ຂປລ
ປະເທດນີ້ ຍັງຄົງຮັກສາ ການເຕີບໂຕ ຂອງ ການຈ້າງງານລາຍປີ ໃນລະດັບ 100.000 ຕຳແໜ່ງ ໄດ້ເປັນປີທີ2 ຕິດຕໍ່ກັນ ໃນປີ 2026. ເຖິງແມ່ນວ່າ ຕົວເລກການຈ້າງງານ ໃນພາກການພະລິດ ແລະ ການກໍ່ສ້າງ ຫລຸດລົງ ຢ່າງຕໍ່ເນື່ອງ ແລະ ການຈ້າງງານ ຊາວໜຸ່ມ ຍັງຄົງຢຸດຈຶ້ງ.
ຂປລ. ສຳນັກງານສະຖິຕິ ແຫ່ງຊາດ ສ.ເກົາຫລີ ເປີດເຜີຍວ່າ: ປະເທດນີ້ ຍັງຄົງຮັກສາ ການເຕີບໂຕ ຂອງ ການຈ້າງງານລາຍປີ ໃນລະດັບ 100.000 ຕຳແໜ່ງ ໄດ້ເປັນປີທີ2 ຕິດຕໍ່ກັນ ໃນປີ 2026. ເຖິງແມ່ນວ່າ ຕົວເລກການຈ້າງງານ ໃນພາກການພະລິດ ແລະ ການກໍ່ສ້າງ ຫລຸດລົງ ຢ່າງຕໍ່ເນື່ອງ ແລະ ການຈ້າງງານ ຊາວໜຸ່ມ ຍັງຄົງຢຸດຈຶ້ງ.
ໃນຂະນະດຽວກັນ, ບົດລາຍງານ ຍັງລະບຸວ່າ ຈຳນວນ ຜູ້ທີ່ມີ ວຽກເຮັດ ງານທຳ ເພີ່ມຂຶ້ນ 193.000 ຕຳແໜ່ງ ຫລື 0,7% ຈາກ ປີ 2024 ຂຶ້ນໄປສູ່ ລະດັບ 28,77 ລ້ານຕຳແໜ່ງ ໃນປີ 2025. ໂດຍການພິຈາລະນາ ເປັນພາກສ່ວນ ອຸດສາຫະກຳ ການກໍ່ສ້າງ ມີການເລິກຈ້າງງານ 125.000 ຕຳແໜ່ງ ໃນປີ 2025 ທ່າມກາງ ພາວະການຫລຸດລົງ ທີ່ຍາວນານ. ສ່ວນພາກ ການກະສິກຳ ປ່າໄມ້ ແລະ ການປະມົງນັ້ນ ການ ຈ້າງງານ ຫລຸດລົງ 107.000 ຕຳແໜ່ງ, ພາກການຜະລິດ ຊຶ່ງເປັນແກນຫລັກ ຂອງ ເສດຖະກິດ ສ.ເກົາຫລີ ກໍມີການ ຈ້າງງານຫລຸດລົງ 73.000 ຕຳແໜ່ງ.
ກົງກັນຂ້າມ ການຈ້າງງານ ພາກບໍລິການ ດ້ານສຸຂະພາບ ແລະ ສະຫວັດດີການ ສັງຄົມ ເພີ່ມຂຶ້ນ 237.000 ຕຳ ແໜ່ງ; ພາກບໍລິການ ດ້ານວິຊາຊີບ ວິທະຍາສາດ ແລະ ເຕັກນິກ ເພີ່ມຂຶ້ນ 54.000 ຕຳແໜ່ງ ແລະ ພາກບໍລິການດ້ານການເງິນ ແລະ ການປະກັນໄພ ເພີ່ມຂຶ້ນ 44.000 ຕຳແໜ່ງ./
KPL