ສະຫະປະຊາຊາດ ຮຽກຮ້ອງຊ່ວຍປະຊາຊົນ ຊູດັງໃຕ້ ຈຳນວນເງິນ 1,5 ຕື້ໂດລາສະຫະລັດ

20/01/2026 11:48
ຂປລ ສະຫະປະຊາຊາດ ພ້ອມກັບ ບັນດາ ຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມ ການໜູນຊ່ວຍ ດ້ານມະນຸດສະທຳ ທີ່ມີ ມູນຄ່າ 1,5 ຕື້ໂດລາສະຫະລັດ ຢ່າງເປັນທາງການ ເພື່ອຊ່ວຍປະຊາຊົນ 4,3 ລ້ານຄົນ ຢູ່ ປະເທດ ອາຟຣິກາ ໃນປີ 2026.

       ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 13 ມັງກອນ, ສະຫະປະຊາຊາດ ພ້ອມກັບ ບັນດາ ຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມ ການໜູນຊ່ວຍ ດ້ານມະນຸດສະທຳ ທີ່ມີ ມູນຄ່າ 1,5 ຕື້ໂດລາສະຫະລັດ ຢ່າງເປັນທາງການ ເພື່ອຊ່ວຍປະຊາຊົນ 4,3 ລ້ານຄົນ ຢູ່ ປະເທດ ອາຟຣິກາ ໃນປີ 2026.

        ຕາມແຈ້ງການ ຈາກຫ້ອງການ ປະສານງານ ບັນດາ ບັນຫາ ມະນຸດສະທຳ ຂອງ ສະຫະປະຊາຊາດ ປະຈຳ ຊູດັງໃຕ້ (OCHA) ແລ້ວ, ປະເທດນີ້ ພວມຜະເຊີນໜ້າກັບ ໜຶ່ງໃນບັນດາ ວິກິດການ ສັບສົນ ທີ່ສຸດ ໃນໂລກ. ສະນັ້ນ, ບຸລິມະສິດແຖວໜ້າ ຂອງ ແຜນການນີ້ ແມ່ນລະດົມ ບ້ວງເງິນ 1 ຕື້ໂດລາ ສະຫະລັດ ໂດຍໄວ ເພື່ອເລັ່ງຊ່ວຍ ປະຊາຊົນ 4 ລ້ານຄົນ ທີ່ພວມຕົກ ຢູ່ໃນ ສະພາບ ຄວາມສ່ຽງສູງ ທີ່ສຸດ ຢູ່ ຊູດັງໃຕ້.

        ນອກນັ້ນ ສະຫະປະຊາຊາດ ພວມກະຕຸກ ຊຸກຍູ້ ບັນດາ ຝ່າຍປະທະກັນ ຢຸດຕິ ການໃຊ້ ຄວາມຮຸນແຮງ, ເຄົາລົບກົດໝາຍ ວ່າດ້ວຍ ມະນຸດສະທຳ ສາກົນ ແລະ ຮຽກຮ້ອງ ໃຫ້ບັນດາ ຜູ້ອຸປະຖຳ ສາກົນ ເລັ່ງຊ່ວຍເຫລືອວິກິດການດັ່ງກ່າວ ເພື່ອໃຫ້ທ່ວງທັນຕໍ່ສະພາບການດັ່ງກ່າວ./.

KPL

ຂ່າວອື່ນໆ

ads
ads

Top