ຈີເອັມເອັສ ຫາລື ສົ່ງເສີມຜະລິດຕະພັນ ການທ່ອງທ່ຽວ

26/06/2025 13:19
Email Print 160
KPL ຂປລ. ກອງປະຊຸມປຶກສາຫາຫລື ສະມາຄົມທຸລະກິດການທ່ອງທ່ຽວ ຂອງອະນຸພາກພື້ນແມ່ນໍ້າຂອງ ຫລື GMS ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2025 ເພື່ອປຶກສາຫາລືຊຸກຍູ້ສົ່ງເສີມ ດ້ານການ ທ່ອງທ່ຽວ ກໍຄື ຜະລິດຕະພັນການທ່ອງທ່ຽວ ຂອງບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນໍ້າຂອງ



ຂປລ. ກອງປະຊຸມປຶກສາຫາຫລື ສະມາຄົມທຸລະກິດການທ່ອງທ່ຽວ ຂອງອະນຸພາກພື້ນແມ່ນໍ້າຂອງ ຫລື
GMS ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2025 ເພື່ອປຶກສາຫາລືຊຸກຍູ້ສົ່ງເສີມ ດ້ານການ ທ່ອງທ່ຽວ ກໍຄື ຜະລິດຕະພັນການທ່ອງທ່ຽວ ຂອງບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນໍ້າຂອງ ໂດຍການເປັນປະທານຂອງ ທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມທຸລະກິດທ່ອງທ່ຽວລາວ, ທ່ານ ນາງ ສຸວິມົນ ທະນາສາລະກຣິດ​ ຫົວໜ້າຫ້ອງການປະສານງານ ອະນຸພາກພື້ນແມ່ນໍ້າຂອງ (MTCO), ມີບັນດາຜູ້ຕາງໜ້າຈາກ ສະມາຄົມທ່ອງທ່ຽວ GMS, ພ້ອມດ້ວຍຜູ້ປະກອບການ ແລະ ນັກທຸລະກິດການທ່ອງທ່ຽວ ເຂົ້າຮ່ວມ.



ໂອກາດນີ້
, ທ່ານ ອິນທີ ເດືອນສະຫວັນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ເປັນບາດກ້າວທີ່ສໍາຄັນ ຈະໄດ້ພ້ອມກັນປຶກສາຫາລື ບັນຫາສຳຄັນຕ່າງໆຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ດ້ານການທ່ອງທ່ຽວ ໃນໄລຍະຜ່ານມາ ເພື່ອນໍາເອົາສິ່ງທ້າທາຍ ແລະ ອຸປະສັກຕ່າງໆ ເຂົ້າສູ່ຈຸດສຸມ, ພ້ອມທັງສ້າງຄວາມເຂົ້າໃຈຮ່ວມກັນໃຫ້ຫລາຍຂຶ້ນ ເພື່ອຮ່ວມກັນພັດທະນາ ເປັນຕົ້ນ ຊ່ອງວ່າງທີ່ສໍາຄັນດ້ານໂຄງລ່າງພື້ນຖານ ແລະ ການເຊື່ອມໂຍງ, ການເຂົ້າເຖິງອິນເຕີເນັດ, ນະໂຍບາຍ, ລະບຽບການ ແລະ ການບໍລິຫານຂອງພາກລັດ ຍັງມີຄວາມສັບຊ້ອນ ໃນຂະນະທີ່ການຕະຫລາດ ແລະ ການໂຄສະ ນາການທ່ອງທ່ຽວ ຈໍາເປັນຕ້ອງມີແນວຄິດລິເລີ່ມໃໝ່ໆຢູ່ສະເໝີ ໃນທ່າມກາງສະພາບການແຂ່ງຂັນຂອງໂລກ. ໃນຂະນະດຽວກັນ, ດ້ານການພັດທະນາ ຊັບພະຍາກອນມະນຸດ ແລະ ການຍົກລະດັບຄວາມຮູ້ຄວາມສາມາດ ແມ່ນຫົວໃຈສໍາຄັນໃນການດຶງດູດ, ພັດທະນາ ແລະ ຮັກສາບຸກຄະລາກອນ ທີ່ມີທັກສະໃນການບໍລິການທີ່ມີຄຸນນະພາບ. ພ້ອມນີ້, ບັນຫາດ້ານຄວາມຍືນຍົງທາງສິ່ງແວດລ້ອມ ແລະ ສັງຄົມ ມີຄວາມຈໍາເປັນທີ່ຕ້ອງປັບຕົວ ແລະ ສ້າງນະວັດຕະກຳຢ່າງວ່ອງໄວ ເພື່ອກໍານົດ ຢູ່ໃນແຜນຍຸດທະສາດການທ່ອງທ່ຽວ ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ.



ທ່ານ ອິນທີ ເດືອນສະຫວັນ ໄດ້ໃຫ້ຮູ້ອີກວ່າ: ກອງປະຊຸມຄັ້ງນີ້
, ຈະກາຍເປັນຈຸດເລີ່ມຕົ້ນທີ່ດີ ໃນການເຮັດວຽກຮ່ວມກັນລະຫວ່າງພາກລັດ ແລະ ພາກທຸລະກິດ ໃຫ້ມີປະສິດທິພາບຫລາຍຂຶ້ນ ເພື່ອ ສ້າງອະນາຄົດທີ່ຍືນຍົງ ແລະ ສ້າງຄວາມເຂັ້ມແຂງ ດ້ານການທ່ອງທ່ຽວໃນພາກພື້ນ ໃຫ້ດີຂຶ້ນ. ພ້ອມທັງເນັ້ນອີກວ່າ: ການຮັກສາທໍາມະຊາດ, ວັດທະນະທໍາ ແລະ ມໍລະດົກ ບໍ່ແມ່ນຄ່າໃຊ້ຈ່າຍ ຫລື ແນວສິ້ນເປືອງ ແຕ່ມັນເປັນການລົງທຶນ ທີ່ໃຫ້ຜົນຜະລິດສູງສຸດ ໃນການທ່ອງ ທ່ຽວແບບຍືນຍົງ.



ທ່ານ ນາງ ສຸວິມົນ  ທະນາສາລະກຣິດ​ ກໍໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້
,  ເປັນຄັ້ງທໍາອິດ ທີ່ໄດ້ຈັດເປັນກອງປະຊຸມສະເພາະ ສໍາລັບພາກທຸລະກິດການທ່ອງທ່ຽວ ໂດຍໄດ້ເຕົ້າໂຮມເອົາບັນດາສະມາ ຄົມການທ່ອງທ່ຽວ ຈາກ 6 ປະເທດ ອະນຸພາກພື້ນແມ່ນໍ້າຂອງ ມາຮ່ວມປຶກສາຫາລື ເພື່ອຊອກຫາວິທີແກ້ໄຂ ແລະ ພັດທະນາ ດ້ານການທ່ອງທ່ຽວຮ່ວມກັນ. ການຈັດງານນີ້, ສະທ້ອນໃຫ້ເຫັນເຖິງການໃຫ້ຄວາມສໍາຄັນວ່ າການຟື້ນຟູ ແລະ ຄວາມຍືນຍົງໃນອະນາຄົດ ຂອງການທ່ອງທ່ຽວໃນອະນຸພາກພື້ນ ຈໍາເປັນຕ້ອງເພິ່ງພາການຮ່ວມມືຢ່າງແຂງແຮງ ກັບພາກທຸລະກິດການທ່ອງທ່ຽວ; ການມີສ່ວນຮ່ວມຂອງພາກທຸລະກິດ ແມ່ນມີຄວາມສໍາຄັນຫລາຍ ຕໍ່ການສົ່ງເສີມຜະລິດຕະພັນ ການທ່ອງທ່ຽວທີ່ຫລາກຫລາຍ ພາຍໃນອະນຸພາກພື້ນ GMS; ຄວາມຮູ້, ປະສົບການ ແລະ ຄວາມຄິດສ້າງສັນຂອງບັນດາທ່ານ ແມ່ນກະແຈສໍາຄັນ ໃນການແກ້ໄຂບັນຫາຕ່າງໆ ເຊັ່ນ: ການທ່ອງທ່ຽວຂ້າມຊາຍແດນ, ການພັດທະນາຜະລິດຕະພັນ ແລະ ການສົ່ງເສີມການຕະຫລາດຂອງອະນຸພາກພື້ນ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ


Top