ມຽນມາ ສົ່ງອອກເຂົ້າບັນລຸ ຫລາຍກວ່າ 2 ລ້ານໂຕນ

14/01/2026 20:19
ຂປລ ມຽນມາ ສົ່ງອອກ ເຂົ້າສານ ແລະ ເຂົ້າຫັກ ປະລິມານ ຫລາຍກວ່າ 2 ລ້ານໂຕນ ໃນໄລຍະ 9 ເດືອນ ໂດຍເລີ່ມແຕ່ ເດືອນ ເມສາ-ເດືອນທັນວາ ຂອງສົກປີ ງົບປະມານ 2025-2026 ໂດຍກວມເອົາ ມູນຄ່າ ປະມານ 675 ລ້ານໂດລາ ສະຫະລັດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ສະຫະພັນເຂົ້າ ມຽນມາ (MRF) ເປີດເຜີຍວ່າ: ມຽນມາ ສົ່ງອອກ ເຂົ້າສານ ແລະ ເຂົ້າຫັກ ປະລິມານ ຫລາຍກວ່າ 2 ລ້ານໂຕນ ໃນໄລຍະ 9 ເດືອນ ໂດຍເລີ່ມແຕ່ ເດືອນ ເມສາ-ເດືອນທັນວາ ຂອງສົກປີ ງົບປະມານ 2025-2026 ໂດຍກວມເອົາ ມູນຄ່າ ປະມານ 675 ລ້ານໂດລາ ສະຫະລັດ. ໃນໄລຍະເວລາ ດັ່ງກ່າວ ມຽນມາ ສົ່ງອອກ ເຂົ້າສານ ແລະ ເຂົ້າຫັກ ທັງທາງບົກ ແລະ ທາງທະເລ ໄປຍັງຫລາຍກວ່າ 30 ປະເທດ. ໃນຂະນະທີ່ ສົກປີ ງົບປະມານ 2024-2025 ທີ່ຜ່ານມາ ມຽນມາ ສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 2,48 ລ້ານໂຕນ./

KPL

ຂ່າວອື່ນໆ

ads
ads

Top