ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

07/04/2025 20:10
KPL ຂປລ. ໃນວັນທີ 7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ




ຂປລ. ໃນວັນທີ
7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ  ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ຕາງໜ້າໃຫ້ລັດຖະບານ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເດີນທາງມາເຂົ້າຮ່ວມພິທີຊາປະນະກິດ ລະດັບຊາດ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ. 

ໃນໂອກາດນີ້, ທ່ານ  ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ແລະ ຜ່ານທ່ານ ໄປຍັງ ພະບາດສົມເດັດ ເຈົ້າຊີວິດໄທ, ກົມສົມເດັດພະເທບ ແລະ ບັນດາການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ມີພະມະຫາກະລຸນາທິຄຸນ ວາງພວງ ມາລາ ແລະ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ ໂດຍສະເພາະ ຄອບຄົວ ສີພັນດອນ ກໍຄື ການເດີນທາງມາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດ ລະດັບຊາດ ໃນຄັ້ງນີ້ ພ້ອມທັງ ໄດ້ຫວນຄືນບັນດາຜົນງານ ການເຄື່ອນໄຫວ ອັນພົ້ນເດັ່ນຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ຊຶ່ງເປັນໜຶ່ງໃນບັນດາການນໍາຮຸ່ນທໍາອິດ ຂອງ ສປປ ລາວ ທີ່ໄດ້ອຸທິດຕົນເອງ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ແລະ ຍັງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນທໍາອິດທີ່ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ໃນວັນທີ 19 ກຸມພາ 1992 ແລະ ເຂົ້າຮ່ວມພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທໍາອິດ ໃນວັນທີ 8 ເມສາ 1994 ຮ່ວມກັບນາຍົກ ລັດຖະມົນຕີສາມປະເທດ ລາວ-ອົດສະຕຣາລີ-ໄທ, ເປັນຜູ້ລິເລີ່ມສ້າງຕັ້ງບັນດາກົນໄກ ການຮ່ວມມື ລາວ-ໄທ, ໄທ-ລາວ ໂດຍສະເພາະ ຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ແລະ ອື່ນໆ ເຊິ່ງທັງໝົດນັ້ນ ໄດ້ເປັນພື້ນຖານອັນເຂັ້ມແຂງໃຫ້ແກ່ການຟື້ນຟູສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ຈະເລີນງອກງາມ ແລະ ຂະ ຫຍາຍຕົວ ມາຈົນເຖິງປັດຈຸບັນ. ພ້ອມນີ້, ຍັງໄດ້ຖືໂອກາດດັ່ງກ່າວ ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມື ລາວ-ໄທ ທີ່ມີໝາກຜົນເປັນຮູບປະທໍາ ຕະຫລອດໄລຍະ 75 ປີຜ່ານມາ ໂດຍສະເພາະ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ, ຂົວ, ທາງ, ລາງ ແລະ ອື່ນໆ ພ້ອມທັງຢືນຢັນຄວາມໝາຍໝັ້ນທີ່ຈະສືບທອດ ແລະ ເສີມຂະຫຍາຍພາລະກິດ, ອຸດົມການທີ່ ທ່ານ ພົນເອກ ຄໍາໄຕ ສີພັນດອນ ໄດ້ສ້າງໄວ້ຮ່ວມກັບ ລັດຖະບານ ແລະ ປະຊາຊົນໄທ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ດີທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ໄທ ໃນຖານະຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ໝັ້ນຄົງຂະນົງແກ່ນຕະຫລອດໄປ.

ໃນຂະນະດຽວກັນ, ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນ ແຫ່ງ ຣາຊະອານາຈັກໄທ ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ຄອບຄົວ ສີພັນດອນ ທີ່ໄດ້ສູນເສຍຜູ້ນໍາທີ່ເຄົາລົບຮັກ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນລາວ ກໍຄື ຄອບ ຄົວ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກ ອັນໃຫຍ່ຫລວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃຫ້ນັບມື້ຈະເລີນ ຮຸ່ງເຮືອງຍິ່ງໆຂຶ້ນ.

ພາບ: ໜັງ​ສື​ພິມປະຊາຊົນ

KPL

ຂ່າວອື່ນໆ

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

      4/7/2025 8:06:14 PM

      ຂປລ. ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ຈັດຂຶ້ນຢ່າງສົມກຽດ ໃນວັນທີ 7 ເມສາ 2025 ນີ້, ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ ພາຍ​ໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມືການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

      4/7/2025 7:54:28 PM

      ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.

    • ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມ

      4/7/2025 7:51:33 PM

      ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ໄວ້ອາໄລ ສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

    • ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດການເມືອງ

      ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ

      4/7/2025 7:43:31 PM

      ຂປລ. ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມໂຄງການຝຶກງານຂອງນັກສຶກສາອາຊີວະ ຢູ່ ໂຮງ​ແຮມ Crowne Plaza ແລະ ໂຮງແຮມ Holiday Inn ​ ​ໃນ​ນະຄອນຫລວງ​ວຽງ​ຈັນ ເພື່ອພົບປະນັກຮຽນຝຶກງານ ໃນສາຂາສິລະປະການເຮັດອາຫານ, ເຂົ້າໜົມອົບ ແລະ ຂອງຫວານ.

    • ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າວາງ ພວງມາລາໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນການເມືອງ

      ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າວາງ ພວງມາລາໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

      4/7/2025 12:42:57 PM

      ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.


Top