ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈຳນວນ 4 ສະບັບ

26/06/2025 14:24
Email Print 132
KPL ຂປລ. ສະພາແຫ່ງຊາດ ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈໍານວນ 4 ສະບັບໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 26 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ຂປລ. ສະພາແຫ່ງຊາດ ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈໍານວນ 4 ສະບັບໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 26 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ພາຍຫລັງທີ່ຮ່າງມະຕິດັ່ງກ່າວ, ໄດ້ຖືກສະເໜີຕໍ່ກອງປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ປະກອບຄຳຄິດຄຳ​ເຫັນ ແນໃສ່ເຮັດມີເນື້ອໃນຄົບຖ້ວນສົມບູນ, ມີເນື້ອໃນຮັດກຸມ, ຈະແຈ້ງເໝາະກັບສະພາບຕົວຈິງ ໃນການພັດທະນາເສດຖະກິດ.

ມະຕິສະພາແຫ່ງຊາດປະກາດຮັບຮອງຄັ້ງນີ້, ປະກອບມີ 4 ມະຕິຄື: ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້າ; ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານກ່ຽວກັບຜົນສະຫລຸບຕີລາຄາ ການໂຄສະນາກົດໝາຍທົ່ວປະເທດ; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ


Top