ງານແຊັດແຟຊັນໂຊ 2025 ຈັດຂຶ້ນຢ່າງຄຶກຄືນ ຢູ່ ນວ

04/04/2025 10:35
Email Print 384
KPL ສ້າງຄວາມຕື່ນຕາຕື່ນໃຈໃຫ້ຄົນທີ່ເຂົ້າງານແຊັດແຟຊັນໂຊ ປະຈຳປີ 2025 (Z Fashion Show 2025) ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ສູນການຄ້າພາກຊ້ັນ ນະຄອນຫລວງວຽງຈັນ.

     *ສ້າງຄວາມຕື່ນຕາຕື່ນໃຈໃຫຄົນທີ່ເຂົ້າງານແຊັດແຟຊັນໂຊ ປະຈຳປີ 2025 (Z Fashion Show  2025) ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ສູນການຄ້າພາກຊ້ັນ ນະຄອນຫລວງວຽງຈັນ ອາທິດຜ່ານມາ  ໂດຍມີ 6 ຍີ່ຫໍ້ແຟຊັນ ຊັ້ນນໍາເຂົ້າຮ່ວມ, ເຊິ່ງພາຍໃນງານມີນາງ ງາມ, ນາງແບບ, ສິລະປິນ, ນັກຮ້ອງ, ນັກສະແດງລາວທີ່ມີຊື່ສຽງ ມາຮ່ວມສະແດງ ແລະ ຍ່າງແບບໃນງານຄັ້ງນີ້ຢ່າງຍິ່ງໃຫຍ່. ງານໃນຄັ້ງນີ້, ໄດ້ຮວບລວມເອົາຍີ່ຫໍ້ດັງໃນວົງການແຟຊັ້ນລະດັບສາກົນ ເຖິງ 6 ຍີ່ຫໍ້ຊັ້ນນໍາໂດຍ ໄດ້ນຳເອົາເສື້ອຜ້າ ຫລື ຊຸດຕ່າງໆທີ່ມີຄວາມສະຫງ່າງາມ, ທັນສະໄໝຫລາຍແບບ, ຫລາຍສະຕາຍມາສະແດງພາຍໃນງານເຊິ່ງເປັນການບອກເລົ່າເຖິງວັດທະນະທຳການນຸ່ງຖືແບບປະຍຸກ, ແບບໃໝ່ໆແຫ່ງການປ່ຽນແປງໃໝ່ກໍຄືຍຸກ ປັດຈຸບັນ.

     ທ່ານ ບິວ ຄໍາມົງຄຸນ ປະທານຈັດງານແຊັດແຟຊັນໂຊ ປະຈຳປີ 2025 ໃຫ້ຮູ້ວ່າ: ສໍາລັບງານໃນຄັ້ງມີຮ້ານເສື້ອ 6 ຍີ່ຫໍ້ທີ່ມີຊື່ສຽງທີ່ກໍາລັງໄດ້ຮັບຄວາມນິຍົມນໍາເອົາເຄື່ອງນຸ່ງມາສະແດງເປັນຕົ້ນແມ່ນ: Omme 20 ຊຸດ, JATAVA 20 ຊຸດ, PAMAI 20 ຊຸດ, THAVETH 10 ຊຸດ,  ANNITA Studios 20 ຊຸດ ແລະ DADA Fashion Hmong 20 ຊຸດ. ພ້ອມທັງຜູ້ທີ່ໃຫ້ການສະໜັບສະໜູນ ຄື: ແບຣນ PHRAYA, Blend 285, ຄລີນິກຄວາມງາມ newseoul, Laochaloensin LedLigth Sound, MNV. ພິເສດ ໃນງານຄັ້ງນີ້, ມີມີສຢູນິເວີຣ ລາວ ປະຈຳປີ 2022 (Miss Universe Laos 2022) ກໍຄື ນາງ ປ່າເຢັ້ງຊາ ລໍ່ ມາຮ່ວມຍ່າງແບບ ແລະ ມີການສະແດງຕ່າງໆຈາກນັກຮອງ, ນັກສະແດງທີ່ມີຊື່ສຽງໃນ ສປປ ລາວ ຢ່າງຄຶກຄຶ້ນ. ງານ Z Fashion Show 2025 ເປັນການເປີດໂອກາດໃຫ້ເຈົ້າຂອງຍີ່ຫໍ້ແຟຊັນ ເຄື່ອງນຸ່ງຫົ່ມ ແລະ ນັກອອກແບບໃນລາວ ໄດ້ສະແດງຜົນງານການອອກແບບ ເຄື່ອງນຸ່ຫົ່ມທີ່ທັນຕາມຍຸກຕາມສະໄໝ ໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະທດໄດ້ຮັບຮູ້ ແຟຊັນລາວກໍ່ບໍ່ແພ້ຊາດໃດໃນໂລກ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດຂອງກົົດໝາຍວ່າດ້ວຍຢາເສບຕິດບົດ-ສາລະຄະດີ

      ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດຂອງກົົດໝາຍວ່າດ້ວຍຢາເສບຕິດ

      4/7/2025 10:13:50 AM

      ກົດໝາຍວ່າດ້ວຍຢາເສບຕິດ ແມ່ນກົດໝາຍໜຶ່ງທີ່ກຳນົດຫລັກຖານ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ທົ່ວສັງຄົມລາວມີຄວາມປອດຈາກຢາເສບຕິດເກືອດຫ້າມ, ປະຊາຊົນລາວບັນດາເຜົ່າມີສຸຂະພາບເຂ້ັມແຂງ ສາມາດປະກອບສ່ວນເປັນກຳລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

    • ປະຊາຊົນບ້ານນໍ້າໂມ້ ພັດທະນາດີຂຶ້ນບົດ-ສາລະຄະດີ

      ປະຊາຊົນບ້ານນໍ້າໂມ້ ພັດທະນາດີຂຶ້ນ

      4/7/2025 10:06:28 AM

      ປັດຈຸບັນ ປະຊາຊົນບ້ານນ້ຳໂມ້ ເມືອງອານຸວົງ ແຂວງໄຊສົມບູນ ແມ່ນໄດ້ຮັບການຍົກລະດັບຊີວິດການເປັນຢູ່ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວເມື່ອທຽບຫລາຍສິບປີຜ່ານມາ.

    • ກໍາລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ ມີຜົນສຳເລັດຫລາຍດ້າຍບົດ-ສາລະຄະດີ

      ກໍາລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ ມີຜົນສຳເລັດຫລາຍດ້າຍ

      4/7/2025 9:57:13 AM

      ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາຊະນະສັດຕູ ຢູ່ທຸກໆສະໜາມຮົບໃນທົ່ວປະເທດເຊັ່ນ: ປີ 1961-1962 ກໍາລັງປ້ອງກັນຄວາມສະຫງົບຮ່ວມກັບກອງທັບ ບຸກໂຈມຕີສັດຕູຢູ່ສາລາພູຄູນ, ທາງເລກ 8, 9, 12 ແລະ ປົດປ່ອຍຫລວງນໍ້າທາ ບັງຄັບໃຫ້ພວກມັນຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ ແລະ ປະຕິບັດການຮ່ວມລາວຄັ້ງທີ II ສ້າງຕັ້ງລັດຖະບານປະສົມ 3 ຝ່າຍ.

    • ເສດຖະຫິດເມືອງສາລະວັນສືບຕໍ່ຂະຫຍາຍຕົວ 6,87% ຕໍ່ປີບົດ-ສາລະຄະດີ

      ເສດຖະຫິດເມືອງສາລະວັນສືບຕໍ່ຂະຫຍາຍຕົວ 6,87% ຕໍ່ປີ

      4/7/2025 9:46:30 AM

      ຕາມການລາຍງານຂອງສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງສາລະວັນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖິດ-ສັງຄົມຂອງເມືອງ 5 ປີ (2020-2024) ໃນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກເມືອງທ້າຍເດືອນມີນາຜ່ານ.

    • ເປັນເຈົ້າການປະຢັດນໍ້າບົດ-ສາລະຄະດີ

      ເປັນເຈົ້າການປະຢັດນໍ້າ

      4/4/2025 9:50:53 AM

      ປັດຈຸບັນນີ້, ເຫັນວ່າສະພາບອາກາດແມ່ນໄດ້ເລີ່ມຮ້ອນອົບເອົ້າ ເຮັດໃຫ້ການຊົມໃຊ້ນໍ້າເຂົ້າໃນການດຳລົງຊີວິດປະຈຳວັນເພີ່ມຂຶ້ນ ໂດຍສະເພາະແມ່ນແຕ່ງຢູ່ຄົວກິນ, ການອາບ, ຫົດຕົ້ນໄມ້, ດອກໄມ້ຕາມແຄມຮົ້ວເຮືອນ ແລະ ອື່ນໆ ເຊິ່ງທັງໝົດເຫລົ່ານີ້ສ່ວນຫລາຍແມ່ນຊົມໃຊ້ນ້ຳປະປາເປັນຕົ້ນຕໍ.


Top