KPL
ຂປລ. ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ຈັດຂຶ້ນຢ່າງສົມກຽດ ໃນວັນທີ 7 ເມສາ 2025 ນີ້, ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.


ຂປລ. ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ຈັດຂຶ້ນຢ່າງສົມກຽດ ໃນວັນທີ 7 ເມສາ 2025 ນີ້, ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນອ່ານບົດສະດຸດີ ເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງມີເນື້ອໃນບາງຕອນວ່າ: ຜ່ານການເຄື່ອນໄຫວປະຕິວັດ ຕະຫລອດເວລາ ເກືອບ 8 ທົດສະວັດ ທີ່ຜ່ານມາ ໄດ້ຢືນຢັນຢ່າງໜັກແໜ້ນວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວໜຽວແໜ້ນ ຂອງພັກເຮົາ ເຊິ່ງຕະຫລອດໄລຍະແຫ່ງຊີວິດປະຕິວັດຂອງເພິ່ນ ຍາມໃດກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນອຸດົມການ, ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ມີວິໄສທັດແຫລມຄົມ; ເພິ່ນໄດ້ປະກອບສ່ວນ ອັນໃຫຍ່ຫລວງເຂົ້າໃນການຈັດຕັ້ງນໍາພາ ພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ຂະຫຍາຍຕົວເປັນກ້າວໆ ຈົນກ້າວສູ່ໄຊຊະນະຢ່າງສົມບູນ. ສະຫາຍ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດ ທີ່ມີວິໄສທັດ ອັນກວ້າງໄກທາງການເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດເດັ່ນ, ເປັນນັກບັນຊາການ ກອງກໍາລັງສູ້ຮົບທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມກໍ່ສ້າງກໍາລັງປະກອບອາວຸດ ໃຫ້ມີຄວາມສາມາດຕ້ານທານ ສັດຕູຜູ້ຮຸກຮານ ທີ່ມີກຳລັງເໜືອກວ່າເປັນຫລາຍຮ້ອຍເທົ່າ ໃຫ້ປະລາໄຊລົງ. ສະຫາຍ ເປັນຜູ້ມີ ຄວາມສາມາດຄາດຄະເນການຜັນແປ ຂອງສະຖານະການຢ່າງຖືກຕ້ອງ ເພື່ອເປັນເຈົ້າການໃນການແກ້ໄຂ ໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍ ໄດ້ເປັນເພື່ອນຮ່ວມຮົບທີ່ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ກັບຜູ້ນໍາຄົນອື່ນໆ ໃນການຄົ້ນຄວ້າກໍານົດ ແນວທາງ ແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດ ຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ; ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກເຮົາ ທີ່ກໍາຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວກໍາລັງປະຕິວັດ ກໍຄື ປວງຊົນລາວທັງຊາດ, ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍ ຮ່ວມອຸດົມການ ແລະ ເພື່ອນຮ່ວມງານຕະຫລອດມາ, ທັງໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນໄວ້ວາງໃຈຢ່າງສູງສົ່ງ ຈາກປະຊາຊົນຊັ້ນ ຄົນຕ່າງໆ ຂອງປະເທດເຮົາ.

ຄຸນສົມບັດສິນທຳປະຕິວັດ ອັນໂດດເດັ່ນ ແລະ ໜັກແໜ້ນ ຂອງ ສະຫາຍ ປະທານ ຄໍາໄຕ ສີພັນດອນ ນັ້ນ ແມ່ນລວມຍອດຢູ່ທີ່ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ ຕໍ່ພັກ ຕໍ່ປະເທດຊາດ; ເວລາໃດ ສະຫາຍ ກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດ ເໜືອກວ່າສິ່ງອື່ນໃດ, ນໍ້າໃຈຮັກຊາດອັນດູດດື່ມ, ນໍ້າໃຈຮັບໃຊ້ປະຊາຊົນຢ່າງບໍ່ມີຂອບເຂດຂອງ ສະຫາຍ ປະທານ ຄຳໄຕ ສີພັນດອນ ແມ່ນສະ ແດງອອກເຖິງຄວາມກ້າຫານ ເດັດດ່ຽວຕໍ່ສູ້ຕ້ານກັບສັດຕູ ຂອງປະເທດຊາດ ແລະ ຂອງປະຊາຊົນ ໃຫ້ປະລາໄຊລົງ. ອີກອັນໜຶ່ງທີ່ສະແດງອອກເຖິງຄວາມໂດດເດັ່ນ ຂອງຄຸນສົມບັດສິນທຳປະຕິວັດ ຂອງ ສະຫາຍ ປະທານ ຄຳໄຕ ສີພັນດອນ ກໍຄື ການອຸທິດຕົນໃຫ້ພາລະກິດປະຕິວັດ, ໃຫ້ຄວາມເປັນເອ ກະລາດແຫ່ງຊາດ, ໃຫ້ແກ່ການພັດທະນາປະເທດຊາດ ແລະ ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃນຕະຫລອດຊີວິດຂອງເພິ່ນ; ຄວາມເປັນແບບຢ່າງໃນການດຳລົງຊີວິດ ທີ່ປອດໄສຂາວສະອາດ, ລຽບງ່າຍ, ປະຢັດມັດທະຍັດ, ໃກ້ຊິດມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອເຜື່ອແຜ່ຕໍ່ເພື່ອນຮ່ວມງານ, ແຕ່ເຂັ້ມງວດໃນດ້ານຫລັກການ, ເຄັ່ງຄັດຕໍ່ລະບຽບວິໄນ, ເຮັດວຽກມີປະຊາທິ ປະໄຕ ແລະ ຕົກລົງເປັນໝູ່ຄະນະ ຂອງປະທານ ຄຳໄຕ ສີພັນດອນ ນັ້ນ ຖືວ່າເປັນບົດຮຽນອັນລໍ້າຄ່າ ໃຫ້ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ຂອງພັກ ແລະ ຂອງຊາດເຮົາ.

ດ້ວຍຜົນງານຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ ແລະ ກຳລັງວັງຊາ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດຊີວິດຂອງສະຫາຍ. ສະນັ້ນ, ສະຫາຍ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເປັນຈໍານວນຫລວງຫລາຍ ເຊັ່ນ: ຫລຽນ ຄໍາແຫ່ງຊາດ ຈໍານວນ 2 ຫລຽນ; ຫລຽນໄຊອິດສະຫລະ ຊັ້ນ I ແລະ ຊັ້ນ II ຈໍານວນ 4 ຫລຽນ; ຫລຽນໄຊປະຕິວັດຊະນະເລີດ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 3 ຫລຽນ; ຫລຽນໄຊແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 19 ຫລຽນ; ຫລຽນກາຕໍ່ຕ້ານຝຣັ່ງ 1 ຫລຽນ; ຫລຽນກາຕໍ່ຕ້ານອາເມລິກາ 1 ຫລຽນ; ຫລຽນກາລະນຶກ 5 ປີ ແຫ່ງ ສປປ ລາວ 1 ຫລຽນ; ຫລຽນກາລະນຶກ 50 ປີ ຂອງພັກ 1 ຫລຽນ ແລະ ຫລຽນກາລະນຶກ 70 ປີ ຂອງພັກ 1 ຫລຽນ. ນອກຈາກນັ້ນ, ຍັງໄດ້ຮັບຫລຽນກຽດຕິຍົດລະດັບສູງ ຈາກປະເທດເພື່ອນມິດ ເປັນຈໍານວນຫລາຍ.

ການຈາກໄປຂອງ ສະຫາຍ ປະທານ ຄໍາໄຕ ສີພັນດອນ ເປັນການສູນເສຍ ຜູ້ເປັນການນຳຍຸດທະສາດ, ສູນເສຍນັກການເມືອງຜູ້ປີຊາສາມາດ, ນັກຍຸດທະສາດການທະຫານ ຜູ້ອົງອາດກ້າແກ່ນ ແລະ ນັກພັດທະນາເສດຖະກິດ-ສັງຄົມ ຜູ້ມີຄວາມສາມາດໂດດເດັ່ນ, ນັກການທູດ ແລະ ການເມືອງຕ່າງປະ ເທດ ທີ່ແຫລມຄົມ ຂອງພັກ ແລະ ຂອງຊາດເຮົາໄປຢ່າງບໍ່ມີວັນກັບມາ, ແຕ່ເພິ່ນໄດ້ປະມູນມໍລະດົກຕົກທອດອັນລໍ້າຄ່າ, ຄຸນງາມຄວາມດີ ແລະ ບົດຮຽນອັນປະເສີດ ໄວ້ນໍາພວກເຮົາ ນັ້ນ ຄື : ນໍ້າໃຈຮັກຊາດອັນດູດດື່ມ ແລະ ສູງສົ່ງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຕໍ່ລະ ບອບປະຊາທິປະໄຕປະຊາຊົນ; ຄວາມເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນຂອງປະເທດຊາດ; ນໍ້າໃຈພິລະອາດຫານ ແລະ ຄວາມເສຍສະລະອັນສູງສົ່ງ, ຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນເໜືອກວ່າສິ່ງໃດໝົດ; ອຸທິດເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ; ບົດຮຽນພຶດຕິກໍາໃນການນໍາພາກໍ່ສ້າງ, ປັບປຸງກໍາລັງປະກອບອາວຸດປະຊາຊົນມີໄຫວພິບ, ສະຫລາດຄ່ອງແຄ້ວໃນການບັນຊາສູ້ຮົບ ແລະ ສູ້ຮົບມີໄຊ; ບົດຮຽນ ພຶດຕິກໍາໃນການກໍ່ສ້າງຮາກຖານການເມືອງ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍຄື ການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມຂັ້ນ; ຄວາມເອົາໃຈໃສ່ ແລະ ຖືສໍາຄັນຢ່າງສະເໝີຕົ້ນ ສະເໝີປາຍຕໍ່ວຽກງານກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ; ຄວາມເປັນຫລັກແຫລ່ງ ແລະ ຄັນທຸງແຫ່ງການເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນລາວບັນດາ ເຜົ່າ ແລະ ຊັ້ນຄົນຕ່າງໆຂອງຊາດລາວ; ເດັດດ່ຽວຕ້ານທຸກປະກົດການ ທີ່ຝືນກັບຫລັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດ ທີ່ເປັນແບບຢ່າງນໍາໜ້າ; ການສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ກວ້າງຂວາງ, ເລິກເຊິ່ງ ກັບປະເທດເພື່ອນມິດ ໃນພາກພື້ນ ແລະ ສາກົນ ດ້ວຍວິໄສທັດອັນກວ້າງໄກ ແລະ ໜັກແໜ້ນ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ໃຫ້ຄຳໝັ້ນສັນຍາຕໍ່ດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ຈະສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ ທີ່ພວກເຮົາຍາດມາໄດ້ນັ້ນ ໄວ້ຢ່າງໝັ້ນຄົງ ແລະ ຈະສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອ ກະພາບພາຍໃນ ພັກ-ລັດ ແລະ ກໍາລັງປະກອບອາວຸດ ກໍຄື ຄວາມສາມັກຄີທົ່ວປວງຊົນລາວທັງຊາດ ແລະ ສືບຕໍ່ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ; ເຮັດໃຫ້ອຸດົມການຂອງພັກ ແລະ ຄວາມມຸ່ງຫວັງຂອງປະຊາຊົນທັງຊາດ ກໍຄື ຂອງສະຫາຍເອງ ໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ ກໍຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫລືອກໍ່ສ້າງລູກຫລານຂອງສະຫາຍ ໃຫ້ສືບຕໍ່ປະ ກອບສ່ວນ ເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາສືບຕໍ່ໄປ.
ຂ່າວ: ທະນູທອງ
ພາບ: ພະແນກຮູບພາບ
KPL