ຂປລ
ການໃຊ້ໄຟຟ້າ ໃນ ສ.ອາເມລິກາ ໄດ້ສ້າງຕົວເລກ ສະຖິຕິ ສູງສຸດ ເປັນປີທີ 2 ຕິດຕໍ່ກັນ ໃນປີ 2026 ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນປີ 2026 ແລະ ປີ 2027.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສຳນັກງານສື່ສານ ດ້ານພະລັງງານ ຂອງ ສ.ອາເມລິກາ ຫລື EIA ລະບຸວ່າ: ການໃຊ້ໄຟຟ້າ ໃນ ສ.ອາເມລິກາ ໄດ້ສ້າງຕົວເລກ ສະຖິຕິ ສູງສຸດ ເປັນປີທີ 2 ຕິດຕໍ່ກັນ ໃນປີ 2026 ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນປີ 2026 ແລະ ປີ 2027.
EIA ຄາດວ່າ ຄວາມຕ້ອງການໃຊ້ໄຟຟ້າ ຈະເພີ່ມຂຶ້ນ ຈາກ ລະດັບສູງສຸດ ເປັນປະຫວັດສາດ ລວມມີ 4,198 ພັນຕື້ກິໂລວັດ ຕໍ່ຊົ່ວໂມງໃນປີ 2025 ເພີ່ມຂຶ້ນເປັນ 4,256 ພັນຕື້ກິໂລວັດ ຕໍ່ຊົ່ວໂມງ ໃນປີ 2026 ແລະ 4,364 ພັນຕື້ກິໂລວັດຕໍ່ຊົ່ວໂມງ ໃນປີ 2027.
ໂດຍປັດໄຈ ສຳຄັນ ທີ່ຊຸກຍູ້ ຄວາມຕ້ອງການ ໃຊ້ໄຟຟ້າ ມາຈາກ ການຂະຫຍາຍຕົວ ຂອງ ສູນຂໍ້ມູນ ທີ່ ຮອງຮັບປັນຍາ ປະດິດ (AI) ແລະ ຄຣິບໂທເດີຣ ເຣນຊີ ລວມເຖິງ ຂະແໜງການ ຄົວເຮືອນ ແລະ ພາກທຸລະກິດ ໄດ້ຫັນມານຳໃຊ້ໄຟຟ້າ ຫລາຍຂຶ້ນ ພ້ອມທັງ ການຫລຸດການເພີ່ງພາ ເຊື້ອໄຟຟໍສຊີລ ໃຫ້ຄວາມຮ້ອນ ແລະ ການຂົນສົ່ງ. ສຳລັບປີ 2026 EIA ປະເມີນວ່າ ຍອດການ ຂາຍໄຟຟ້າ ຈະເພີ່ມຂຶ້ນເປັນ 1,519 ພັນຕື້ກິໂລວັດ ຕໍ່ຊົ່ວໂມງ ໃນພາກຄົວເຮືອນ, 1,522 ພັນຕື້ກິໂລວັດຕໍ່ຊົ່ວໂມງ ໃນຂະແໜງການຄ້າ ແລະ 1,069 ພັນຕື້ກິໂລວັດຕໍ່ຊົ່ວໂມງ ໃນຂົງເຂດອຸດສາຫະກຳ ແລະ ອື່ນໆ./
KPL