ສື່ມວນຊົນພາກກາງຮຽນຮູ້ການລາຍງານ ຂ່າວສີຂຽວ ເພື່ອການພັດທະນາແບບຍືນຍົງ

24/06/2025 15:29
Email Print 138
KPL ຂປລ. ບັນດາສື່ມວນຊົນພາກກາງ ເຂົ້າຮ່ວມການຝຶກອົບຮົມກ່ຽວກັບ ການລາຍງານຂ່າວສີຂຽວ ຢູ່ທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 23-27 ມິຖຸນາ 2025 ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ



ຂປລ. ບັນດາສື່ມວນຊົນພາກກາງ ເຂົ້າຮ່ວມການຝຶກອົບຮົມກ່ຽວກັບ ການລາຍງານຂ່າວສີຂຽວ ຢູ່ທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ
23-27 ມິຖຸນາ 2025 ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ​ໂດຍການສະໜັບສະໜູນຈາກ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ (ແກມຊິວ) ​ເຊິ່ງຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ແລະ ທັກສະຂອງນັກຂ່າວໃນການ ນໍາໃຊ້ອຸປະກອນ ແລະ ເຄື່ອງມືທີ່ທັນສະໄໝໃນຍຸກດີຈິຕອນ ເພື່ອຜະລິດຂ່າວ-ບົດດ້ວຍຫລາຍວິທີ ແລະ ກະຈາຍຜ່ານຫລາຍລະບົບສື່ສານ ໄປເຖິງກຸ່ມເປົ້າໝາຍໃນສັງຄົມ ໂດຍສະເພາະ ການພັດທະນາສີຂຽວຍືນຍົງ.

ທ່ານ ສະຫວັນຄອນ ລາຊະ​ມຸນຕີ ໄດ້ກ່າວວ່າ: ການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນ​ຊົນ ແມ່ນສ່ວນສຳຄັນ ໃນການສົ່ງເສີມຄວາມຮັບຮູ້ຂອງສັງຄົມ ກ່ຽວກັບບັນຫາສີຂຽວ, ຊຸດ​ອົບຮົມ​ຄັ້ງ​ນີ້, ສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ, ການພັດທະນາສີຂຽວຍືນຍົງ ແລະ ບັນຫາສິ່ງແວດລ້ອມ, ຄວາມປອດໄພໃນການໃຊ້ສື່ສັງຄົມອອນລາຍ, ການຄຸ້ມຄອງສື່, ຈັນຍາບັນນັກຂ່າວ, ການນໍາໃຊ້ປັນຍາປະດິດໃນວຽກງານສື່ ແລະ ຜະລິດບົດເລື່ອງສັ້ນໃນຮູບແບບຕ່າງໆສຳ ລັບສື່ອອນລາຍ. ພວກເຮົາຫວັງວ່າ ການຝຶກອົບຮົມຄັ້ງນີ້, ຈະຊ່ວຍໃຫ້ນັກຂ່າວສາມາດສື່ສານຂໍ້ມູນ ດ້ານສິ່ງແວດລ້ອມໄດ້ຢ່າງມີປະສິດທິພາບ.




ນອກຈາກນັ້ນ
, ສຳມະນາກອນຍັງຈະໄດ້ໄປ ທັດສະນະສຶກສາໃນຫົວຂໍ້: ການທ່ອງທ່ຽວສີຂຽວ ຢູ່ວັງວຽງ ແຂວງວຽງຈັນ ເພື່ອໄປເກັບກຳຂໍ້ມູນມາຜະລິດເປັນຄລິບວິດີໂອ ເລື່ອງສັ້ນ ອອກສື່ຕ່າງໆ ​ເຊັ່ນເຟສບຸກ, ຢູທູບ ຫລື ເວັບໄຊ ທີ່ສຳມະນາກອນສັງກັດຢູ່ ແລະ ສົ່ງໄປ​ເຂົ້າ​ຮ່ວມແຂ່ງຂັນ ໂດຍຈະມີລາງວັນ ທີ 1 ທີ 2 ແລະ ທີ 3 ແລະ ລາງວັນຊົມເຊີຍ. ບົດທີ່ຖືກຄັດເລືອກລາງວັນທີ 1 ຫາ ທີ 3 ເຈົ້າຂອງບົດຈະໄດ້ໄປທັດສະນະຢູ່ ສສ ຫວຽດນາມ ໃນທ້າຍປີ 2025 ຫລື ຕົ້ນປີໜ້າ ເຊິ່ງປີທີ່ຜ່ານມາເຈົ້າຂອງບົດທີ່ໄດ້ຮັບລາງວັນ ແມ່ນໄດ້ໄປທັດສະນະສຶກສາຢູ່ປະເທດໄທ.

ໂຄງການ ແກມຊິວ ໄດ້ເນັ້ນໜັກການສ້າງຄວາມຮ່ວມມື ລະຫວ່າງສື່ມວນ​ຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນ ການພັດທະນາແບບຍືນຍົງ ໃນ ສປປ ລາວ. ການຝຶກອົບຮົມຄັ້ງນີ້, ຍັງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສ້າງ ສື່ມວນຊົນໃຫ້ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ ອີກດ້ວຍ.

KPL

ຂ່າວອື່ນໆ


Top