ເສດຖະຫິດເມືອງສາລະວັນສືບຕໍ່ຂະຫຍາຍຕົວ 6,87% ຕໍ່ປີ

07/04/2025 09:46
KPL ຕາມການລາຍງານຂອງສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງສາລະວັນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖິດ-ສັງຄົມຂອງເມືອງ 5 ປີ (2020-2024) ໃນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກເມືອງທ້າຍເດືອນມີນາຜ່ານ.

     *ຕາມການລາຍງານຂອງສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງສາລະວັນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖິດ-ສັງຄົມຂອງເມືອງ 5 ປີ (2020-2024) ໃນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກເມືອງທ້າຍເດືອນມີນາຜ່ານມາວ່າ: ການເຕີບໂຕເສດຖະກິດຂອງເມືອງ ສາລະວັນ ສະເລ່ຍ 6,87% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) 5 ປີ ບັນລຸ 8.204 ຕື້ກີບ ເທົ່າກັບ 98,91% ຂອງແຜນ 5 ປີ (ແຜນ 8.295 ຕື້ກີບ), ທຽບໃສ່ 5 ປີ ຄັ້ງທີ VIII ເພີ່ມຂຶ້ນ 44%, ລາຍ ຮັບສະເລ່ຍຕໍ່ຫົວຄົນ 16 ລ້ານກວ່າ ກີບຕໍ່ຄົນຕໍ່ປີ, ໃນນັ້ນ ດ້ານກະສິກຳ ແລະ ປ່າໄມ້ບັນລຸ 1.098 ຕື້ກີບ ກວມເອົາ 54,69%, ອຸດສາຫະກຳບັນລຸ 513 ຕື້ກີບ ກວມເອົາ 25,53% ແລະ ການບໍລິການບັນລຸ 397 ຕື້ກີບ ກວມເອົາ 19,75%. ສຳລັບການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 49,32 ຕື້ກີບ, ລາຍຈ່າຍ 107,55 ຕື້ກີບ, ການລົງທຶນທົ່ວສັງຄົມປະຕິບັດໄດ້ 1.935 ຕ້ື ກີບ, ຜົນຜະລິດເຂົ້າລວມ 5 ປີ 661.674 ໂຕນ, ເຂົ້າເປັນສິນຄ້າ 375,711 ໂຕນ; ພືດອຸດສາຫະກຳ- ພືດທາດແປ້ງເປັນສິນຄ້າປະຕິບັດ ໄດ້ 913.130 ໂຕນ; ສັດເປັນສິນ ຄ້າ 337.516 ໂຕ, ລວມຍອດຜະລິດຕະພັນອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸ 1.770 ຕື້ ກີບ, ລວມຍອດມູນຄ່າຈໍລະຈອນສິນຄ້າ 4.705 ຕື້ກີບ. 

     ສຳລັບການຜະລິດ ເພື່ອທົດແທນການນຳເຂ້ົາຕາມວາລະແຫ່ງຊາດຕິດພັນກັບການສ້າງຕົວແບບອັນພົ້ນເດັ່ນແມ່ນການຜະລິດເຂົ້າ ເປັນສິນຄ້າຂອງກຸ່ມສະຫະກອນຮ່ວມໃຈໜອງໃສ-ນາໂພເລີນ ໃນໄລຍະ 5 ປີ ສາມາດຜະລິດໄດ້ 400 ກວ່າໂຕນ ເຊິ່ງໄດ້ຮັບຮອງມາດຕະຖານກະສິກຳສະອາດຈາກກະຊວງກະສິກຳ ແລະ ປ່າໄມ້. 

     ນອກຈາກທີ່ກ່າວມານັ້ນແລ້ວ, ທົ່ວເມືອງແມ່ນຍັງມີຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ປະຊາທິປະໄຕ ແລະ ຍຸຕິທຳ ເຊິ່ງໄດ້ປະກາດ-ຮັບຮອງເປັນເມືອງສາມັກຄີປອງດອງ ທັງເປັນເມືອງທຳອິດຂອງແຂວງ, ໂຄງລ່າງດ້ານການສຶກສາ ໄດ້ຮັບການພັດທະນາ ແລະ ຂະຫຍາຍທົ່ວເຖິງທຸກບ້ານ, ທົ່ວເມືອງມີໂຮງຮຽນທັງໝົດ 189 ແຫ່ງ ອັນພົ້ນເດັ່ນການສອບເສັງ ນັກຮຽນເກັ່ງທົ່ວປະເທດ ນ້ອງນັກຮຽນສາມາດຍາດໄດ້ອັນດັບທີ 3 ລະດັບຊາດໃນວິຊາຟີຊິກສາດ, ໃນງານແຂ່ງຂັນກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ 7 ທີ່ແຂວງ ສາລະວັນ ເປັນເຈົ້າພາບຍາດໄດ້ 3 ຫລຽນຄຳ, 10 ຫລຽນເງິນ ແລະ 3 ຫລຽນທອງແດງ; ຊັບພະຍາກອນມະນຸດໄດ້ຮັບການພັດທະນາ-ສີມືແຮງງານ ໄດ້ຮັບການຍົກລະດັບມີ ຄຸນນະພາບດີຂຶ້ນ, ໄດ້ປະກາດຮັບຮອງເປັນເມືອງປ້ອງກັນຊາດເຂັ້ມແຂງ, ເມືອງປ້ອງກັນຄວາມສະຫງົບດີ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງດຳເນີນໄປຕາມຈຸດສຸມສາມາດປະກາດບ້ານແສນວັງໃຫຍ່, ບ້ານບຶງໄຊເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ແລະ ໄດ້ຮັບຮອງເປັນເມືອງພົ້ນທຸກ. ບ້ານຊົມໃຊ້ໄຟຟ້າສາຍສົ່ງກວມ 100% ຂອງບ້ານທົ່ວເມືອງ, ບ້ານວັດທະນະທຳ ກວມເອົາ 72%, ຜົນກະທົບຈາກໄຟທຳມະຊາດ ໄດ້ຮັບການແກ້ໄຂບັນເທົາທຸກທັນກັບສະພາບການ, ປັບປຸງ ແລະ ຮັບຮອງກົດລະບຽບບ້ານ ປະຕິບັດໄດ້ 44 ບ້ານ, ບ້ານແບບຢ່າງປະຕິບັດກົດໝາຍກວມເອົາ 100% ຂອງບ້ານທົ່ວເມືອງ, ບ້ານພັດທະນາເພ່ີມຂຶ້ນກວມເອົາ 52.41%.  

ແຫລ່ງຂ່າວ: ສາລະວັນ

KPL

ຂ່າວອື່ນໆ

    • ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດຂອງກົົດໝາຍວ່າດ້ວຍຢາເສບຕິດບົດ-ສາລະຄະດີ

      ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດຂອງກົົດໝາຍວ່າດ້ວຍຢາເສບຕິດ

      4/7/2025 10:13:50 AM

      ກົດໝາຍວ່າດ້ວຍຢາເສບຕິດ ແມ່ນກົດໝາຍໜຶ່ງທີ່ກຳນົດຫລັກຖານ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ທົ່ວສັງຄົມລາວມີຄວາມປອດຈາກຢາເສບຕິດເກືອດຫ້າມ, ປະຊາຊົນລາວບັນດາເຜົ່າມີສຸຂະພາບເຂ້ັມແຂງ ສາມາດປະກອບສ່ວນເປັນກຳລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

    • ປະຊາຊົນບ້ານນໍ້າໂມ້ ພັດທະນາດີຂຶ້ນບົດ-ສາລະຄະດີ

      ປະຊາຊົນບ້ານນໍ້າໂມ້ ພັດທະນາດີຂຶ້ນ

      4/7/2025 10:06:28 AM

      ປັດຈຸບັນ ປະຊາຊົນບ້ານນ້ຳໂມ້ ເມືອງອານຸວົງ ແຂວງໄຊສົມບູນ ແມ່ນໄດ້ຮັບການຍົກລະດັບຊີວິດການເປັນຢູ່ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວເມື່ອທຽບຫລາຍສິບປີຜ່ານມາ.

    • ກໍາລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ ມີຜົນສຳເລັດຫລາຍດ້າຍບົດ-ສາລະຄະດີ

      ກໍາລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ ມີຜົນສຳເລັດຫລາຍດ້າຍ

      4/7/2025 9:57:13 AM

      ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາຊະນະສັດຕູ ຢູ່ທຸກໆສະໜາມຮົບໃນທົ່ວປະເທດເຊັ່ນ: ປີ 1961-1962 ກໍາລັງປ້ອງກັນຄວາມສະຫງົບຮ່ວມກັບກອງທັບ ບຸກໂຈມຕີສັດຕູຢູ່ສາລາພູຄູນ, ທາງເລກ 8, 9, 12 ແລະ ປົດປ່ອຍຫລວງນໍ້າທາ ບັງຄັບໃຫ້ພວກມັນຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ ແລະ ປະຕິບັດການຮ່ວມລາວຄັ້ງທີ II ສ້າງຕັ້ງລັດຖະບານປະສົມ 3 ຝ່າຍ.

    • ງານແຊັດແຟຊັນໂຊ 2025 ຈັດຂຶ້ນຢ່າງຄຶກຄືນ ຢູ່ ນວບົດ-ສາລະຄະດີ

      ງານແຊັດແຟຊັນໂຊ 2025 ຈັດຂຶ້ນຢ່າງຄຶກຄືນ ຢູ່ ນວ

      4/4/2025 10:35:47 AM

      ສ້າງຄວາມຕື່ນຕາຕື່ນໃຈໃຫ້ຄົນທີ່ເຂົ້າງານແຊັດແຟຊັນໂຊ ປະຈຳປີ 2025 (Z Fashion Show 2025) ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ສູນການຄ້າພາກຊ້ັນ ນະຄອນຫລວງວຽງຈັນ.

    • ເປັນເຈົ້າການປະຢັດນໍ້າບົດ-ສາລະຄະດີ

      ເປັນເຈົ້າການປະຢັດນໍ້າ

      4/4/2025 9:50:53 AM

      ປັດຈຸບັນນີ້, ເຫັນວ່າສະພາບອາກາດແມ່ນໄດ້ເລີ່ມຮ້ອນອົບເອົ້າ ເຮັດໃຫ້ການຊົມໃຊ້ນໍ້າເຂົ້າໃນການດຳລົງຊີວິດປະຈຳວັນເພີ່ມຂຶ້ນ ໂດຍສະເພາະແມ່ນແຕ່ງຢູ່ຄົວກິນ, ການອາບ, ຫົດຕົ້ນໄມ້, ດອກໄມ້ຕາມແຄມຮົ້ວເຮືອນ ແລະ ອື່ນໆ ເຊິ່ງທັງໝົດເຫລົ່ານີ້ສ່ວນຫລາຍແມ່ນຊົມໃຊ້ນ້ຳປະປາເປັນຕົ້ນຕໍ.


Top