ຈູດທຳລາຍຢາເສບຕິດ ໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

26/06/2025 14:32
Email Print 158
KPL ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ ຄົບຮອບ 38 ປີ ໃນວັນທີ 26 ມິຖຸນາ 2025 ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ

ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ ຄົບຮອບ 38 ປີ ໃນວັນທີ 26 ມິຖຸນາ 2025 ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີຜູ້ຕາງໜ້າອົງການພຸດທະສາສະໜາສໍາພັນລາວ, ບັນດາການນຳພັກ-ລັດ​, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນ ແລະ ມວນຊົນ ພາຍ​ໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ​ເຊິ່ງຢາເສບຕິດທີ່ນຳມາຈູດທໍາລາຍໃນຄັ້ງນີ້ ແມ່ນຢາເສບຕິດ ຈາກຄະດີທີ່ສານໄດ້ຕັດສິນເດັດຂາດແລ້ວ. ​ໃນ​ນັ້ນ​, ປະກອບມີ: ເຮໂລອິນ, ຢາໄອສ໌, ຢາບ້າ ແລະ ອື່ນໆ.

ໃນພິທີ ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄະນະກຳມະການແກ້ໄຂ ບັນຫາຢາເສບຕິດລະດັບຊາດ ໄດ້ລາຍງານສະພາບການແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ໃນ 1 ປີຜ່ານມາວ່າ: ສະພາບການແຜ່ລະບາດຂອງຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍເປັນວົງກວ້າງໃນທົ່ວທຸກມຸມໂລກໄດ້ເພີ່ມທະວີຄວາມຮຸນແຮງເປັນອັນຕະລາຍ ກາຍເປັນໄພຂົ່ມຂູ່ຕໍ່ສະພາບການ ພັດທະນາເສດຖະກິດ,​ ວັດທະນາທໍາ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມ​​ໝັ້ນຄົງຂອງບັນດາປະຊາຊາດ ຢູ່ໃນໂລກ​. ປະເທດລາວ ກໍແມ່ນປະເທດໜຶ່ງທີ່ພວມປະເຊີນໜ້າຕໍ່ກັບໄພຂົ່ມຂູ່ ຈາກບັນຫາຢາເສບຕິດ ດ້ວຍເຫດນັ້ນ, ພັກ-ລັດ ຖະບານ, ກະຊວງປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການ, ອໍານາດການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບຸລິມະສິດທີ່ສຳຄັນ ໂດຍໄດ້ສົມທົບຫລາຍມາດ ຕາການເພື່ອແກ້ໄຂບັນ ຄື: ໄດ້ເອົາໃຈໃສ່ເຮັດວຽກງານ ສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາສຶກສາອົບຮົມເຜີຍແຜ່ ກົດໝາຍຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ໄດ້ອອກໃບຢັ້ງຢືນຮັບຮອງບໍລິ ສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນ ຢູ່ແຂວງພາກເໜືອ ມີປະຊາຊົນໄດ້ຮັບຜົນປະໂຫຍດ 58.185 ຄອບຄົວ, ຕໍ່ກັບເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ 14 ສູນ. ໃນປີ 2024 ​ມີທັງໝົດ 8.476 ຄົນ, ຍິງ 392 ຄົນ (ໃນນັ້ນປິ່ນປົວດີແລ້ວກັບຄືນບ້ານ ມີ 5.427 ຄົນ, ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3.049 ຄົນ, ຍິງ 96 ຄົນ); ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3.222 ບ້ານ; ສ້າງບ້ານປອດຄະດີ ໄດ້ 2.899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໄດ້ 5.917 ແຫ່ງ; ສ້າງສຳນັກງານອົງການ, ກໍາລັງປະກອບອາວຸດປອດຢາເສບຕິດ ມີຈໍານວນເພີ່ມຂຶ້ນໃນແຕ່ລະໄລຍະ; ໄດ້ມີການພົວພັນຮ່ວມມືກັບ ບັນດາປະເທດເພື່ອມິດ, ອົງການຈັດຕັ້ງສາກົນ,​ ບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລື, ປ້ອງກັນເຮັດວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ; ໄດ້ປະຕິບັດມາດຕະການທາງດ້ານກົດໝາຍ ສາມາດແກ້ໄຂ​-ມ້າງລາຍຄະດີຢາເສບຕິດ ໄດ້​ 4.158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ, ຍິງ 608 ຄົນ; ສາມາດຍຶດຢາເສບຕິດ, ພາຫະນະ ແລະ ຊັບສິນອື່ນໆ ເປັນຈຳນວນຫລວງຫລາຍ.



ຂ່າວ-ພາບ: ໜັງສືພິມ​ຄວາມ​ສະຫງົບ

KPL

ຂ່າວອື່ນໆ

    • ຜົນສຳເລັດການຮັບຮອງກົດໝາຍ 10 ສະບັບ ຂອງສະພາແຫ່ງຊາດການເມືອງ

      ຜົນສຳເລັດການຮັບຮອງກົດໝາຍ 10 ສະບັບ ຂອງສະພາແຫ່ງຊາດ

      6/26/2025 2:36:12 PM

      ຂປລ. ວັນ​ທີ 26 ມິຖຸນາ 2025 ນີ້, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳ, ປະ ທານກຳມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫລ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳ ເລັດການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ດໍາເນີນແຕ່ວັນທີ 9 ມິຖຸນາ ເປັນຕົ້ນມາ.

    • ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈຳນວນ 4 ສະບັບການເມືອງ

      ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈຳນວນ 4 ສະບັບ

      6/26/2025 2:24:17 PM

      ຂປລ. ສະພາແຫ່ງຊາດ ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈໍານວນ 4 ສະບັບໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 26 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

    • ສະພາແຫ່ງຊາດ ກໍານົດທິດທາງ ແຕ່ນີ້ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10ການເມືອງ

      ສະພາແຫ່ງຊາດ ກໍານົດທິດທາງ ແຕ່ນີ້ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10

      6/26/2025 1:41:25 PM

      ຂປລ. ສະພາ​ແຫ່ງ​ຊາດ ທິດທາງແຜນການເຄື່ອນໄຫວວຽກງານ ແຕ່ນີ້ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຫລາຍດ້ານ​ທີ່​ສໍາຄັນ ​ເປັນ​ຕົ້ນ ດ້ານນິຕິບັນຍັດ, ດ້ານການຕົກລົງ ບັນຫາສໍາຄັນພື້ນຖານ ຂອງປະເທດຊາດ, ແຜນການກະກຽມໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III

    • 6 ເດືອນຕົ້ນປີ 2025 ສະພາແຫ່ງຊາດ ນຳພາ- ຊີ້ນໍາວຽກງານ ໄດ້ຮັບຜົນສຳເລັດຫລາຍດ້ານການເມືອງ

      6 ເດືອນຕົ້ນປີ 2025 ສະພາແຫ່ງຊາດ ນຳພາ- ຊີ້ນໍາວຽກງານ ໄດ້ຮັບຜົນສຳເລັດຫລາຍດ້ານ

      6/26/2025 1:38:13 PM

      ຂປລ. ໃນຕອນບ່າຍວັນທີ 25 ມິຖຸນາ 2025 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບ ຜົນສຳເລັດຂອງວຽກງານ ສະພາແຫ່ງຊາດໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2025 ເຊິ່ງຕະຫລອດໄລຍະຜ່ານມາ ສະພາແຫ່ງຊາດ

    • ສານຂອງ ທ່ານນາຍົກລັດຖະມົນຕີ  ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີການເມືອງ

      ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

      6/26/2025 1:35:54 PM

      ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987-26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ນາຍ ແລະ ພົນທະ ຫານ, ນາຍ ແລະ ພົນຕໍາຫລວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ


Top