KPL
ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.

ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຄອບຄົວ ສີພັນດອນ ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງເປັນກໍາລັງໃຈອັນລໍ້າຄ່າ ທີ່ຫາສິ່ງປຽບບໍ່ໄດ້ ຕໍ່ ພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະ ຄອບຄົວ ສີພັນດອນ ໃນການຜ່ານຜ່າ ຄວາມໂສກເສົ້າອາໄລອາວອນ ຕໍ່ການສູນເສຍບຸກຄົນທີ່ແສນເຄົາລົບຮັກໃນຄັ້ງນີ້. ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມວາງພວງມາລາ ແລະ ໄວ້ອາໄລ ຂອງຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ນໍາໂດຍ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໃນວັນທີ 3 ເມສາ ຜ່ານມາ ເຊິ່ງເປັນຄະນະຕ່າງປະເທດຄະນະທໍາອິດ ທີ່ເດີນທາງມາຮ່ວມໄວ້ອາໄລ ກໍຄື ການໄປຮ່ວມຂຽນປຶ້ມໄວ້ອາໄລ ທີ່ສະຖານທູດລາວ ປະຈໍາຫວຽດນາມ ຂອງສະ ຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ. ພິເສດ, ຕໍ່ກັບການສູນເສຍຄັ້ງນີ້, ສສ ຫວຽດນາມ ກໍໄດ້ຮ່ວມໄວ້ອາໄລລະດັບຊາດເປັນເວລາ 2 ວັນ ເຊິ່ງສິ່ງເຫລົ່ານີ້, ເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນພິເສດຂອງສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້ ກໍຄື ຄວາມຮັກແພງຖານສະຫາຍອ້າຍນ້ອງ ໃນຄອບຄົວດຽວກັນ. ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫລວງ ຕໍ່ຄອບຄົວ ສີພັນດອນ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ຍັງເປັນການສູນເສຍອັນໃຫຍ່ຫລວງທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເຊັ່ນດຽວກັນ. ສະ ຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຢືນຢັນວ່າ ຈະຫັນເອົາຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລຮັກຄັ້ງນີ້ ໃຫ້ກາຍເປັນຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ແລະ ຈະສືບຕໍ່ຮ່ວມກັບບັນດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອພ້ອມກັບ ພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ໃນການສືບຕໍ່ປົກປັກຮັກສາ, ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວ ພັນພິເສດຂອງສອງປະເທດ ໃຫ້ນັບມື້ພັດທະນາກ້າວເຂົ້າສູ່ລວງເລິກ, ຂຽວສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຊົ່ວກາລະນານ.
ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຄອບ ຄົວ ສີພັນດອນ ທີ່ໄດ້ສູນເສຍຜູ້ນໍາທີ່ເຄົາລົບຮັກ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ກໍຄື ຄອບຄົວ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫລວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.
ພາບ: ເກດສະໜາ
KPL