ຂປລ
ເຄື່ອງຜະລິດໄຟຟ້າ ດ້ວຍພະລັງລົມ ຫລື ກັງຫັນລົມ ເທິງທະເລ ຂະໜາດ 20 ເມກາວັດ ເປັນໜ່ວຍທຳອິດ ຂອງໂລກ ໄດ້ຮັບການຕິດຕັ້ງ ສຳເລັດ ໃນເຂດທະເລ ຢູ່ແຂວງຟູຈ້ຽນ ປະເທດຈີນ
ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ວັນທີ 13 ມັງກອນ, ເຄື່ອງຜະລິດໄຟຟ້າ ດ້ວຍພະລັງລົມ ຫລື ກັງຫັນລົມ ເທິງທະເລ ຂະໜາດ 20 ເມກາວັດ ເປັນໜ່ວຍທຳອິດ ຂອງໂລກ ໄດ້ຮັບການຕິດຕັ້ງ ສຳເລັດ ໃນເຂດທະເລ ຢູ່ແຂວງຟູຈ້ຽນ ປະເທດຈີນ ເຊິ່ງເປັນ ຂີດໝາຍ ທີ່ ສະແດງໃຫ້ເຫັນວ່າ ຂົງເຂດ ການຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ກໍ່ສ້າງເຄື່ອງຜະລິດ ໄຟຟ້າ ຂະໜາດໃຫຍ່ທີ່ສຸດ ແລະ ການດຳເນີນງານ ໃນທະເລ ຂອງຈີນ ໄດ້ບັນລຸການບຸກທະລຸທີ່ສຳຄັນ.
ຫລັງຈາກ ໜ່ວຍຜະລິດ ໄຟຟ້າ ໄດ້ເຊື່ອມຕໍ່ກັບ ລະບົບສາຍສົ່ງ ໄຟຟ້າແລ້ວ, ຄາດວ່າ ກຳລັງ ການຜະລິດໄຟຟ້າ ແຕ່ລະໜ່ວຍ ຈະຫລາຍກວ່າ 80 ລ້ານກິໂລວັດໂມງຕໍ່ປີ, ເຊິ່ງສາມາດ ຕອບສະໜອງ ຄວາມຕ້ອງການ ໄຟຟ້າຕໍ່ປີ ຂອງປະຊາຊົນ ປະມານ 44.000 ຄົວເຮືອນ, ເທົ່າກັບ ໄດ້ປະຢັດຖ່ານຫີນ ມາດຕະຖານ ປະມານ 24.000 ໂຕນ ແລະ ຫລຸດຜ່ອນ ການປ່ອຍ ອາຍກາກບອນ ດີອົກຊິດ ປະມານ 64.000 ໂຕນ./
KPL