ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມ

07/04/2025 19:51
Email Print 540
KPL ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ໄວ້ອາໄລ ສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ




ຂປລ. ໃນວັນທີ
7 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ໄວ້ອາໄລ ສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມໍລະນະກໍາ ໃນວັນທີ 2 ເມສາ 2025.

ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງຈິງ  ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມວາງພວງມາລາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບ ລະດັບຊາດຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງເປັນການໃຫ້ຄວາມສຳຄັນຢ່າງສູງ ແລະ ການບິແບ່ງຄວາມເສົ້າໂສກເສຍດາຍ ຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ,  ທັງເປັນການສະແດງໃຫ້ເຫັນນໍ້າໃຈ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ເຊິ່ງຍາມໃດການນໍາຂອງສອງພັກ, ສອງລັດ ກໍໄດ້ຢັ້ງຢືນ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ ກັນຕະຫລອດມາ.




ສະຫາຍ ເລຂາທິການໃຫຍ່
, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນໜຶ່ງໃນບັນດາສະຫາຍການນໍາຮຸ່ນທໍາອິດ ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນໍາຂອງສູນກາງພັກ ນໍາພາ-ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ຕະຫລອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການນຳຜູ້ໜື່ງ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ສະຫາຍ ໄດ້ມີຄວາມຮັກແພງສະໜິດສະໜົມ ໃກ້ຊິດຕິດແທດກັບບັນດາສະຫາຍ ການນໍາຂອງ ພັກ, ລັດ ຫວຽດນາມ; ການທີ່ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເດີນທາງມາວາງພວງມາລາໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການໃຫ້ກຳລັງໃຈອັນແຮງກ້າ ແລະ ເປັນການບິແບ່ງຄວາມທຸກໂສກຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ກັບ ພັກ, ລັດ, ປະຊາຊົນລາວ ບັນດາເຜົ່າ ແລະ ຄອບຄົວ ສີພັນດອນ.




ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ກໍໄດ້ຕາງໜ້າ ສູນກາງພັກ
, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ​ສະ​ແດງ​ຄວາມເສົ້າສະຫລົດໃຈ ແລະ ​ອາໄລອາວອນ​ຢ່າງ​ສຸດຊຶ້ງ ​ຕໍ່ການມໍລະນະກຳຂອງ ​ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ. ການຈາກໄປຂອງ ສະຫາຍ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫລວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະ ຫາຍ ພົນເອກ ຄໍາໄຕ ສີພັນດອນ ແຕ່ຍັງເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍ ອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນນັກຮົບປະຕິວັດຂອງລາວ ຜູ້ທີ່ເຄີຍຄຽງບ່າຄຽງໄຫລ່ຮ່ວມກັບບັນດານັກຮົບປະຕິ ວັດ ຂອງຫວຽດນາມ ຕໍ່ສູ້ອັນຍືດເຍື້ອຍາວນານ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດຂອງສອງປະເທດໃນເມື່ອກ່ອນ. ສະຫາຍ ຍາມ​ໃດ​ກໍໄດ້ໃຫ້​ການສະໜັບສະໜູນຕໍ່ ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຂອງປະຊາຊົນຫວຽດນາມ ​ແລະ ໄດ້ປະກອບສ່ວນ​ສຳຄັນຫລວງ​ຫລາຍເຂົ້າໃນ ການ​ເພີ່ມພູນຄູນສ້າງ​ສາຍ​ພົວພັນ ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ-ລາວ; ຕີລາຄາສູງຕໍ່ການອຸທິດອັນໃຫຍ່ຫລວງຂອງ ສະຫາຍ ຄຳໄຕ ສີພັນດອນ ໃນພາລະ ກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ຂອງປະຊາຊົນລາວ ໃນເມື່ອກ່ອນ ກໍຄື ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫລົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫລວງນີ້ໂດຍໄວ.

ສອງຝ່າຍຍັງໄດ້ຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກ ສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ. ພ້ອມທັງ ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ແລະ ຢືນຢັ້ນວ່າ ຈະສືບຕໍ່ຊີ້ນຳບັນດາກະຊວງ ແລະ ຂະແໜງການ ທີ່ກ່ຽວຂ້ອງຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບົດບັນທຶກຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ ໃຫ້ມີປະສິດທິພາບຍິ່ງໆຂຶ້ນ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມືສວຍສົດງົດງາມຍິ່ງຂຶ້ນ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ລຳເລັດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ ກົມຈັດຕັ້ງ-ພະນັກງານ ຫສພການເມືອງ

      ລຳເລັດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ ກົມຈັດຕັ້ງ-ພະນັກງານ ຫສພ

      4/10/2025 9:58:51 AM

      ຂປລ. ຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ປິດລົງດ້ວຍຜົນສໍາເລັດ ພາຍຫລັງ ດຳເນີນ ມາແຕ່ວັນທີ 17-28 ມີນາ 2025 ຜ່ານມາ ​ແລະ ​ໄດ້​ຈັດ​ພິທີ​ປິດ​ຝຶກ​ອົບຮົມ​ ໃນ​ວັນ​ທີ 9 ​ເມສາ 2025

    • ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສການເມືອງ

      ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສ

      4/9/2025 3:07:29 PM

      ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ​ໂດຍ​ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສການເມືອງ

      ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສ

      4/9/2025 2:53:54 PM

      ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568

    • ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງການເມືອງ

      ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

      4/9/2025 12:35:38 PM

      ຂປລ. ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ

    • ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີການເມືອງ

      ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

      4/9/2025 12:21:44 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.


Top