ກໍາລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ ມີຜົນສຳເລັດຫລາຍດ້າຍ

07/04/2025 09:57
Email Print 102
KPL ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາຊະນະສັດຕູ ຢູ່ທຸກໆສະໜາມຮົບໃນທົ່ວປະເທດເຊັ່ນ: ປີ 1961-1962 ກໍາລັງປ້ອງກັນຄວາມສະຫງົບຮ່ວມກັບກອງທັບ ບຸກໂຈມຕີສັດຕູຢູ່ສາລາພູຄູນ, ທາງເລກ 8, 9, 12 ແລະ ປົດປ່ອຍຫລວງນໍ້າທາ ບັງຄັບໃຫ້ພວກມັນຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ ແລະ ປະຕິບັດການຮ່ວມລາວຄັ້ງທີ II ສ້າງຕັ້ງລັດຖະບານປະສົມ 3 ຝ່າຍ.

     *ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາຊະນະສັດຕູຢູ່ທຸກໆສະໜາມຮົບໃນທົ່ວປະເທດເຊັ່ນ: ປີ 1961-1962 ກໍາລັງປ້ອງກັນຄວາມສະຫງົບຮ່ວມກັບກອງທັບ ບຸກໂຈມຕີສັດຕູຢູ່ສາລາພູຄູນ, ທາງເລກ 8, 9, 12 ແລະ ປົດປ່ອຍຫລວງນໍ້າທາ ບັງຄັບໃຫ້ພວກມັນຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ ແລະ ປະຕິບັດການຮ່ວມລາວຄັ້ງທີ II ສ້າງຕັ້ງລັດຖະບານປະສົມ 3 ຝ່າຍ. ປີ 1968- 1973 ກໍາລັງປ້ອງກັນຄວາມສະຫງົບຮ່ວມກັບກອງທັບ ບຸກໂຈມຕີສັດຕູຢູ່ບັ້ນຮົບນ້ໍາບາກ, ບັ້ນຮົບກູ້ກຽດ, ບັ້ນຮົບລາມເຊີນ 719 ແລະ ບັ້ນຮົບອື່ນໆ ເຮັດໃຫ້ຍຸດທະສາດສົງຄາມພິເສດ ແລະ ສົງຄາມພິເສດ ເພີ່ມທະວີຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ປະລາໄຊຢ່າງຮາບຄາບ, ບັງຄັບໃຫ້ພວກມັນຕ້ອງຍອມເຊັນສັນຍາວຽງຈັນ ວັນທີ 21 ກຸມພາ 1973 ກ່ຽວກັບລາວ, ຍອມຈັດຕັ້ງລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ, ຮັບຮູ້ 2 ຕົວເມືອງເປັນກາງ (ນະຄອນຫລວງວຽງຈັນ ແລະ ຫລວງພະບາງ), ສ້າງຄວາມປອງດອງຊາດຄັ້ງທີ III. ໄລຍະແຕ່ ປີ 1973-1975, ແມ່ນໄລຍະແຫ່ງການຕໍ່ສູ້ກະກຽມ ແລະ ດໍາເນີນການຍາດເອົາໄຊຊະນະຢ່າງສົມບູນ, ສ້າງຕັ້ງລະບອບໃໝ່ ສປປ ລາວ. ກໍາລັງປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ກໍ່ສ້າງກໍາລັງມີຈໍານວນພົນ 1.000 ສະຫາຍ, ໂດຍເລືອກເອົາທະຫານມາຝຶກອົບຮົມໄລຍະສັ້ນວຽກງານວິຊາສະເພາະຕໍາຫລວດແລ້ວສົ່ງເຂົ້າປະສົມກັບຕໍາຫລວດຂອງຝ່າຍວຽງຈັນ ຢູ່ 2 ນະຄອນເປັນກາງ (ວຽງຈັນ ແລະ ຫລວງພະບາງ). ພາຍໃຕ້ການນໍາພາຂອງພັກກໍາລັງປ້ອງກັນຄວາມສະຫງົບ ໄດ້ພ້ອມກັບກໍາລັງປະຕິວັດທີ່ຮັກຊາດໃນທົ່ວປະເທດ ລຸກຮືຂຶ້ນໂຄ່ນລົ້ມລະບອບສັກດີນາທີ່ຄົງຕົວຢູ່ປະເທດເຮົາມາໄດ້ຫລາຍຮ້ອຍປີ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

    ໄລຍະດໍາເນີນແນວທາງປ່ຽນແປງໃໝ່, ນັບແຕ່ປີ 1986 ເປັນ ຕົ້ນມາໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກໄດ້ວາງທິດທາງໜ້າທີ່ຄື: ປັບປຸງວຽກງານປ້ອງກັນຄວາມສະຫງົບຮອບດ້ານຢູ່ພື້ນຖານ; ຈັດຕັ້ງແນວຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນຢ່າງແໜ້ນໜາ; ຕັ້ງໜ້າປັບປຸງ, ຍົກສູງຄຸນນະພາບຂອງບັນດາກຳລັງທະຫານ ແລະ ກຳລັງປ້ອງກັນຄວາມສະຫງົບ, ເດັດດ່ຽວທັບມ້າງທຸກການເຄື່ອນໄຫວມ້າງເພທຳລາຍຂອງສັດຕູ ແລະ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ. ປະທານ ໄກສອນ ພົມວິຫານ ໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກ 3 ໜ້າທີ່ຄື: ໜຶ່ງ: ຕໍາຫລວດຕ້ອງຮູ້ເຮັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ. ສອງ: ຕໍາຫລວດຕ້ອງ ຢູ່ເຮັດວຽກງານສືບຂ່າວກໍາສະພາບການ. ສາມ: ຕໍາຫລວດຕ້ອງຮູ້ກົດ ໝາຍພາຍໃນ ແລະ ຕ່າງປະເທດ. ປະຕິບັດຕາມມະຕິ IV ຂອງພັກ ແລະ ຄໍາເຫັນໂອ້ລົມ ຂອງປະທານ ໄກສອນ ພົມວິຫານ ກໍາລັງປ້ອງກັນຄວາມສະຫງົບໄດ້ສົມທົບແໜ້ນກັບກອງທັບປະຊາຊົນລາວ ຕີເອົາຊະນະການບຽດຢຶດຂອງພວກປະຕິການຂວາຈັດໄທ ຢູ່ສະໜາມຮົບບໍ່ ແຕນ ແຂວງໄຊຍະບູລີ; ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ, ອັນພົ້ນເດັ່ນແມ່ນການແກ້ໄຂແນວຄິດລະແວງສົງໄສ ແລະ ທັດສະນະຜິດເຂວກ່ຽວກັບສັງຄົມນິຍົມ, ແນວຄິດ ຫລາຍພັກຫລາຍເຄົ້າ, ປະຊາທິປະໄຕ ເສລີ ແລະ ບັນຫາອື່ນໆ.

    ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ; ທັງເຄື່ອນໄຫວປ້ອງກັນ, ເຝິກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່, ທັງລົງຂົນຂວາຍກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫລືອຈາກປະຊາຊົນ ຈຶ່ງເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ; ບັນດາກຳລັງວິຊາສະເພາະ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງເພື່ອຮັບປະກັນໃນການປົກປັກຮັກ ສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ, ຕ້ານ-ສະກັດກັ້ນ ອາຊະຍາກຳທຸກປະເພດ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ຢ່າງແຂງແຮງ; ອັນພົ້ນເດັ່ນ ແມ່ນໄດ້ເປີດບັ້ນດຳເນີນຊີວິດການເມືອງ, ຕີລາຄາຈັດແບ່ງປະເພດພະນັກງານ, ຈັດຕັ້ງເຜີຍແຜ່, ເຊື່ອມຊືມມະຕິ, ຂໍ້ກຳນົດກົດລະບຽບຕ່າງໆ, ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2023- 2025 ຕາມຫລັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບຄຽງຄູ່ກັບການແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (call center), ສະກັດກັ້ນແກ້ໄຂບັນຫາການຄ້າມະນຸດ. ເຮັດໜ້າທີ່ປ້ອງກັນກອງ ປະຊຸມຂັ້ນຕ່າງໆມີຄວາມສະຫງົບປອດໄພ 100%, ໄດ້ສໍາເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ບັນດາກົມກອງອ້ອມຂ້າງກະຊວງ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ປະກອບສ່ວນໃນການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດ ຄົບຮອບ 70 ປີ ແລະ ກຽມຄວາມພ້ອມໃຫ້ການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ພ້ອມນັ້ນ, ຍັງໄດ້ພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນແບບສອງຝ່າຍ ແລະ ຫລາຍຝ່າຍ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ມີບົດບາດທີ່ພົ້ນເດັ່ນຄຽງຄູ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນ.

KPL

ຂ່າວອື່ນໆ


Top