KPL
ກົດໝາຍວ່າດ້ວຍຢາເສບຕິດ ແມ່ນກົດໝາຍໜຶ່ງທີ່ກຳນົດຫລັກຖານ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ທົ່ວສັງຄົມລາວມີຄວາມປອດຈາກຢາເສບຕິດເກືອດຫ້າມ, ປະຊາຊົນລາວບັນດາເຜົ່າມີສຸຂະພາບເຂ້ັມແຂງ ສາມາດປະກອບສ່ວນເປັນກຳລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
*ກົດໝາຍວ່າດ້ວຍຢາເສບຕິດ ແມ່ນກົດໝາຍໜຶ່ງທີ່ກຳນົດຫລັກຖານ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ທົ່ວສັງຄົມລາວມີຄວາມປອດຈາກຢາເສບຕິດເກືອດຫ້າມ, ປະຊາຊົນລາວບັນດາເຜົ່າມີສຸຂະພາບເຂ້ັມແຂງ ສາມາດປະກອບສ່ວນເປັນກຳລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ແນວໃດກໍຕາມກົດໝາຍວ່າດ້ວຍຢາເສບຕິດມີຫລາຍພາກ, ໝວດ ແລະ ຫລາຍມາດຕາທີ່ໜ້າສົນໃຈ, ແຕ່ມື້ນີ້ “ຄໍລຳຊີວິດກົດໝາຍ” ຂໍຍົກເອົາພາກທີ VIII ກ່ຽວນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມານຳສະເໜີໃຫ້ທ່ານຜູ້ອ່ານໄດ້ຮັບຮູ້.
ຢູ່ໃນກົດໝາຍວ່າດ້ວຍຢາເສບ ຕິດ ພາກທີ VIII: ນະໂຍບາຍຕໍ່ຜູ້ມີ ຜົນງານ ແລະ ມາດຕະການຕໍ່ຜູ້ລະ ເມີດ. ໃນນັ້ນ, ໝວດທີ 1 ນະໂຍບາຍ ຕໍ່ຜູ້ມີຜົນງານ. ມາດຕາ 70. ນະໂຍບາຍຕໍ່ພະ ນັກງານ, ເຈົ້າໜ້າທີ່.ພະນັກງານ, ເຈົ້າໜ້າທີ່ ແລະ ການຈັດຕັ້ງທີ່ມີຜົນງານ ໃນການ ປະ ຕິບັດກົດໝາຍວ່າດ້ວຍຢາເສບ ຕິດເປັນຕົ້ນກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດ ຈະໄດ້ຮັບການຍ້ອງຍໍ, ບຳ ເນັດ ຫລື ນະໂຍບາຍອື່ນ ຕາມທ່ີໄດ້ ກຳນົດໄວ້ໃນລະບຽບການສະເພາະ.
ມາດຕາ 71. ນະໂຍບາຍຕໍ່ຜູ້ໃຫ ຄວາມຮ່ວມມື.ບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ ປະກອບສ່ວນເຂົ້າໃນການຄວບ ຄຸມ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດ ດ້ວຍການເຂົ້າຮ່ວມງານ, ໃຫ້ຂ້ໍ ມູນ-ຂ່າວສານ ແລະ ອ່ືນໆ ຈະໄດ້ຮັບ ການຍ້ອງຍໍ, ບຳເນັດ, ການປ່ິນປົວ ແລະ ນະໂຍບາຍອື່ນ ຢ່າງເໝາະສົມ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ການສະເພາະ.ໝວດທີ 2 ມາດຕະການຕໍ່ຜູ້ລະເມີດ.
ມາດຕາ 72. ມາດຕະການຕ່ໍ ຜູ້ລະເມີດ.ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະ ເມີດກົດໝາຍສະບັບນີ້ ຈະຖືກປະຕິ ບັດມາດຕະການ ສຶກສາອົບຮົມ, ປະ ຕິບັດວິໄນ, ປັບໃໝ, ມາດຕະການ ທາງອາຍາ ຕາມແຕ່ລະກໍລະນີເບົາ ຫລື ໜັກ ລວມທັງການໃຊ້ແທນຄ່າ ເສຍຫາຍທາງແພ່ງ ຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 146 ຂອງກົດ ໝາຍອາຍາ ແລະ ກົດໝາຍສະບັບນີ້.
ມາດຕາ 73. ມາດຕະການ ສຶກສາອົບຮົມ.ບຸກຄົນທີ່ໄດ້ເສບຢາເສບຕິດ ຫລື ມີໄວ້ໃນຄອບຄອງເຄມີຢາງຄັນຊາ ແລະ ອະນຸພັນຕ່າງໆຂອງເຄມີຢາງ ຄັນຊາແຕ່ 0,3 ກຣາມ ລົງມາ ຖືວ່າ ເປັນຜູ້ຖືກເຄາະຮ້າຍ, ເປັນຜູ້ສ່ຽງ ຕໍ່ການຕິດຢາ, ເປັນຜູ້ຕິດຢາ ຈະ ຖືກສຶກສາອົບຮົມ ແລະ ຈະຖືກນໍາ ໄປປິ່ນປົວຢູ່ສູນປິ່ນປົວ ແລະ ຟື້ນຟູ ສຸຂະພາບຜູ້ຕິດຢາເສບຕິດ. ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງທີ່ບໍ່ໃຫ້ຄວາມຮ່ວມມືໃນການ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດ ກໍຈະຖືກສຶກສາອົບຮົມ.ບຸກຄົນທີ່ໄດ້ລະເມີດກົດໝາຍສະ ບັບນີ້ ຊຶ່ງກໍ່ຄວາມເສຍຫາຍໜ້ອຍ, ຈິງໃຈລາຍງານ, ຮັບສາລະພາບ ຄວາມຜິດຂອງຕົນຕໍ່ການຈັດຕັ້ງ ແລະ ສົ່ງຊັບທີ່ໄດ້ເອົາໄປໂດຍບໍ່ຖືກ ຕ້ອງນັ້ນ ຄືນໃຫ້ແກ່ການຈັດຕັ້ງຢ່າງ ຄົບຖ້ວນແລ້ວ ກໍຈະໄດ້ຮັບການສຶກ ສາອົບຮົມ ແລະ ກ່າວເຕືອນ.
ມາດຕາ 74. ການປະຕິບັດ ວິໄນ.ພະນັກງານ, ລັດຖະກອນ ຫລື ເຈົ້າໜ້າທີ່ ທີ່ໄດ້ລະເມີດລະບຽບ ກົດໝາຍ ກ່ຽວກັບຢາເສບຕິດ ແລະ ຂໍ້ຫ້າມ ທີ່ມີລັກສະນະເບົາບາງ ຊຶ່ງ ບໍ່ເປັນການກະທໍາຜິດທາງອາຍາ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫລົບຫລີກຈາກຄວາມຜິດຂອງຕົນ ກໍຈະຖືກປະຕິບັດວິໄນຕາມແຕ່ລະ ກໍລະນີດັ່ງນີ້:
1,ຕິຕຽນ, ກ່າວເຕືອນຄວາມຜິດ ແລະ ບັນທຶກໄວ້ໃນສຳນວນເອ ກະສານຊີວະປະຫວັດ ຂອງຜູ້ກ່ຽວ.
2,ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ.
3,ປົດຕໍາແໜ່ງ ຫລື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ຕໍ່າກວ່າເກົ່າ.
4,ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງ ຊັບສິນທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງ ນັ້ນຢ່າງຄົບຖ້ວນ.
ມາດຕາ 75. ມາດຕະການທາງ ອາຍາ.ມາດຕະການທາງອາຍາເຄມ ຢາງຄັນຊາ (Tetrahydrocan-nabinol, Hashish ) ແລະ ອະນຸ ພັນຕ່າງໆຂອງເຄມີຢາງຄັນຊາ:
- ນໍ້າໜັກສຸດທິ ເກີນກວ່າ 0,3 ກຣາມ ຫາ 50 ກຣາມ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ສອງ ປີ ຫາ ສີ່ປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 9.000.000 ກີບ.
- ນ້ຳໜັກສຸດທິ ເກີນກວ່າ 50 ກຣາມ ຫາ 100 ກຣາມ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ຫ້າ ປີ ຫາເຈັດປີ ແລະ ຈະຖືກປັບ ໃໝແຕ່ 10.000.000 ກີບ ຫາ 29.000.000 ກີບ ແລະ ຈະຖືກ ຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ.
- ນໍ້າໜັກສຸດທິ ເກີນກວ່າ 100 ກຣາມ ຫາ 200 ກຣາມ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ແປດປີ ຫາ ສິບສີ່ປີ ແລະ ຈະຖືກ ປັບໃໝແຕ່ 30.000.000 ກີບ ຫາ 59.000.000 ກີບ ແລະ ຈະຖືກ ຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ.
- ນໍ້າໜັກສຸດທິ ເກີນກວ່າ 200 ກຣາມ ຫາ 500 ກຣາມ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສິບຫ້າປີ ຫາຊາວປີ ແລະ ຈະຖືກ ປັບໃໝແຕ່ 60.000.000 ກີບ ຫາ 99.000.000 ກີບ ແລະ ຈະຖືກ ຮິບຊັບຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ.
- ນໍ້າໜັກສຸດທິ ເກີນກວ່າ 500 ກຣາມ ຈະຖືກລົງໂທດຕັດອິດສະລະ ພາບຕະຫລອດຊີວິດ ແລະ ຈະຖືກ ປັບໃໝແຕ່ 100.000.000 ກີບ ຫາ 200.000.000 ກີບ ແລະ ຈະຖືກ ຮິບຊັບຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ.
ມາດຕາ 76. ມາດຕະການຕໍ່ຜູ້ ທີ່ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່.ຜູ້ທີ່ອອກຢາເສບຕິດແລ້ວ ກັບ ຄືນມາຕິດໃໝ່ ຈະຖືກລົງໂທດຕັດ ອິດສະລະພາບ ແຕ່ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 100.000 ກີບ ຫາ 300.000 ກີບ.
ມາດຕາ 77. ມາດຕະການ ໂທດເພີ່ມ.ໃນການດຳເນີນຄະດີອາຍາຕໍ່ຜູ້ ກະທໍາຜິດ ກ່ຽວກັບຢາເສບຕິດ, ນອກຈາກໂທດຕົ້ນຕໍ ທີ່ໄດ້ກຳນົດ ໄວ້ໃນມາດຕາ 73 ຫາ 76 ຂອງ ກົດໝາຍສະບັບນີ້ແລ້ວ ທຸກຊັບສິນທ່ີ ພົວພັນກັບການກະທຳຜິດກ່ຽວກັບ ຢາເສບຕິດ ຊຶ່ງແມ່ນຊັບສິນທີ່ຮັບ ໃຊ້ ແລະ ໄດ້ມາຈາກການກະທໍາ ຜິດເຊັ່ນ: ເງິນ, ຄຳ, ຊັບສິນມີຄ່າ, ທ່ີດິນ, ເຮືອນ, ພາຫະນະ, ອຸປະກອນ ຈະຖືກຮິບເປັນຂອງລັດ. ສຳລັບຢາເສບຕິດນັ້ນ ໃຫ້ທຳ ລາຍຖິ້ມຕາມລະບຽບກົດໝາຍ.
ມາດຕາ 78. ມາດຕະການ ທາງແພ່ງ.ນອກຈາກໂທດທີ່ໄດ້ກຳນົດໄວ້ ໃນມາດຕາ 75 ຂອງກົດໝາຍສະ ບັບນີ້ແລ້ວ ຜູ້ກະທໍາຜິດ ຍັງຈະໄດ ໃຊ້ແທນຄ່າເສຍຫາຍຕ່າງໆເຊັ່ນ: ຄ່າປິ່ນປົວ, ຄ່າປົວແປງຈິດໃຈ, ຄ່າ ປ່ວຍການ, ຄ່າເດີນທາງ, ຄ່າກິນຢູ່ ພັກເຊົາ ແລະ ຄ່າເສຍຫາຍອື່ນຕາມ ລະບຽບກົດໝາຍ.
KPL