ຍອດຜູ້ເສຍຊີວິດ ຈາກອຸບັດເຫດໂຄງການທາງລົດໄຟ ທີພວມກໍ່ສ້າງ ເພີ່ມຂຶ້ນເປັນ 32 ຄົນ

20/01/2026 11:56
ຂປລ ຫ້ອງການ ສາທາລະນະສຸກ ແຂວງນະຄອນຣາຊະສີມາ ປະເທດໄທ ໄດ້ປະກາດຂໍ້ມູນ ໂດຍສະແດງໃຫ້ເຫັນວ່າ, ຍອດຈຳນວນ ຜູ້ເສຍຊີວິດ ຈາກ ອຸບັດເຫດ ກ່ຽວກັບ ໂຄງການ ທາງລົດໄຟ ທີ່ພວມກໍ່ສ້າງ ຢູ່ແຂວງນະຄອນ ຣາຊະສີມາ ໄດ້ເພີ່ມຂຶ້ນ ເປັນ 32 ຄົນ ແລະ ບາດເຈັບ 67 ຄົນ.

ຂປລ. ອີງຕາມຂ່າວ ໂທລະພາບ ສູນກາງຈີນ (CMG), ເມື່ອວັນທີ 14 ມັງກອນນີ້, ຫ້ອງການ ສາທາລະນະສຸກ ແຂວງນະຄອນຣາຊະສີມາ ປະເທດໄທ ໄດ້ປະກາດຂໍ້ມູນ ໂດຍສະແດງໃຫ້ເຫັນວ່າ, ຍອດຈຳນວນ ຜູ້ເສຍຊີວິດ ຈາກ ອຸບັດເຫດ ກ່ຽວກັບ ໂຄງການ ທາງລົດໄຟ ທີ່ພວມກໍ່ສ້າງ ຢູ່ແຂວງນະຄອນ ຣາຊະສີມາ ໄດ້ເພີ່ມຂຶ້ນ ເປັນ 32 ຄົນ ແລະ ບາດເຈັບ 67 ຄົນ.

ອຸບັດເຫດ ເກີດຈາກ ເຄນກໍ່ສ້າງ ຂອງ ໂຄງການ ທາງລົດໄຟ ຄວາມໄວສູງ ຢູ່ແຂວງນະຄອນຣາດຊະສີມາ ທີ່ພວມກໍ່ສ້າງ ໄດ້ຕົກລົງມາທັບ ລົດໄຟ ຂະບວນໜຶ່ງ ທີ່ ພວມແລ່ນມາ ເຮັດໃຫ້ເກີດໄຟໄໝ້ ຕູ້ລົດໄຟ ແລະ ລົດໄຟຕົກລາງ.ມື້ດຽວກັນ,ບໍລິສັດສາທາລະນະ ການພັດທະນາອິຕາລີ-ໄທ ຈຳກັດ ເຊິ່ງເປັນ ຜູ້ຮັບເໝົາໂຄງການ, ໃນຂະນະ ທີ່ເກີດອຸບັດເຫດ ໄດ້ອອກຖະແຫລງການ ສະແດງຄວາມໄວ້ອາໄລ ຕໍ່ ຜູ້ເສຍຊີວິດ ແລະ ບາດເຈັບ ອຸບັດເຫດໃນຄັ້ງນີ້ ແລະ ສະແດງຄວາມເຕັມໃຈ ທີ່ ຈະຮັບຜິດຊອບ, ຈ່າຍຄ່າຊົດເຊີຍ ແລະ ຊ່ວຍເຫລືອ ໃຫ້ແກ່ຄອບຄົວ ຜູ້ປະສົບເຄາະຮ້າຍ ຢ່າງເຕັມທີ່. ປັດຈຸບັນ ຍັງບໍ່ທັນໄດ້ຮັບລາຍງານ ກ່ຽວກັບ ສາເຫດ ຂອງ ອຸບັດເຫດ ທີ່ແທ້ຈິງໃນຄັ້ງນີ້ ແລະ ການສອບສວນຍັງດຳເນີນຢູ່./

 

KPL

ຂ່າວອື່ນໆ

ads
ads

Top