ຂປລ
ໄປຄຽງຄູ່ກັບ ເສັ້ນທາງລົດໄຟ ຄວາມໄວສູງ ແຕ່ນະຄອນຊີ່ອ່ານ ຫາ ນະຄອນຢຽນອ່ານ ແຂວງສ້ານຊີ ເປີດບໍລິການ ຢ່າງເປັນທາງການ, ໄລຍະ ທາງລົດໄຟ ຄວາມໄວສູງຂອງ ສປ ຈີນ ໄດ້ບັນລຸ ຫລາຍກວ່າ 50.000 ກິໂລແມັດ, ຫລາຍ ກວ່າ ໄລຍະທາງລົດໄຟ ຄວາມໄວສູງ ທັງໝົດຂອງປະເທດອື່ນ ຢືນຢູ່ແຖວໜ້າຂອງໂລກ ຢ່າງໝັ້ນທ່ຽງ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ໄປຄຽງຄູ່ກັບ ເສັ້ນທາງລົດໄຟ ຄວາມໄວສູງ ແຕ່ນະຄອນຊີ່ອ່ານ ຫາ ນະຄອນຢຽນອ່ານ ແຂວງສ້ານຊີ ເປີດບໍລິການ ຢ່າງເປັນທາງການ, ໄລຍະ ທາງລົດໄຟ ຄວາມໄວສູງຂອງ ສປ ຈີນ ໄດ້ບັນລຸ ຫລາຍກວ່າ 50.000 ກິໂລແມັດ, ຫລາຍກວ່າ ໄລຍະທາງລົດໄຟ ຄວາມໄວສູງ ທັງໝົດຂອງປະເທດອື່ນ ຢືນຢູ່ແຖວໜ້າຂອງໂລກ ຢ່າງໝັ້ນທ່ຽງ. ນັບຕັ້ງ ແຕ່ເສັ້ນທາງລົດໄຟ ລະຫວ່າງ ນະຄອນຫລວງປັກກິ່ງ ຫາ ກຳແພງນະຄອນທຽນສິນ ເຊິ່ງເປັນທາງລົດໄຟ ຄວາມໄວສູງ ລະຫວ່າງ ຕົວເມືອງສາຍທຳອິດຂອງ ສປ ຈີນ ເປີດບໍລິການ ໃນປີ2008 ເປັນຕົ້ນມາ, ໃນໄລຍະ 10 ກວ່າປີຜ່ານມາ, ເສັ້ນທາງລົດໄຟຄວາມໄວສູງຂອງ ສປ ຈີນ ໄດ້ບັນລຸການພັດທະນາ ແບບກ້າວກະໂດດ ຈາກບໍ່ມີ ຮອດມີ, ຈາກການ “ແລ່ນໄລ່ຕາມ” ຮອດການ “ແລ່ນນຳໜ້າ” ຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL