ຂປລ
ຈະເລີ່ມໃຊ້ທະນາບັດ ຮູບແບບໃໝ່ຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ ເພື່ອຟື້ນຟູເສດຖະກິດຄືນ ໃໝ່. ການປັບປຸງສະຖານະເງິນປອນ ຊີຣີ ເປັນໜຶ່ງໃນຄວາມທ້າທາຍ ຄັ້ງໃຫຍ່ທີ່ສຸດສຳລັບລັດຖະ ບານຊີຣີ ຊຸດໃໝ່ ຊຶ່ງເຄີຍກວ່າໄວ້ວ່າ ຈະຕັດເລກສູນ 2 ໂຕອອກ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ກັດມັນດູ ປະເທດ ຊີຣີ ເມື່ອບໍ່ດົນມານີ້ວ່າ: ທະນາຄານກາງ ຊີຣີ ລະບຸວ່າ: ຈະເລີ່ມໃຊ້ທະນາບັດ ຮູບແບບໃໝ່ ຕັ້ງແຕ່ ວັນທີ 1 ມັງກອນ 2026 ເປັນຕົ້ນໄປ ເພື່ອຟື້ນຟູເສດຖະກິດ ຄືນໃໝ່. ການປັບປຸງ ສະຖານະເງິນປອນ ຊີຣີ ເປັນໜຶ່ງໃນຄວາມທ້າທາຍ ຄັ້ງໃຫຍ່ທີ່ສຸດ ສຳລັບລັດຖະ ບານຊີຣີ ຊຸດໃໝ່ຊຶ່ງ ເຄີຍກວ່າໄວ້ວ່າ ຈະຕັດເລກສູນ 2 ໂຕອອກ ແລະ ພີມທະນາບັດໃໝ່ ຫລັງໝົດຍຸກລັດຖະບານ ອັສຊາດ.
ໂດຍລັດຖະບານ ອັບດຸລ ກາດີຣ ອັລ-ຮັສຣີຍາ ຜູ້ອຳນວຍການທະນາຄານກາງ ຊີຣີ ກ່າວວ່າ: ຈະເລີ່ມຕົ້ນຂະບວນການ ປ່ຽນສະກຸນເງິນໃນວັນທີ 1 ມັງກອນ 2026, ໂດຍສະກຸນ ເງິນໃໝ່ຂອງ ຊີຣີ ເປັນສັນຍາລັກ ຂອງອະທິປະໄຕ ທາງການເງິນ ຫລັງການປົດປ່ອຍ ແລະ ເປັນບາດກ້າວສຳຄັນ ສູ່ສະຖຽນລະພາບ ແລະ ການຟື້ນຟູເສດຖະກິດ.
KPL