KPL
ຂປລ. ກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ເຄື່ອນໄຫວ ປີ 2025 ຂອງກະຊວງການຕ່າງປະເທດ ຈັດຂຶ້ນໃນວັນທີ 4 ເມສາ 2025 ຜ່ານມາ

ຂປລ. ກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ເຄື່ອນໄຫວ ປີ 2025 ຂອງກະຊວງການຕ່າງປະເທດ ຈັດຂຶ້ນໃນວັນທີ 4 ເມສາ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ມີບັນດາຄະນະພັກ-ຄະນະນໍາ, ສະມາຊິກພັກ, ພະນັກງານຫລັກແຫລ່ງ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການລາຍງານ ສະຫລຸບການຈັດຕັ້ງປະຕິບັດ ວຽກງານກວດກາ ໃນ 1 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງກະຊວງການຕ່າງປະເທດ, ພ້ອມທັງເຜີຍແຜ່ 4 ເອກະ ສານສໍາຄັນ ຄື: ລະບຽບວ່າດ້ວຍການເກັບຮັກສາເອກະສານ ກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024; ບົດບັນທຶກ ການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດຳເນີນຄະດີ ການສໍ້ລາດບັງຫລວງ, ສະບັບລົງວັນທີ 29 ມັງກອນ 2024; ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບອົງການກວດສອບແຫ່ງລັດ, ສະບັບລົງວັນທີ 14 ກຸມພາ 2024; ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບສານປະຊາ ຊົນສູງສຸດ ກ່ຽວກັບການດໍາເນີນຄະນະດີສໍ້ຫລາດບັງຫລວງ, ສະບັບເລກທີ 14 ກຸມພາ 2024.

ໃນບົດລາຍງານ ການເຄື່ອນໄຫວວຽກງານກວດກາ ໃນໄລຍະ 1 ປີ ຜ່ານມາ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ນອກຈາກນັ້ນ, ຍັງສະເໜີແຜນ ວຽກງານຈຸດສຸມແຕ່ລະດ້ານ ເພື່ອຈັດຕັ້ງປະຕິບັດ ໃນປີີ 2025. ສໍາລັບການເຄື່ອນໄຫວວຽກງານຕິດຕາມ, ກວດກາ ໃນໄລຍະຜ່ານມາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໄດ້ເປັນຢ່າງດີ; ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ເຊິ່ງໄດ້ຮັບການຮ່ວມມືເປັນຢ່າງດີ ຈາກບັນດາເປົ້າໝາຍທີ່ຖືກກວດກາ ແລະ ສາມາດຕີລາຄາໄດ້ວ່າ ສະພາບການພາຍໃນ ກະຊວງການຕ່າງປະເທດ ມີຄວາມສະຫງົບຮຽບຮ້ອຍ ແລະ ປະຕິບັດວຽກງານ ດ້ວຍຄວາມໂປ່ງໃສ, ມີຄວາມເອກະພາບ ແລະ ສາມັກຄີກັນ ເຄື່ອນໄຫວວຽກງານ ຢ່າງຮອບ ດ້ານ, ສາມາດສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.

ໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ ແລະ ຖືສຳຄັນວຽກງານຕິດຕາມ, ກວດກາ, ອຳນວຍຄວາມສະດວກໃຫ້ຜູ້ຮັບຜິດຊອບວຽກງານກວດກາ ໄດ້ເຄື່ອນໄຫວວຽກງານ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ; ແຕ່ລະພາກສ່ວນເອົາໃຈໃສ່ເຊື່ອມຊຶມ, ກໍາແຫນ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ບັນດາມະຕິ, ຄໍາສັ່ງ, ລະບຽບການຕ່າງໆຂອງພັກ, ນິຕິກໍາຂອງລັດກ່ຽວກັບ ວຽກງານກວດກາ; ເຊື່ອມຊຶມ ແລະ ຕັ້ງໜ້າຈັດຕັ້ງປະຕິບັດເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ, ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເຂົ້າສູ່ພາກປະຕິບັດຕົວຈິງຢ່າງມີປະສິດທິຜົນ; ສືບຕໍ່ຕິດຕາມ, ກວດກາ ການປະຕິບັດ ກົດລະບຽບຂອງພັກ ສະໄໝທີ XI; ເພີ່ມທະວີການຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດ ໂດຍສຸມໃສ່ຕິດຕາມ, ກວດກາການປະຕິບັດພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບລັດຖະທຳມະນູນ, ບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ, ຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນ ປະໂຫຍດສ່ວນຕົວ ຂອງພະນັກງານ-ສະມາຊິກພັກ, ເຈົ້າໜ້າທີ່ລັດແຕ່ລະຂັ້ນ, ເອົາການກວດກາລັດ ຕິດພັນກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ. ນອກຈາກນັ້ນ, ພະນັກງານກວດກາ, ເຈົ້າໜ້າທີ່ຕ້ານການສໍ້ລາດບັງຫລວງ ຕ້ອງປະຕິບັດກົດໝາຍ ເຂັ້ມງວດກວ່າພາກສ່ວນອື່ນ.
KPL