ເຊື່ອມຊຶມປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະ ຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ພ້ອມທັງລະນຶກເຖິງມູນເຊື້ອ, ຄຸນງາມຄວາມດີ, ຜົນງານອັນໃຫຍ່ຫລວງຂອງພະນັກງານປະຕິວັດອາວຸໂສ, ວິລະສະຕີ, ແມ່ນັກຮົບ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຊີວິດ ແລະ ເລືອດເນຶື້ອເຂົ້າໃນຂະບວນການ ປະຕິວັດໃນແຕ່ລະໄລຍະ; ເປັນການປູກຈິດສຳນຶກ ໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃນທົ່ວປະເທດມີຄວາມຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ປຸກລະດົມສະມາຊິກ ສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ເປັນເຈົ້າການຮ່ຳຮຽນເອົາແບບຢ່າງ, ການເສຍສະລະໂດຍບໍ່ຫວັງຜົນຕອບແທນ ແລະ ເຂົ້າຮ່ວມປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບການຈັດຕັ້ງປະຕິບັດວິໄສທັດ ປີ 2030, ແຜນຍຸດທະສາດ ປີ 2025, ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ (2021-2025), ໄລຍະທ້າຍສະໄໝ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີຄວາມຮັບຜິດຊອບສູງສຸດ ຂອງການນໍາແມ່ຍິງແຕ່ລະຂັ້ນ ແລະ ສະມາຊິກສະຫະພັນແມ່ຍິງ ໃນການປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຄຽງຄູ່ກັບການປະຕິບັດບົດບາດ, ໜ້າທີ່ ແລະ ວຽກງານວິຊາສະເພາະຂອງຂະແໜງການ, ທ້ອງຖິ່ນຕິດແໜ້ນກັບການສ້າງຄອບຄົວ, ບ້ານ, ເມືອງແມ່ຍິງ 3 ດີ ການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ເປັນຂະບວນການກວ້າງຂວາງ ແລະ ມີຄວາມໝາຍເລິກເຊິ່ງ.

ສໍາລັບ ກິດຈະກໍາທີ່ຈະຈັດຕັ້ງປະຕິບັດ ໃນການສະເຫລີມສະຫລອງ ປະກອບມີ: ສະຫະພັນແມ່ ຍິງແຕ່ລະຂັ້ນ ຈັດກອງປະຊຸມ-ສໍາມະນາ-ປາຖະກະຖາ ໃນຫົວຂໍ້ ຄື: ມູນເຊື້ອຂອງແມ່ຍິງລາວ ໃນຂະ ບວນການຕໍ່ສູ້ ເພື່ອເອກະລາດຂອງຊາດ ແລະ ການເສີມຂະຫຍາຍ ເຂົ້າສູ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ບົດບາດຂອງແມ່ຍິງລາວໃນການຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ; ຈັດງານຕະຫລາດນັດ ວາງສະແດງຜະລິດຕະພັນສິນຄ້າ, ສີໄມ້ລາຍມື ແລະ ຜົນງານການເຄື່ອນໄຫວຂອງແມ່ຍິງບັນດາເຜົ່າ, ຂະບວນການບໍລິຈາກເລືອດ, ກວດສຸຂະພາບ ພ້ອມທັງຈັດຕັ້ງການເຄື່ອນໄຫວ ຢ້ຽມຢາມ ພະນັກງານປະຕິວັດອາວຸໂສບຳນານ, ອະດີດການນໍາເພດຍິງ ແລະ ຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທຳຕາມເງື່ອນໄຂຕົວຈິງ. ໃນນັ້ນ, ສສຍລ ຍັງຈະມີຫລາຍກິດຈະກໍາ ຄື: ໃນວັນທີ 7-13 ກໍລະກົດ ຈະຈັດງານຕະຫລາດນັດວາງສະແດງສິນຄ້າ, ຜະລິດຕະພັນກະສິກໍາ-ສີໄມ້ລາຍມື ຂອງເອື້ອຍນ້ອງແມ່ຍິງ ແລະ ຜົນງານການເຄຶ້ອນໄຫວຂອງກະຊວງ-ອົງການ ຢູ່ທີ່ສູນການຄ້າລາວໄອເຕັກ; ວັນທີ 9-11 ກໍລະກົດ ມີກິດຈະກໍາການກວດສຸຂະພາບຕາ ໂດຍບໍ່ເສຍຄ່າ ເລີ່ມແຕ່ເວລາ 09:00 ໂມງ-16:00 ໂມງ ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ແລະ ກິດຈະກໍາການບໍລິຈາກເລືອດ ໃນວັນທີ 11 ກໍລະກົດ ເລີ່ີມແຕ່ເວລາ 09:00 ໂມງ ຫາ 15:30 ໂມງ ຢູ່ໄອເຕັກມໍ (ຊັ້ນ5). ນອກຈາກນັ້ນ, ໃນວັນທີ 11 ກໍລະກົດ ໄດ້ຈັດກອງປະຊຸມສໍາມະນາ-ປາຖະກະຖາ ໃນຫລາຍຫົວຂໍ້ເຊັ່ນ: ບົດບາດຂອງແມ່ຍິງລາວ ໃນຂະບວນການຕໍ່ສູ້ ເພື່ອເອກະລາດຂອງຊາດ ແລະ ການເສີມຂະຫຍາຍເຂົ້າສູ່ພາລະກິດປົກປັກຮັກ ສາ, ສ້າງສາພັດທະນາປະເທດຊາດ, ການເສີມຂະຫຍາຍຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ການປົດປ່ອຍແມ່ຍິງ ອອກຈາກແອກຄອບຄົວ, ການສົ່ງເສີມການຟ້ອນລໍາວົງລາວ, ເດີນແບບຊຸດເຄື່ອງນຸ່ງປະຈໍາຊາດ ທີ່ສະທ້ອນເຖິງລາຍນາກ ແລະ ບັນດາເຜົ່າ ລວມທັງການສະແດງຂອງອະນຸຊົນ, ເຍົາວະຊົນ; ວັນທີ 23 ກໍລະກົດ ຈະຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ທີ່ຫໍປະຊຸມແຫ່ງຊາດ. ນອກນັ້ັນ, ຈະຈັດຕັ້ງການເຄື່ອນໄຫວຢ້ຽມຢາມພະ ນັກງານປະຕິວັດອາວຸໂສບຳນານ, ອະດີດການນໍາເພດຍິງ ແລະ ຢ້ຽມຢາມສະຖານທີ່ທາງດ້ານປະ ຫວັດສາດ ທາງດ້ານວັດທະນະທຳ ຕາມຄວາມເໝາະສົມ ແລະ ເງື່ອນໄຂຕົວຈິງ. ພ້ອມນັ້ນ, ໃນໄລຍະການສະເຫລີມສະຫລອງວັນສໍາຄັນດັ່ງກ່າວ, ສສຍລ ເຊີນຊວນທຸກພາກສ່ວນໃນສັງຄົມ, ສະຖາບັນຄອບ ຄົວ, ສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ ທີ່ສູນອົບຮົມແມ່ຍິງລາວ ບ້ານສະພານທອງກາງ ແລະ ຫ້ອງສິນສາຍໄໝ ຢູ່ບ້ານຊຽງຍືນ ນະຄອນຫລວງວຽງຈັນ ຊຶ່ງຈະເປີດໃຫ້ເຂົ້າຢ້ຽມຊົມໃນໂມງລັດຖະການ.


ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top