KPL
ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

ການເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຂອງສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ເພື່ອສະແດງຄວາມໂສກເສົ້າ, ເສຍໃຈ ແລະ ອາໄລອາວອນ ຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງແມ່ນການສູນເສຍທີ່ໃຫຍ່ຫລວງ ສຳລັບ ພັກ, ລັດ, ປະຊາຊົນລາວ, ການນໍາ ແລະ ປະຊາຊົນຫວຽດນາມ ສູນເສຍເພື່ອນຜູ້ໃຫຍ່, ສະຫາຍທີ່ໃກ້ຊິດ, ສະໜິດສະໜົມ, ຍາມໃດກໍປະກອບສ່ວນຢ່າງສຸດ ກຳລັງຂອງຕົນ ເພື່ອພາລະກິດປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ແລະ ສາຍພົວພັນພິເສດ ຫວຽດນາມ-ລາວ.

ພ້ອມນີ້, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍັງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກເຮົາ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນຳ ຂອງສູນກາງພັກ ນຳພາ-ຊີ້ນຳ ການປະຕິວັດຊາດ-ປະຊາທິປະໄຕໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນ ຂອງພັກ, ຂອງຊາດເຮົາ, ຕະຫລອດຊີວິດຂອງເພີ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ ປະຊາຊົນລາວ ບັນດາເຜົ່າ.
ຂ່າວ: ທະນູທອງ
ພາບ: ເກດສະໜາ
KPL