KPL
ຂປລ. ໃນວັນທີ 23 ມິຖຸນາ 2025 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດອົດສະຕຣາລີ ປະຈໍາ ລາວ ເປີດຊຸດຝືກອົບຮົມ ໃນຫົວຂໍ້: “ການຕອບໂຕ້ເຫດສຸກເສີນທາງໄຊເບີ” ເພື່ອສ້າງຂີດຄວາມສາມາດ ດ້ານຄວາມປອດໄພທາງໄຊເບີ ແນໃສ່ເພີ່ມທະວີການກຽມພ້ອມ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ

ຂປລ. ໃນວັນທີ 23 ມິຖຸນາ 2025 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດອົດສະຕຣາລີ ປະຈໍາ ລາວ ເປີດຊຸດຝືກອົບຮົມ ໃນຫົວຂໍ້: “ການຕອບໂຕ້ເຫດສຸກເສີນທາງໄຊເບີ” ເພື່ອສ້າງຂີດຄວາມສາມາດ ດ້ານຄວາມປອດໄພທາງໄຊເບີ ແນໃສ່ເພີ່ມທະວີການກຽມພ້ອມ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ ໂດຍມີ ທ່ານ ນາງ ພິຊິດໄພ ກອກມິລາ ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ອາລັນ ໄອ ເລຂານຸການເອກ, ສະ ຖານທູດອົດສະຕຣາລີ ປະຈໍາ ລາວ, ມີຜູ້ຕາງໜ້າຈາກບັນດາກົມພາຍໃນ ກຕສ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ຂະແໜງການສຶກສາ ເຂົ້າຮ່ວມ.
ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການຕອບໂຕ້ເຫດການສຸກເສີນ, ເຄື່ອງມື ແລະ ເຂົ້າ ໃຈລະອຽດຕໍ່ກັບຂັ້ນຕອນ, ວິທີການຕອບໂຕ້, ຂອດການປະສານງານ, ບົດບາດ ແລະ ຄວາມຮັບຜິດ ຊອບຂອງຕົນ, ການຄຸ້ມຄອງຄວາມສ່ຽງ, ຈຸດອ່ອນ, ວິທີແກ້ໄຂ ແລະ ການສື່ສານກັບຜູ້ມີສ່ວນຮ່ວມ ໃນອົງກອນຕ່າງໆ; ຮຽນຮູ້ ແລະ ເຮັດແບບຝຶກຫັດ, ຈຳລອງເຫດການທາງໄຊເບີ ທີ່ເປັນເປົ້າໝາຍສົ່ງຜົນກະທົບ ຕໍ່ຂະແໜງການສຶກສາຂອງລາວ ເຊິ່ງແບບຝຶກຫັດດັ່ງກ່າວ, ຖືກອອກແບບມາເພື່ອທົດສອບການປະສານງານ ລະຫວ່າງອົງກອນ ແລະ ການຕັດສິນໃຈໃນເວລາເລັ່ງດ່ວນ.

ຊຸດຝຶກອົບຮົມໃນຄັ້ງນີ້, ບໍ່ພຽງແຕ່ເປັນການສ້າງຄວາມຮ່ວມມື ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດໄພໄຊເບີ, ບັນດາກະຊວງອ້ອມຂ້າງ, ຂະແໜງການທີ່ເຮັດວຽກຕິດພັນ ແລະ ສະຖານທູດອົດສະຕຣາລີ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການສ້າງທັກສະ, ຄວາມສາມາດ ແລະ ແລກປ່ຽນຄວາມຮູ້ລະຫວ່າງ ຜູ້ເຂົ້າຮ່ວມກັບຜູ້ຊ່ຽວຊານ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈອັນລະອຽດ ກ່ຽວກັບແນວທາງ ແລະ ວິທີການປະຕິບັດງານ ເພື່ອຮັບປະກັນສະພາບແວດລ້ອມ ທາງອອນລາຍທີ່ປອດໄພຂອງ ສປປ ລາວ, ສ້າງກົນໄກການຮ່ວມມື ແລະ ການເຊື່ອມໂຍງທີ່ຂ້າມຂະແໜງ. ພ້ອມນີ້, ຍັງສະທ້ອນໃຫ້ເຫັນເຖິງ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງລັດຖະບານລາວ ແລະ ລັດຖະ ບານອົດສະຕຣາລີ ໃນການສ້າງຄວາມເຂັ້ມແຂງ ທາງດ້ານດີຈິຕອນ ທົ່ວທຸກຂະແໜງການ ແລະ ຮັບປະ ກັນຄວາມປອດໄພ ຂອງໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນຂອງຊາດ.
ຂໍ້ມູນ-ພາບ: ເລັກເຊ່ຍ ສຸດທິວົງ
KPL