ສປ ຈີນ ຊ່ວຍເຫລືອດ້ານມະນຸດສະທຳ ສຸກເສີນ ມູນຄ່າ 20.000.000 ຢວນໃຫ້ ກຳປູເຈຍ

29/12/2025 14:05
ຂປລ ເຄື່ອງ​ຊ່ວຍ​ເຫລືອ​ ດ້ານ​ມະ​ນຸດ ສະ​ທຳ ​ຊຸດ​ທຳ​ອິດ​ ທີ່ລັດ​ຖະ​ບານ​ຈີນ ​ຊ່ວຍ​ເຫລືອ​ ສຸກ​ເສີນ​ໃຫ້​ ກຳ​ປູ​ເຈຍ ​ເຊິ່ງ​ລວມ​ມີ ​ຜ້າ​ເຕັ້ນ, ຜ້າ​ຫົ່ມ, ອາ​ຫານ ແລະ ​ອື່ນໆ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ ສະ​ໜາມ​ບິນ​ສາ​ກົນ​ ເຕ​ໂຊ ນະ​ຄອນ​ລວງ​ ພະ​ນົມ​ເປັນ ​​ຂອງກຳ​ປູ​ເຈຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG,ວັນ​ທີ 28 ທັນ​ວາ​ນີ້, ​ເຄື່ອງ​ຊ່ວຍ​ເຫລືອ​ ດ້ານ​ມະ​ນຸດ ສະ​ທຳ ​ຊຸດ​ທຳ​ອິດ​ ທີ່ລັດ​ຖະ​ບານ​ຈີນ ​ຊ່ວຍ​ເຫລືອ​ ສຸກ​ເສີນ​ໃຫ້​ ກຳ​ປູ​ເຈຍ ​ເຊິ່ງ​ລວມ​ມີ ​ຜ້າ​ເຕັ້ນ, ຜ້າ​ຫົ່ມ, ອາ​ຫານ ແລະ ​ອື່ນໆ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ ສະ​ໜາມ​ບິນ​ສາ​ກົນ​ ເຕ​ໂຊ ນະ​ຄອນ​ລວງ​ ພະ​ນົມ​ເປັນ ​​ຂອງກຳ​ປູ​ເຈຍ. ທ່ານ ວ່າງ​ເວີນ​ປິ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ​ປະ​ຈຳ​ ກຳ​ປູ​ເຈຍ, ທ່ານ ນາງ ​ຈົ່ງ​ເຈ ທີ່​ປຶກ​ສາ ​ຊັ້ນ​ອັກ​ຄະ​ລັດ​ຖະ​ທູດ ​​ສະ​ຖານ​ທູດຈີນ​ ປະ​ຈຳ​ ກຳ​ປູ​ເຈຍ, ທ່ານ ​ອຸງ ອະ​ຣັດ​ຈາ​ນາ ເລ​ຂາ​ທິ​ການ​ແຫ່ງ​ລັດ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ແລະ​ ພາກສ່ວນທີ່ກ່ຽວ ຂ້ອງ ​ເຂົ້າ​ຮ່ວມ ​ພິ​ທີ​ມອບ-ຮັບ ​ເຄື່ອງ​ຊ່ວຍ​ເຫລືອ ຄັ້ງນີ້.ຈາກນັ້ນ ທ່ານ ວ່າງເວີນ​ປິ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ​ປະ​ຈຳ​ ກຳ​ປູ​ເຈຍ ກ່າວ​ວ່າ: ສປ ຈີນ​ ມອບ​ເຄື່ອງ​ຊ່ວຍ​ເຫລືອ​ ດ້ານ​ມ​ະ​ນຸດ​ສະ​ທຳ​ ສຸກ​ເສີນ ມູ​ນ​ຄ່າ 20.000.000 ຢວນໃຫ້​ ກຳ​ປູ​ເຈຍ​ ຈະ​ເປັນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ຢ່າງ​ທັນ​ການ ​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ການ​ປະ​ທະ​ກັນ ​ຢູ່​ຊາຍ​ແດນ​ ລະ​ຫວ່າງ​ ກຳ​ປູ​ເຈ​ຍ-ໄທ ເພື່ອຫລຸດ​ພົ້ນ​​ ອອກຈາກ​ສະ​ພາບ ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ. ສປ ຈີນ ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ສອງ​ຝ່າຍ​ ກຳ​ປູ​ເຈຍ-ໄທ​ ປະ​ກາດ​ ຢຸດ​ຍິງ ແລະ​ຈະ​ສືບ​ຕໍ່ ​ເສີມ​ຂະ​ຫຍາຍ​ ບົດ​ບາດ ​​ຢ່າງຕັ້ງ​ໜ້າ​ແລະ ​ສ້າງ​ສັນ​ໃຫ້​ແກ່ ​ສອງ​ຝ່າຍ​ ໃນ​ການ​ປັບ​ປຸງ​ ສະ​ພາບ​ຢຸດ​ຍິງ ​ໃຫ້​ໝັ້ນ​ຄົງ​ຕື່ມ​ອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top