ລັດຖະບານ ອອກຄໍາແນະນໍາ ກ່ຽວກັບ ການສະຫລອງບຸນປີໃໝ່ລາວ ປີ 2025

07/04/2025 10:53
Email Print 157
KPL ຂປລ. ລັດຖະບານ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຄຳແນະນຳ ເຖິງບັນດາອົງການຈັດຕັ້ງ ທັງສູນກາງ ແລະ ທ້ອງຖິ່ນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ພໍ່-ແມ່ປະຊາຊົນ, ຊາວຕ່າງປະເທດທີ່ເຄື່ອນໄຫວດຳລົງຊີວິດ ຢູ່ ສປປ ລາວ

ຂປລ. ລັດຖະບານ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຄຳແນະນຳ ເຖິງບັນດາອົງການຈັດຕັ້ງ ທັງສູນກາງ ແລະ ທ້ອງຖິ່ນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ພໍ່-ແມ່ປະຊາຊົນ, ຊາວຕ່າງປະເທດທີ່ເຄື່ອນໄຫວດຳລົງຊີວິດ ຢູ່ ສປປ ລາວ ກ່ຽວ​ກັບການສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ ພສ 2568, ຄສ 2025 ໃນຂອບເຂດ ທົ່ວປະເທດ ເພື່ອຮັບປະກັນການ ສະເຫລີມສະຫລອງບຸນປີໃໝ່ລາວ ເຕັມໄປດ້ວຍເນື້ອໃນຄວາມໝາຍ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມຂອງຊາດ ທີ່ເຄີຍປະຕິບັດສືບທອດກັນມາ, ຮັບປະກັນໃຫ້ມີລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າ ໂດຍຕິດພັນກັບ ການສະ ເຫລີມສະຫລອງ 3 ວັນປະຫວັດສາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະອາດຈົບງາມ, ມີຄວາມສະຫງົບປອດໄພ, ຄວາມສາມັກຄີເປັນປຶກແຜນແໜ້ນໜາ ຂອງປວງຊົນລາວທັງຊາດ.

ກຳນົດວັນພັກທາງລັດຖະການ ໃນໄລຍະບຸນປີໃໝ່ລາວ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 14 ເມສາ ກົງກັບມື້ແຮມ 02 ຄໍ່າ ເດືອນ 05 ແມ່ນວັນ ສັງຂານລ່ວງ, ວັນທີ 15 ກົງກັບມື້ແຮມ 03 ຄໍ່າ ເດືອນ 05 ແມ່ນ ວັນເນົາ, ວັນທີ 16 ກົງກັບມື້ແຮມ 04 ຄ່ຳ ເດືອນ 05 ແມ່ນວັນສັງຂານຂຶ້ນປີໃໝ່.

ການຈັດງານສະຫລອງບຸນປີໃໝ່ລາວ ໃຫ້ຈັດຕັ້ງປະຕິບັດຕາມຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດລາວ ທີ່ສືບທອດກັນມາແຕ່ບູຮານນະການ ເປັນຕົ້ນ ການຫົດສົງ ພະພຸດທະຮູບ, ພະສົງສາມະເນນ ຢູ່ຕາມວັດວາອາຮາມ, ການຈັດງານບາສີສູ່ຂວັນ, ການສົມມາ, ຫົດສົງ-ອວຍພອນພໍ່ແມ່, ຜູ້ອາວຸໂສ, ການອວຍພອນໄຊ ເຊິ່ງກັນ ແລະ ກັນ ດ້ວຍຄວາມສຸພາບຮຽບຮ້ອຍ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງານຂອງຊາດ ແລະ ຫົດນໍ້າກັນດ້ວຍນໍ້າສະອາດ, ນໍ້າຫອມດອກໄມ້ ດ້ວຍຄວາມສຸພາບຮຽບຮ້ອຍ ຮັບປະກັນ ຄວາມປອດໄພ; ການຈັດບຸນປີໃໝ່ລາວຢູ່ສຳນັກງານອົງການ, ວັດວາອາຣາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ, ພາຍໃນຄອບຄົວ ຄວນປະຢັດມັດທະຍັດ, ກະທັດຮັດ, ລຽບງ່າຍ ຖືກຕ້ອງຕາມຮີດຄອງປະເພນີ, ຫລີກລ່ຽງການຊຸມນຸມ, ຊຸມແຊວ ທີ່ຈະສ້າງຄວາມເດືອດຮ້ອນໃຫ້ກັບຜູ້ອື່ນ ຈົນເກີນຂອບເຂດ ແລະ ມີສະຕິໃນການໃຊ້ຈ່າຍ ບໍ່ໃຫ້ຟູມເຟືອຍເກີນ ຄວາມຈຳເປັນ; ກິດຈະກໍາຕ່າງໆ ທີ່ຈັດຂຶ້ນໃນໄລຍະປີໃໝ່ລາວ ຕ້ອງເປັນກິດຈະກຳສົ່ງເສີມສິລະປະ-ວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນ ຕິດພັນກັບເນື້ອໃນຄວາມໝາຍ ຂອງບຸນປີໃໝ່ລາວ ເຊັ່ນ: ການສະ ແດງສິລະປະດົນຕີ, ການປະກວດນາງສັງຂານ, ຂະບວນແຫ່ຫວໍ, ການຈັດງານວາງສະແດງ ສິນຄ້າຜະລິດຕະພັນວັດທະນະທຳ, ການຈັດງານ ຕະຫລາດນັດ, ກິດຈະກໍາອື່ນໆຢູ່ບັນດາສະຖານທີ່ສາທາ ລະນະ ລວມທັງຢູ່ຕາມຫາດ (ແຄມນໍ້າ) ຕ້ອງໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມລະບຽບການທີ່ກໍານົດໄວ້; ສາສະໜາສະຖານ ແລະ ບໍລິເວນອ້ອມຮອບວັດວາອາຮາມ ຕ້ອງການົດຂອບເຂດ ແລະ ຈັດສັນ ໃຫ້ເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ ເປັນຕົ້ນ ເຂດຫົດສົງພະພຸດທະຮູບ, ພະສົງສາມະເນນ, ເຂດສັກກະລະບູຊາ, ເຂດຂາຍເຄື່ອງ, ເຂດບໍລິການ ແລະ ເຂດອື່ນໆ ພ້ອມທັງໃຫ້ມີການໂຄສະນາໃຫ້ກວ້າງຂວາງ ເພື່ອດຶງດູດ ໃຫ້ນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫລາຍຂຶ້ນ; ການເປີດເພງຢູ່ສະຖານທີ່ຕ່າງໆ ຄວນເປັນເພງລາວ, ຂັບລຳທ້ອງຖິ່ນ, ສຽງດົນຕີພື້ນເມືອງ ລະດັບສຽງດັງບໍ່ເກີນ 80 ເດຊີເບວ, ເວລາປິດບໍລິການບໍ່ໃຫ້ກາຍ 23:00 ໂມງ; ສໍາລັບໃນສາສະໜາ ສະຖານ ຄວນເປີດບົດສູດຫລັກທຳຄຳສັ່ງສອນ, ບົດເທສະໜາ, ບົດກອນ, ຄໍາຜະຫຍາ ທີ່ມີເນື້ອໃນສຶກສາອົບຮົມ ແລະ ເຜີຍແຜ່ປະເພນີຂອງບຸນປີໃໝ່ລາວ; ການນຸ່ງຖື ໃນການສະຫລອງບຸນປີໃໝ່ລາວ ໃຫ້ເປັນເອກະລັກຂອງຊາດລາວ, ສຸພາບຮຽບຮ້ອຍ, ຈົບງາມເໝາະສົມຕາມກາລະເທສະ ແລະ ຮີດຄອງປະເພນີ; ສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ຮ້ານອາຫານ, ຮ້ານກິນດື່ມ, ງານພົບປະສ້າງສັນ ແລະ ສະຖານທີ່ຈັດງານຕ່າງໆ ຕ້ອງເປີດ-ປິດ ຕາມໂມງ ແລະ ເວລາ ທີ່ກຳນົດໄວ້ຕາມລະບຽບການ.

ສໍາລັບ​ຂໍ​ຫ້າມ​ໃນ​ໄລຍະ​ຈັດ​ງານ​ແມ່ນ ຫ້າມຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫລື ນໍາໃຊ້ພາຫະ ນະ, ອຸປະກອນອື່ນໆ ເພື່ອຫົດນໍ້າຄົນອື່ນ ຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ; ຫ້າມເສບ, ງັນ, ເຕັ້ນຟ້ອນ, ເປີດເພງທີ່ມີເນື້ອໃນບໍ່ສຸພາບ (ຫລໍ່ແຫລມ) ທັງເພງລາວ ແລະ ຕ່າງປະເທດ, ຕັ້ງວົງດົນຕີ ແລະ ຂາຍເຄື່ອງດື່ມທີ່ມີທາດເຫລົ້າ ຢູ່ຕາມວັດວາອາຮາມ; ຫ້າມຕິດປ້າຍແນະນໍາ, ປ້າຍຫ້າມ, ປ້າຍໂຄສະນາຕ່າງໆ ໃສ່ພະພຸດທະຮູບ ແລະ ຈຸດສຳຄັນໂດດເດັ່ນຕ່າງໆ ຂອງວັດວາອາຮາມ, ຕັ້ງໂຕະ, ຕັ່ງ, ເຕັນຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ບົດບັງຄວາມສວຍງາມ ຂອງທິວທັດສະນີຍະພາບ ເມື່ອເວລານັກທ່ອງທ່ຽວມາຢ້ຽມຊົມ ແລະ ເຂົ້າຮ່ວມບຸນປີໃໝ່; ຫ້າມສະແດງ ສິ່ງລາມົກອະນາຈານ, ນຸ່ງເຄື່ອງບໍ່ສຸພາບ ຫລື ເຄື່ອງເປືອຍກາຍ, ປະພຶດລາມົກອະນາຈານໃນເວລາເຂົ້າ ຮ່ວມກິດຈະກຳຕ່າງໆໃນງານບຸນ ແລະ ມີການກະທໍາທີ່ ບໍ່ສອດຄ່ອງກັບ ຮີດຄອງປະເພນີ ແລະ ກົດໝາຍ; ຫ້າມຈັດພິທີສະເຫລີມສະຫລອງ ມ່ວນຊື່ນແບບໃຫຍ່ໂຕມະໂຫລານ ທີ່ເປັນການຟູມເຟືອຍຊັບສິນ ແລະ ງົບປະມານ; ຫ້າມຈັດກິດຈະກຳ, ງານສະເຫລີມສະຫລອງປີໃໝ່ ຢູ່ຕາມຖະໜົນຫົນທາງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນກ່ຽວຂ້ອງຕາມການແບ່ງຂັ້ນຄຸ້ມຄອງ; ຫ້າມສວຍໃຊ້ໂອກາດຍາມບຸນປີໃໝ່ ເຕົ້າໂຮມ ຄົນຈຳນວນຫລາຍ ໂດຍມີເປົ້າໝາຍທາງການເມືອງ ທີ່ຂັດຕໍ່ແນວທາງນະໂຍບາຍ, ມົ້ວສຸມຫລິ້ນການພະນັນ, ຊຸມນຸມຊຸມແຊວເນື່ອງນັ້ນ, ຄ້າຂາຍຢາເສບຕິດ ແລະ ຄ້າປະເວນີ; ຫ້າມເປີດເຄື່ອງສຽງດັງເນືອງນັນເກີນ ຂອບເຂດທີ່ກໍານົດໄວ້; ຫ້າມຜິດຖຽງກັນ, ອາລະວາດ, ຕີກັນ ແລະ ອື່ນໆ ອັນກໍ່ໃຫ້ເກີດຄວາມບໍ່ສະຫງົບປອດໄພ; ຫ້າມມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ.

ສ່ວນມາດຕະການຕໍ່ຜູ້ລະເມີດ ທຸກໆການກະທໍາ ທີ່ເປັນການລະເມີດຂໍ້ຫ້າມໃນຄໍາແນະນໍາສະ ບັບນີ້ ດ້ວຍການເຈດຕະນາ ຫລື ບໍ່ເຈດຕະນາ ລ້ວນແຕ່ໄດ້ຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝຕາມສະຖານການລະເມີດ ຫລື ດຳເນີນຄະດີ ຕໍ່ຜູ້ກະທຳຜິດສ່ວນບຸກຄົນ, ກຸ່ມຄົນ, ນິຕິບຸກຄົນ ໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

ວິທີຈັດຕັ້ງປະຕິບັດ: ໃຫ້ບັນດາອົງການຈັດຕັ້ງ ທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງໂຄສະນາ ແລະ ເຜີຍແຜ່ເນື້ອໃນຄໍາແນະນໍາ ສະບັບນີ້ ໂດຍຕິດພັນກັບ ລະບຽບການສະ ເພາະຂອງແຕ່ລະຂະແໜງການ ທີ່ພົວພັນກັບການສະຫລອງປີໃໝ່ລາວ ໂດຍຜ່ານສື່ຕ່າງໆຢ່າງກວ້າງຂວາງ ແລະ ທົ່ວເຖິງທຸກພາກສ່ວນທົ່ວປະເທດ; ໃຫ້ສຳນັກງານ- ອົງການ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ອົງການຈັດຕັ້ງສາກົນ, ກຸ່ມບ້ານຫົວໜ່ວຍທຸລະກິດ, ພໍ່-ແມ່ປະຊາຊົນ, ຊາວຕ່າງປະເທດ ທີ່ເຄື່ອນໄຫວດຳລົງຊີວິດ ຢູ່ ສປປ ລາວໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ; ມອບໃຫ້ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທຸກຂັ້ນ ຈັດຕັ້ງຜັນຂະຫຍາຍຕາມຄຳ ແນະນໍາສະບັບນີ້, ພ້ອມທັງເພີ່ມທະວີການຕິດຕາມ, ກວດກາ, ລາດຕະເວນ, ເຄື່ອນໄຫວເວນຍາມ ຕາມສຳນັກງານ-ອົງການ ແລະ ສະຖານທີ່ຕ່າງໆ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃຫ້ເປັນປົກກະຕິດີ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ ໃນສັງຄົມໃຫ້ທັນການ.

KPL

ຂ່າວອື່ນໆ


Top