KPL
ຂປລ. ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມໂຄງການຝຶກງານຂອງນັກສຶກສາອາຊີວະ ຢູ່ ໂຮງແຮມ Crowne Plaza ແລະ ໂຮງແຮມ Holiday Inn ໃນນະຄອນຫລວງວຽງຈັນ ເພື່ອພົບປະນັກຮຽນຝຶກງານ ໃນສາຂາສິລະປະການເຮັດອາຫານ, ເຂົ້າໜົມອົບ ແລະ ຂອງຫວານ.

ຂປລ. ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມໂຄງການຝຶກງານຂອງນັກສຶກສາອາຊີວະ ຢູ່ ໂຮງແຮມ Crowne Plaza ແລະ ໂຮງແຮມ Holiday Inn ໃນນະຄອນຫລວງວຽງຈັນ ເພື່ອພົບປະນັກຮຽນຝຶກງານ ໃນສາຂາສິລະປະການເຮັດອາຫານ, ເຂົ້າໜົມອົບ ແລະ ຂອງຫວານ.

ການຢ້ຽມຢາມຄັ້ງນີ້, ຊີ້ໃຫ້ເຫັນຄວາມສໍາຄັນຂອງການຮ່ວມມື ລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການສ້າງໂອກາດໃຫ້ແກ່ໄວໜຸ່ມ ໂດຍສະເພາະແມ່ນແມ່ຍິງໜຸ່ມ ເພື່ອໃຫ້ເຂົາເຈົ້າໄດ້ເຮັດພາກປະຕິບັດຕົວຈິງ, ເສີມສ້າງຄວາມໝັ້ນໃຈ ແລະ ກ້າວໄປສູ່ການມີວຽກງານທີ່ດີ ໃນອະນາຄົດ. ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ພົບປະກັບນັກສຶກສາຝຶກງານ, ພ້ອມຍັງໄດ້ໄປເບິ່ງການຝຶກ ແຕ່ງອາຫານຢູ່ຫ້ອງຄົວມືອາຊີບທີ່ໂຮງແຮມ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ສົນທະນາ ແລະ ປຶກ ສາຫາລືກ່ຽວກັບແຜນການ ຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປ ໃນການເພີ່ມທະວີການ ຮ່ວມມືກັບຂະແໜງ ການທີ່ກ່ຽວຂ້ອງ.

ຕາງໜ້ານັກສຶກສາຂອງວິທະຍາໄລ ເຕັກນິກວິຊາຊີບປາກປ່າສັກ ໃຫ້ຮູ້ວ່າ: ການໄດ້ມີໂອກາດ ມາປະຕິບັດຕົວຈິງຢູ່ໂຮງແຮມ Crowne Plaza ແລະ ໂຮງແຮມ Holiday Inn ບໍ່ພຽງແຕ່ເປັນການຝຶກງານເທົ່ານັ້ນ, ແຕ່ມັນຍັງເປີດທາງໃຫ້ພວກເຮົາໄດ້ມີການຮຽນຮູ້ ທັກສະວິຊາຊີບ ທີ່ມີມາດຕະຖານສາກົນ ໃນຂະແໜງການບໍລິການ, ເປັນໂອກາດທີ່ນັກສຶກສາ ໄດ້ຮຽນຮູ້ຈາກປະສົບການຕົວຈິງ ທີ່ຈໍາເປັນເພື່ອຄວາມສໍາເລັດ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ໄວໜຸ່ມ ເປັນສ່ວນໜຶ່ງຂອງການສ້າງກໍາລັງແຮງງານທີ່ມີທັກສະ ເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນ ຄວາມໝັ້ນຄົງຂອງເສດຖະກິດ. ພວກເຮົາໄດ້ຮຽນຮູ້ກ່ຽວກັບວຽກງານຕ່າງໆ ແລະ ປະສົບການໃໝ່ໆ ເຮັດໃຫ້ມີມຸມມອງໃໝ່ ເຊິ່ງຈະນຳໃຊ້ບົດຮຽນນີ້ ພັດທະນາຕົວເອງໃຫ້ດີຍິ່ງຂຶ້ນ ແລະ ນຳໃຊ້ເຂົ້າໃນການປະກອບອາຊີບ ໃນຂະແໜງການໂຮງແຮມ ໃນອະນາຄົດ.
ທ່ານ ບາກທິຢໍ ຄາດິເຣິບ ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: ເນື່ອງຈາກວ່າ ສປປ ລາວ ມີປະຊາກອນໜຸ່ມອາຍຸຕໍ່າກວ່າ 25 ປີ ຈໍານວນຫລາຍ, ກວມ 60% ຂອງພົນລະເມືອງທົ່ວປະເທດ, ນີ້ເປັນໂອກາດທີ່ດີທີ່ສຸດ ທີ່ພວກເຮົາຈະໄດ້ປະຕິບັດ ໂດຍການຕັດສິນໃຈ ຮ່ວມກັນ ເພື່ອພັດທະນາໄວໜຸ່ມຂອງພວກເຮົາໃຫ້ເຂັ້ມແຂງ, ບໍ່ພຽງແຕ່ດ້ານທັກສະ ແລະ ວຽກເຮັດງານທໍາເທົ່ານັ້ນ, ລວມເຖິງ ຄວາມພາກພູມໃຈ ແລະ ຄວາມເປັນຕົວຂອງຕົວເອງ ອີກດ້ວຍ.
KPL