ຂປລ
ຄະນະຜູ້ແທນໄທ ແລະ ກຳປູເຈຍ ໄດ້ຈັດກອງປະຊຸມ ວິສາມັນ ຄັ້ງທີ 3 ຂອງຄະນະກຳມະການ ຊາຍແດນທົ່ວໄປ, ສອງຝ່າຍ ໄດ້ລົງນາມ ໃນຖະແຫລງ ການຮ່ວມ ກ່ຽວກັບ ບັນຫາຢຸດຍິງ ລະຫວ່າງ ສອງປະເທດ ຢູ່ດ່ານກວດກາ ຊາຍແດນ ປະຈຳ ຢູ່ລະຫວ່າງ ແຂວງຈັນທະບູຣີ ຂອງໄທ ແລະ ແຂວງໄພລິນ ຂອງກຳປູເຈຍ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 27 ທັນວານີ້, ຄະນະຜູ້ແທນໄທ ແລະ ກຳປູເຈຍ ໄດ້ຈັດກອງປະຊຸມ ວິສາມັນ ຄັ້ງທີ 3 ຂອງຄະນະກຳມະການ ຊາຍແດນທົ່ວໄປ, ສອງຝ່າຍ ໄດ້ລົງນາມ ໃນຖະແຫລງ ການຮ່ວມ ກ່ຽວກັບ ບັນຫາຢຸດຍິງ ລະຫວ່າງ ສອງປະເທດ ຢູ່ດ່ານກວດກາ ຊາຍແດນ ປະຈຳ ຢູ່ລະຫວ່າງ ແຂວງຈັນທະບູຣີ ຂອງໄທ ແລະ ແຂວງໄພລິນ ຂອງກຳປູເຈຍ. ຖະແຫລງການຮ່ວມ ລະບຸວ່າ: ສອງປະເທດ ເລີ່ມຢຸດຍິງເລີ່ມ ແຕ່ເວລາ 12 ໂມງຂອງວັນທີ 27 ທັນວານີ້ ເປັນຕົ້ນໄປ.ນອກນີ້, ສອງຝ່າຍ ເຫັນດີ ປ່ອຍຕົວທະຫານ ກຳປູເຈຍ 18 ຄົນ ທີ່ຖືກຝ່າຍໄທກັກຕົວ ໃຫ້ກັບຄືນ ກຳປູເຈຍ ພາຍຫລັງ ການຢຸດຍິງ ໄດ້ຮັບການປະຕິບັດ ຢ່າງແທ້ຈິງ ຄົບ 72 ຊົ່ວໂມງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL