KPL
ປັດຈຸບັນ ປະຊາຊົນບ້ານນ້ຳໂມ້ ເມືອງອານຸວົງ ແຂວງໄຊສົມບູນ ແມ່ນໄດ້ຮັບການຍົກລະດັບຊີວິດການເປັນຢູ່ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວເມື່ອທຽບຫລາຍສິບປີຜ່ານມາ.
*ປັດຈຸບັນ ປະຊາຊົນບ້ານນ້ຳໂມ້ ເມືອງອານຸວົງ ແຂວງໄຊສົມບູນ ແມ່ນໄດ້ຮັບການຍົກລະດັບຊີວິດການເປັນຢູ່ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວເມື່ອທຽບຫລາຍສິບປີຜ່ານມາ ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງມາຮອດດຽວນີ້ ຄອບ ຄົວທ່ີຫລຸດພົ້ນອອກຈາກຄວາມທຸກຍາກແມ່ນກວມກວ່າ 70% ແລ້ວ.

ຕາມການບອກເລົ່າສູ່ຟັງຂອງ ທ່ານ ບຸນຍັງ ເລືອງວັນຄຸນ ນາຍບ້ານນ້ຳໂມ້ ເມືອງອານຸວົງ ແຂວງ ໄຊສົມບູນວ່າ: ທຸກສິ່ງທຸກຢ່າງພາຍໃນບ້ານນ້ຳໂມ້ຕົນ ໄດ້ຮັບການພັດທະນາດີຂຶ້ນ ແມ່ນຍ້ອນການນຳພາ-ຊີ້ນຳຂອງພັກອັນພົ້ນເດັ່ນແມ່ນຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນ້ຳລິນ ແລະ ສິ່ງທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນແມ່ນຖືກຍົກລະດັບ, ພັດທະນາດີຂຶ້ນເຊິ່ງທັງໝົດເລົ່ານີ້ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນກໍ່ຄືລູກບ້ານຂອງຕົນ ທີ່ນັບມື້ຫລຸດລົງເຊິ່ງສະແດງໃຫ້ເຫັນທົ່ວບ້ານມີຈຳນວນ 470 ກວ່າຄອບຄົວ, ມີພົນລະເມືອງ ກວ່າ 2.000 ຄົນ. ດ້ວຍແນວທາງ ຖືກຕ້ອງບວກໃສ່ການສຸມທຶນຮອນ ພາຍໃນ ແລະ ຍາດແຍ່ງທຶນຊ່ວຍ ເຂົ້າມາພັດທະນາບ້ານເມືອງ ໂດຍ ສະເພາະແມ່ນບ້ານນ້ຳໂມ້ ເຮັດໃຫ້ ມາຮອດປັດຈຸບັນຄອບຄົວທີ່ສາມາດຫລຸດພົ້ນຄວາມທຸກຍາກໂດຍ ພື້ນຖານກວມຫລາຍກວ່າ 70% ແລ້ວ. ປະຊາຊົນພາຍໃນບ້ານແມ່ນເອົາອາຊີບປູກຝັງ-ລ້ຽງສັດເປັນອາຊີບຕ້ົນຕໍ ແລະ ຖືເອົາການຄ້າຂາຍ, ບໍລິການເປັນສຳຮອງ. ອັນພົ້ນເດັ່ນກວ່າໝູ່ແມ່ນປະຊາຊົນພາຍໃນບ້ານ ໄດ້ຮັບການສະໜັບສະໜູນຈາກບໍລິສັດພູເບ້ຍມາຍນິງ ຈຳກັດ ໃນຫລາຍໂຄງການເປັນຕົ້ນແມ່ນໂຄງການສ່ົງເສີມປະຊາຊົນປູກພືດຜັກໃນເຮືອນຮົ່ມ ອັນໄດ້ເຮັດໃຫ້ເຂົາເຈົ້າມີອາຊີບ, ລາຍຮັບຢ່າງໝັ້ນຄົງ ແລະ ຕໍ່ເນື່ອງໂດຍສະເພາະເດືອນໜຶ່ງປະມານ 5-6 ລ້ານກີບ. ແນວໃດກໍ່ດີການທີ່ເຮັດໃຫ້ບ້ານຕົນກໍ່ຄືຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຍ້ອນພັກ-ລັດຖະບານເຮົາມີຄວາມເປັນຫ່ວງເປັນໄຍຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເຊິ່ງນອກຈາກເອົາໃຈໃສ່ສຸມທຶນສ້າງສາພັດທະນາບ້ານເມືອງແລ້ວ, ຍັງໄດ້ເອົາໃຈໃສ່ຕ່ໍການລົງເຜີຍແຜ່ແນວທາງນະໂຍບາຍສູ່ປະຊາຊົນໃນແຕ່ລະໄລຍະ, ແຕ່ລະຍຸກຕາມແນວທາງປ່ຽນແປງຂອງພັກ ເພື່ອໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈໄປພ້ອມໆກັບການເປັນເຈົ້າການຈັດຕັ້ງປະຕິບັດເປັນໄລຍະໆມາເຖິງປັດຈຸບັນ.

ດັ່ງທີ່ ນາງ ປ້ອມ ຈັນທະລາ ປະຊາຊົນບ້ານນ້ໍາໂມ້ ກ່ໍໃຫ້ຮູ້ວ່າ: ຄອບຄົວຂ້ອຍໄດ້ເຂົ້າຮ່ວມໂຄງການປູກຜັກມາແຕ່ປີ 2017 ເຊິ່ງປູກຜັກແບບກະສິກຳສະອາດໃນ ເຮືອນຮົ່ມ ໂດຍປູກຕາມຄວາມຕ້ອງການຂອງບໍລິສັດ ພູເບ້ຍ. ກ່ອນ ໜ້າປີ 2017 ທີ່ຍັງບໍ່ທັນເຂົ້າຮ່ວມໂຄງການ, ການຜະລິດພືດຜັກແມ່ນຜະລິດຕາມມີຕາມເກີດ, ຜົນຜະລິດກໍ່ໄດ້ໜ້ອຍ, ແຕ່ເມື່ອໄດ້ເຂົ້າຮ່ວມໂຄງການກໍ່ໄດ້ຮັບການຊຸກຍູ້ສົ່ງ ເສີມກໍ່ສ້າງເຮືອນຮົ່ມໃນຮູບແບບມີສ່ວນຮ່ວມ ເຮັດໃຫ້ເກີດມີຄວາມຕັ້ງໃຈປູກພືດຜັກຂາຍເປັນສິນຄ້າໃຫ້ຫລາຍຂຶ້ນ, ເນື່ອງຈາກທັງບໍລິສັດພູເບ້ຍເປັນຜູ້ຮັບຊື້ຜົນຜະລິດ. ການຂາຍຜົນຜະລິດພືດຜັກແມ່ນມີລາຍຮັບຕໍ່າສຸດ 7-8 ແສນກີບ/ອາທິດ, ສູງສຸດປະມານ 2 ລ້ານກີບ, ສະເລ່ຍ 5-6 ລ້ານກີບ/ເດືອນ ເຮັດໃຫ້ຄອບຄົວມີລາຍຮັບທີ່ໝັ້ນຄົງ. ການຜະລິດພືດຜັກແມ່ນເນັ້ນໃສ່ປູກຜັກທີ່ໃຊ້ເວລາສັ້ນປະມານ 15-20 ວັນສາມາດເກັບກູ້ຂາຍໄດ້. ສຳລັບເຕັກນິກການຜະລິດແມ່ນເອົາໃຈໃສ່ບົວລະບັດຮັກສາ, ໃສ່ຝຸ່ນທໍາມະຊາດ, ຫົດນ້ຳປົກກະຕິທັງປະຕິບັດຕາມຫລັກວິຊາການທີ່ທັງບໍລິສັດກໍຄືສູູນກະສິກຳແນະນຳໃຫ້. ສ່ວນເນື້ອທີ່ຜະລິດປະມານ 1 ໄລ່ ເຊິ່ງສາມາດຜະລິດ ໄດ້ຕະຫລອດປີ. ນອກນີ້, ທັງບໍລິສັດພູເບ້ຍກໍບໍ່ໄດ້ຫ້າມໃນການຂາຍຜົນຜະລິດ ໂດຍສາມາດຂາຍໄດ້ຕາມຕະຫລາດທົ່ວໄປໄດ້. ຂະນະທີ່ຢາກສະເໜີຂໍການສະໜັບສະໜູນລະບົບນໍ້າສະປຣິງເກີ້ຈາກບໍລິສັດ ເພາະມີແຜນຂະຫຍາຍເນື້ອທີ່ການຜະລິດອອກຕື່ມ.
ໂດຍ: ຢາຕ່ົງ
KPL